
ສັບທີ່ຄວນຮູ້
- ສະແກມ (Scam) ແມ່ນລັກສະນະການຫລອກລວງໃນຮູບແບບຕ່າງໆ ຜ່ານລະບົບອິນເຕີເນັດ
- ອີເມລ (Email) ຄື ຈົດຫມາຍອິເລັກໂຕຣນິກ ຊຶ່ງມີຜູ້ໃຫ້ບໍລິການທີ່ຫຼາກຫຼາຍ ໂດຍມີທັງຜູ້ໃຫ້ບໍລິການຟຣີອີເມລຕ່າງປະເທດ ເຊັ່ນ Gmail, Yahoo, Hotmail ຫລື ອີເມລຫນ່ວຍງານ ຊຶ່ງລົງທ້າຍດ້ວຍ .gov.la .com.la ເປັນຕົ້ນ
- IP Address (Internet Protocol Address) ປຽບເໝືອນຂໍ້ມູນທີ່ຕັ້ງຂອງເຄື່ອງຄອມພິວເຕີທີ່ມີການເຊື່ອມຕໍ່ເຂົ້າກັບເຄືອຂ່າຍ
- ຫົວອີເມລ (Email Header) ສະແດງລາຍລະອຽດຂໍ້ມູນລະຫັດການສົ່ງອີເມລແບບລະອຽດ ໂດຍອາດ ປະກອບໄປດ້ວຍຂໍ້ມູນ IP Address ມື້ ເດືອນ ປີ ເວລາ ຂອງຜູ້ສົ່ງ ຊຶ່ງ IP Address ຕົ້ນທາງນັ້ນອາດບໍ່ປາກົດ ໃນກໍລະນີທີ່ເປັນນະໂຍບາຍການໃຫ້ບໍລິການຂອງອີເມລ “ຜູ້ສົ່ງ” ຊຶ່ງຜູ້ໃຫ້ບໍລິການແຕ່ລະລາຍມີວິທີການກວດສອບທີ່ແຕກຕ່າງກັນ
- ເຂດເວລາ (Time Zone) ເປັນການສະແດງເວລາທີ່ແຕກຕ່າງກັນຂອງແຕ່ລະປະເທດ ໂດຍມີເວລາສາກົນເຊີງພິກັດ (Coordinated Universal Time: UTC) ເປັນເວລາອ້າງອິງ ແລະປະຈຸບັນຍັງມີການໃຊ້ເວລາມາດຕະຖານກຣີນິດ (GMT) ດ້ວຍເຊັ່ນກັນ ໂດຍເວລາຂອງປະເທດລາວເມື່ອທຽບກັບເວລາມາດຕະຖານຄື UTC (GMT) ບວກອີກ 7 ຊົ່ວໂມງ ຊຶ່ງການສະແດງຜົນໃນລະບົບໃດ ອາດມີລັກສະນະເຊັ່ນ 12:23:34 +0700 ຫລື 10:44:54 -0500 ຫລື 16:12:13 +0000 ແລະ ອື່ນໆ ຊຶ່ງຫາກເວລາທີ່ປາກົດນີ້ ບໍ່ໄດ້ຕາມຫຼັງດ້ວຍ +0700 ໃນການແປງໃຫ້ເປັນເວລາປະເທດລາວ ໃຫ້ບວກ ຫລື ລົບຈຳນວນຊົ່ວໂມງໃຫ້ຜົນລັບເປັນ +0700 ໃຫ້ໄດ້ ຍົກຕົວຢ່າງເຊັ່ນ ຫາກສະແດງຜົນເປັນ 01:00:00 -0100 ເມື່ອແປງເວລາເປັນເວລາຂອງປະເທດລາວ ຈະຕ້ອງບວກເຂົ້າໄປອີກ 8 ຊົ່ວໂມງ ຊຶ່ງຜົນລັບຄື 09:00:00 +0700 ຊຶ່ງຄືເວລາ 9.00 ນ. ຕາມເວລາປະເທດລາວ
- ຜູ້ໃຫ້ບໍລິການອິນເຕີເນັດ (Internet Service Provider: ISP) ຄືຜູ້ໃຫ້ບໍລິການເຄືອຂ່າຍອິນເຕີເນັດ ເຊັ່ນ ລາວໂທລະຄົມ, ອີທີແອລ, ຢູນິເທລ ເປັນຕົ້ນ
ຮູບແບບການກະທຳຄວາມຜິດ
ການຫລອກລວງທາງອິນເຕີເນັດ ຫລື Scam ແບ່ງໄດ້ຫຼາຍປະເພດ ຍົກຕົວຢ່າງເຊັ່ນ:
1.Scam ບັດເຄຣດິດ
ເປັນລັກສະນະການຫລອກລວງບໍ່ວ່າຈະສົ່ງຜ່ານທາງອີເມລ ເພື່ອໃຫ້ຢືນຢັນຂໍ້ມູນບັດຣເຄຣດິດຈາກທນາຄານ ເພື່ອມິໃຫ້ຖືກຢົກເລີກບັດ ຫລື ອາດໃຊ້ການໂທລະສັບມາສອບຖາມຂໍ້ມູນໂດຍອ້າງວ່າເປັນຜູ້ໃຫ້ບໍລິການເຄຣດິດບູໂຣ ເພື່ອໃຫ້ຢືນຢັນບັດ ແລະ ຂໍ້ມູນເທິງບັດ ຊຶ່ງການຫລອກລວງຮູບແບບນີ້ຈະເຮັດໃຫ້ຜູ້ກະທຳຄວາມຜິດໄດ້ຂໍ້ມູນໝາຍເລກບັດ ຊື່ ແລະ ລວມເຖິງຂໍ້ມູນເລກຫຼັງບັດ ແລະ ຈະສາມາດນຳໄປໃຊ້ໃນການຊື້ສິນຄ້າ ຫລື ບໍລິການອອນລາຍໄດ້
2.Scam ຖືກລາງວັນ
ເປັນລັກສະນະການສົ່ງອີເມລມາຍັງຜູ້ຮັບໂດຍມີຊີ້ນຄວາມກ່ຽວກັບການທີ່ຜູ້ຮັບອີເມລນັ້ນໄດ້ຮັບການຈັບສະລາກ ແລະ ຖືກລາງວັນ ໂດຍມີຈຳນວນເງີນມະຫາສານ ແຕ່ຈະຕ້ອງມີການຈັດສົ່ງຂໍ້ມູນສ່ວນບຸກຄົນ ເຊັ່ນ ໜ້າພາດສະປອດ ຫລື ໜ້າບັດປະຊາຊົນ ເພື່ອຢືນຢັນຕົວບຸກຄົນ ຫລື ແມ່ນແຕ່ການໂອນຄ່າທຳນຽມໃນການຮັບລາງວັນດັ່ງກ່າວ
3.Scam ຄ່າທຳນຽມສວຍສາອາກອນ
ເປັນລັກສະນະການຕິດຕໍ່ສື່ສານຫຼາຍຊ່ອງທາງກັບເຫຢື່ອ ເຊັ່ນ ການຕິດຕໍ່ທາງ Facebook ຫລື ສື່ສັງຄົມອອນລາຍປະເພດອື່ນໆ ຫລື ແມ່ນແຕ່ການຕິດຕໍ່ກັນຜ່ານອີເມລ ໂດຍເມື່ອຜູ້ບໍ່ຫວັງດີເຮັດຄວາມຄຸ້ນເຄຍກັບເຫຢື່ອໄດ້ແລ້ວ ກໍຈະມີການສະເໜີວ່າຈະສົ່ງຂອງມາໃຫ້ເຊັ່ນ ເງີນ ຫລື ຂອງມີຄ່າ ແຕ່ພັດສະດຸຕິດຂະບວນການທາງສວຍສາອາກອນ ຊຶ່ງຕ້ອງຈ່າຍຄ່າທຳນຽມ ຫລື ຄ່າປັບຕ່າງໆ ໂດຍການໂອນເງີນອາດໂອນໄປຢັງບັນຊີທະນາຄານຂອງຄົນລາວ ຫລື ການໂອນເງີນຜ່ານລະບົບການເງີນຮູບແບບອື່ນ ເຊັ່ນ Western Union
4.ໂຣແມນຊ໌ສະແກມ (Romance Scam)
ໂຣແມນຊ໌ສະແກມ ມີລັກສະນະທີ່ຄ້າຍຄືກັບ Scam ຄ່າທຳນຽມສວຍສາອາກອນ ຊຶ່ງຈະມີຜູ້ທີ່ເຂົ້າມາຕິດຕໍ່ເຮັດຄວາມຮູ້ຈັກກັນບໍ່ວ່າຈະເປັນສື່ສັງຄົມອອນລາຍ ຫລື ເວັບໄຊຫາຄູ່ ຊຶ່ງການຫລອກລວງນັ້ນຈະໃຊ້ຄວາມເຊື່ອໃຈລະຫວ່າງຊາຍ-ຍິງ ໂດຍຈະມີການສັນຍາວ່າຈະສົ່ງເງີນ ຫລື ສິ່ງຂອງມາໃຫ້ ແຕ່ຕິດບັນຫາເລື່ອງອາກອນ ຊຶ່ງຈະໃຫ້ເຫຢື່ອກໍ່ການໂອນເງີນໃຫ້ເປັນຄ່າທຳນຽມ ຫລື ອາດເປັນກໍລະນີທີ່ມີການຖ່າຍຄລິບວິດີໂອບໍ່ວ່າຈະຕັ້ງໃຈ ຫລື ຖືກແອບຖ່າຍ ໂດຍຝ່າຍຜູ້ກະທຳຄວາມຜິດຂົ່ມຂູ່ຜູ້ເສຍຫາຍໃຫ້ໂອນເງີນ ມິເຊັ່ນນັ້ນຄລິບວິດີໂອນັ້ນຈະຖືກເຜີຍແຜ່ສູ່ສາທາລະນະ
ການປ້ອງກັນ
ຂະບວນການກ່ຽວກັບການຫລອກລວງໃນຮູບແບບ Scam ນີ້ ຈຸດປະສົງຫຼັກຄືການຫຼອກເອົາເງີນຈາກເຫຢື່ອ ໂດຍໃຊ້ຄວາມຮັກ ຄວາມໂລບ ແລະ ຄວາມຢ້ານ ເປັນເຄື່ອງມືໃນການເຮັດໃຫ້ເຫຢື່ອຫຼົງເຊື່ອ ຊຶ່ງເລື່ອງດັ່ງກ່າວເປັນການຕັດສິນໃຈສະເພາະບຸກຄົນ ດັ່ງນັ້ນ ເພື່ອເປັນການປ້ອງກັນການກະທຳຄວາມຜິດໃນລັກສະນະດັ່ງກ່າວ ຜູ້ໃຊ້ງານອິນເຕີເນັດຄວນມີຄວາມຢັບຢັ້ງຊັ່ງໃຈບໍ່ໃຫ້ຫຼົງເຊື່ອຄຳຊັກຊວນໃຫ້ໂອນເງີນໂດຍຜູ້ທີ່ບໍ່ສາມາດຢືນຢັນໄດ້ວ່າເປັນໃຜ ໂດຍດຳເນີນການໃນເບື້ອງຕົ້ນດັ່ງນີ້
1) ການກວດສອບຫົວອີເມລ
ຫາກເປັນອີເມລທີ່ສົ່ງມາຈາກຫນ່ວຍງານທີ່ອ້າງວ່າເປັນເຄຣດິດບູໂຣ ທະນາຄານ ຫລື ການອ້າງເຖິງເຊື້ອຊາດຈາກຜູ້ສົ່ງ ເຊັ່ນ ອີເມລຈາກກົງສຸນສະຫະລັດອາເມຣິກາ ເປັນຕົ້ນ ຜູ້ໄດ້ຮັບອີເມລສາມາດກວດສອບຂໍ້ມູນຫົວອີເມລ (Email Header) ໃນເບື້ອງຕົ້ນເພື່ອກວດສອບວ່າປາກົດ IP Address ຕົ້ນທາງຫລືບໍ່ເພື່ອກວດສອບແຫຼ່ງທີ່ມາໃນເບື້ອງຕົ້ນ ໄດ້ແກ່ ຊື່ ISP ລວມເຖີງປະເທດທີ່ ISP ຕັ້ງຢູ່ ໂດຍຂະບວນການກວດສອບຫັວອີເມລຈະມີຄວາມແຕກຕ່າງກັນຂຶ້ນຢູ່ກັບຜູ້ໃຫ້ບໍລິການ ເຊັ່ນ Gmail, Yahoo, Hotmail ແລະ ອື່ນໆ ໂດຍມີຕົວຢ່າງການກວດສອບຫົວອີເມລດັ່ງນີ້
ຕົວຢ່າງການກວດສອບຫົວອີເມລຂອງຜູ້ໃຊ້ງານ Gmail
- ກົດອ່ານອີເມລທີ່ຕ້ອງການ
- ກົດທີ່ລູກສອນຊີ້ລົງໃກ້ຂໍ້ມູນ “ເວລາ” ທີ່ສົ່ງອີເມລ ແລະ ເລືອກ “Show original” ຫລື “ສະແດງຕົ້ນສະບັບ”
- ຫຼັງຈາກດຳເນີນການຕາມຂໍ້ 2. ແລ້ວ ຈະປາກົດຂໍ້ມູນຫົວອີເມລຕາມພາບ
ພາບທີ່ 1 ສະແດງຕົວຢ່າງການກວດສອບຫົວອີເມລຂອງຜູ້ໃຊ້ງານ Gmail
ພາບທີ່ 2 ສະແດງຕົວຢ່າງການກວດສອບຫົວອີເມລຂອງຜູ້ໃຊ້ງານ Gmail
ໃນສ່ວນທີ່ 1 ມີການສະແດງສະຫລຸບຂໍ້ມູນການສົ່ງອີເມລໂດຍລະບຸ IP Address ມື້ ເດືອນ ປີ ແລະ ເວລາ ແລະເຖິງແມ່ນວ່າຂໍ້ມູນທີ່ປາກົດອາດເບິ່ງຄືວ່າສາມາດນຳໄປໃຊ້ງານໄດ້ ແຕ່ຜູ້ໃຊ້ງານຈະຕ້ອງກວດສອບຂໍ້ມູນພາຍໃນສ່ວນທີ່ 2 ຊຶ່ງສະແດງລາຍລະອຽດຈິງຂອງຫົວອີເມລດັ່ງກ່າວຕາມພາບ
ພາບທີ່ 3 ສະແດງຕົວຢ່າງການກວດສອບຫົວອີເມລຂອງຜູ້ໃຊ້ງານ Gmail
ຜູ້ໃຊ້ງານສາມາດກວດສອບຂໍ້ມູນຜູ້ໃຫ້ບໍລິການ IP Address ໄດ້ໂດຍເຂົ້າເວັບໄຊ whois.domaintools.com ແລະກຣອກ IP Address ທີ່ຕ້ອງການກວດສອບ ຊຶ່ງຈະປາກົດຂໍ້ມູນປະເທດ ລວມເຖີງຊື່ຜູ້ໃຫ້ບໍລິການອິນເຕີເນັດດັ່ງພາບ
ພາບທີ່ 4 ສະແດງຕົວຢ່າງການກວດສອບຫົວອີເມລຂອງຜູ້ໃຊ້ງານ Gmail
2) ການຢືນຢັນຫນ່ວຍງານ/ເຈົ້າຫນ້າທີ່
ຫາກມີເຈົ້າຫນ້າທີ່ຈາກຫນ່ວຍງານ ເຊັ່ນ ເຈົ້າຫນ້າທີ່ສວຍສາອາກອນ ຕຳຫລວດ ຫລື ເຈົ້າຫນ້າທີ່ທະນາຄານ ສົ່ງອີເມລ ຫລື ໂທລະສັບມາ ເພື່ອໃຫ້ກໍ່ການໂອນເງີນຕ່າງໆ ເພື່ອບໍ່ໃຫ້ພັດສະດຸຕິດຄ້າງ ຫລື ເພື່ອປ້ອງກັນບໍ່ໃຫ້ມີຄວາມຜິດທາງການເງີນ ຄວນຂໍຊື່ ຕຳແໜ່ງ ໝາຍເລກໂທລະສັບທີ່ເຮັດວຽກ ກ່ອນກໍ່ການໂອນເງີນທຸກກໍລະນີ ແລະ ໂທລະສັບສອບຖາມໄປຢັງຫນ່ວຍງານທີ່ກ່ຽວຂ້ອງໂດຍໃຊ້ໝາຍເລກໂທລະສັບທີ່ຄົ້ນຫາເອງ ແລະ ລົມກັບເຈົ້າຫນ້າທີ່ທີ່ອ້າງຊື່ດັ່ງກ່າວໂດຍກົງ (ບໍ່ແມ່ນພຽງແຕ່ສອບຖາມວ່າມີເຈົ້າຫນ້າທີ່ຊື່ດັ່ງກ່າວຢູ່ໃນຫນ່ວຍງານ ຫລືບໍ່) ເພື່ອຢືນຢັນຕົວຕົນເຈົ້າຫນ້າທີ່
ການດຳເນີນການຫາກຖືກລະເມີດ
ຫາກຮູ້ຕົວວ່າຖືກຫລອກລວງ ແລະ ຫຼົງເຊື່ອໂດຍກໍ່ການໂອນເງີນເປັນທີ່ຮຽບຮ້ອຍແລ້ວ ໃຫ້ຜູ້ເສຍຫາຍຈັດເກັບຫຼັກຖານໄວ້ ໄດ້ແກ່
- ລາຍລະອຽດການໂອນເງີນ ເຊັ່ນ ເລກບັນຊີທະນາຄານ ຊື່ບັນຊີ ສາຂາທີ່ໂອນ ຫລື ຮູບແບບການໂອນເງີນອື່ນໆ ທີ່ມີຫຼັກຖານການໂອນ
- ຂໍ້ມູນຫົວອີເມລ ຫລື ຂໍ້ມູນທາງຄອມພິວເຕີໃດໆ ທີມີການຕິດຕໍ່ສື່ສານກັບຜູ້ກະທຳຄວາມຜິດ
- ລວບລວມຂໍ້ມູນຕາມຂໍ້ 1. ແລະ 2. ແຈ້ງຕໍ່ເຈົ້າຕຳຫລວດທີ່ໃກ້ທີ່ເກີດເຫດ ໂດຍການແຈ້ງນັ້ນ ຫາກເປັນກໍລະນີການສົ່ງອີເມລ ແລະ ວິທີການໃດໆ ທາງຄອມພິວເຕີ ໃຫ້ລະບຸວ່າເປັນການຖືກຫລອກລວງທາງອິນເຕີເນັດອັນເຮັດໃຫ້ເສຍຊັບ ຊຶ່ງອາດເປັນການກະທຳຄວາມຜິດຕໍ່ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ.
ຂໍ້ຈຳກັດໃນການກວດສອບ
ເນື່ອງຈາກຫົວອີເມລເປັນການສະແດງຜົນຕາມນະໂຍບາຍການໃຫ້ບໍລິການຂອງຜູ້ໃຫ້ບໍລິການອີເມລ ດັ່ງນັ້ນ IP Address ທີ່ປາກົດອາດບໍ່ແມ່ນຂໍ້ມູນຂອງ “ຜູ້ສົ່ງ” ແຕ່ເປັນພຽງຂໍ້ມູນຂອງເຄື່ອງຄອມພິວເຕີແມ່ຂ່າຍຂອງຜູ້ໃຫ້ບໍລິການອີເມລເທົ່ານັ້ນ
ຂໍ້ມູນຈາກ: etda.or.th
0 ความคิดเห็น