ຂ່າວໃໝ່

6/recent/ticker-posts

ໄວຣັດຊ້ອນໄຟລ໌ ແຟລດຊ໌ໄດຣຟ໌ ທັງ Windows 10, 8 ແລະ 7 ແກ້ໄຂໄດ້ງ່າຍໆ (ມີຄລິບຕົວຢ່າງການໃຊ້ງານ)


​​ໃນ​ການ​ແກ້​ໄຂ​ໄວ​​ຣັດ​ຊ້ອນ​ໄຟ​​ລ໌​ນັ້ນ​ຄື​ກັບ​ວ່າ​ເປັນ​ການ​ແກ້​ໄຂ​ບັນ­ຫາ​ທີ່​ຫຼາຍ​ເຫດ​ກໍ​ວ່າ​ໄດ້ ຊຶ່ງ​ໄວ​​ຣັດ​ຊ້ອນ​ໄຟ​​ລ໌​ທີ່​ວ່າ​ນີ້​ສ່ວນ​ໃຫຍ່​ຈະ​ເກີດ​ຈາກ​ການ​ຕິດ​ມາ​ຈາກ USB ເວ­ລາ​ທີ່​ເຮົາ​ນຳ​ເອົາ USB ຂອງ​ເຮົາ​ນັ້ນ​ໄປ​ເສຍ​ທີ່​ເຄື່ອງ​ທີ່​ມີ​ໄວ​​ຣັດ​ນີ້ ຊຶ່ງ​ຫຼາຍໆ​ຄົນ​ກໍ​ຖາມ​ວ່າ​ເປັນ​ຫຍັງ​ເຄື່ອງ​ທີ່​ລົງ​​ແອນ​ຕີໄວ​​ຣັດ​ແລ້ວ​ ​ຢັງ​ບໍ່​ສາ­ມາດ​ແກ້​ບັນ­ຫາ​ນີ້​ໄດ້​ເ​ລີຍ ຊຶ່ງ​ບັນ­ຫາ​ທີ່​ວ່າ​ນີ້​ເກີດ​ຈາກ​ການ​ທີ່​ຕົວ​ໄວ​​ຣັດ​ນັ້ນ​ໄດ້​ເຂົ້າ​ມາ​ຍັງ​ເຄື່ອງ​ຂອງ​ຜູ້​ໃຊ້​ງານ ​ຫຼັງ​ຈາກ​ທີ່​ຕິດ​​ຕັ້ງ​ໂປ​​ຣ​ແກ​​ຣມ​ຕິດ​​ຕັ້ງ​ໄວ​​ຣັດ ໄວ​​ຣັດ​ຕ່າງໆ​ຈຶ່ງ​ອາດ​ຈະ​ມີ​ການ​ກຳ­ນົດ folder ທີ່​ປ້ອງ​ກັນ​ການສະ​ແກ​​ນ​ໄວ້​ໃນ​ລະ­ບົບ ພຽງ​ເທົ່ານີ້​ໂປ​​ຣ​ແກ​​ຣມ​​ສະ​ແກ​​ນ​ໄວ​​ຣັດ​ກໍ​ຈະ​ບໍ່​ສາ­ມາດ​ທີ່​ຈະ​ສະ​ແກ​​ນ​ໄວ​​ຣັດ​ຕ່າງໆ​ດັ່ງ​​ກ່າວ​ໄດ້​ແລ້ວ

ແກ້​ໄວ​​ຣັດ​ຊ້ອນ​ໄຟ​​ລ໌ USB ​​ແຟ​ລດຊ໌​ໄດ​​ຣຟ໌ ຮອງ​ຮັບ​ທຸກໆ Windows

ສຳ­ລັບ​​ຂັ້ນ​ຕອນ​ໃນ​ການ​ກຳ­ຈັດ​ໄວ​​ຣັດ​ຊ້ອນ​ໄຟ​​ລ໌​ນີ້​ນັ້ນ​ຈະ​ມາ​ແນະ­ນຳ​ເພື່ອນໆ​ຢູ່ 2 ວິ­ທີ​ນຳ​ກັນ ຊຶ່ງ​ໃນ​ແຕ່​ລະ­ວິ​ທີ​ນັ້ນ​ກໍ​ຈະ​ຂຶ້ນ​ຢູ່​ກັບ​ຄວາມ​ສະ­ດວກ​ຂອງ​ແຕ່­ລະ­ຄົນ ລຳ­ດັບ​​ຂັ້ນ​ຕອນ​ແອດ​ມິນ​ຈະ​ເອົາ​ວິ­ທີ​ທີ່​ຄິດ​ວ່າ​ງ່າຍ​ທີ່​ສຸດ​ຂຶ້ນ​ມາ​ກ່ອນ ຊຶ່ງ​​ຂັ້ນ​ຕອນ​ທີ່​ວ່າ​ນັ້ນ​ມີ​ດັ່ງ­ນີ້ 

  • ​​ໂປ​​ຣ​ແກ​​ຣມ​ແກ້​ໄວ​​ຣັດ​ຊ້ອນ​ໄຟ​​ລ໌ ​​ແຟ​ລດຊ໌​ໄດ​​ຣຟ໌ ຮັບ­ຮອງ​ທຸກ Windows 

ສຳ­ລັບ​ວິ­ທີ​​ທຳ​ອິດ​ນັ້ນ​ເປັນ​ວິ­ທີ​ງ່າຍໆ​ທີ່​ເຮົາ​ນັ້ນ​ສາ­ມາດ​ເຮັດ​ໄດ້​ງ່າຍໆ ບໍ່​ຕ້ອງ​ໃຊ້​ຄຳ​​ສັ້ງ​ຫຍັງ​ທີ່​ຊັບ­ຊ້ອນ​ຊຶ່ງ​​ຂັ້ນ​ຕອນ​ຕ່າງໆ​ຂອງ​ການ​ໃຊ້​ງານ​ນັ້ນ​ມີ​ດັ່ງ​ຕໍ່​ໄປ​ນີ້ 

  1. ໃຫ້​​​ເຂົ້າ​ໄປ​ທີ່​ລິງທີ່ນີ້ Download ​ເພື່ອໂປ​​ຣ​ແກ​​ຣມ​ແກ້​ໄວ​​ຣັດ​ຊ້ອນ​ໄຟ​​ລ໌​ນີ້
  2. ຈາກ​ນັ້ນ​ໃຫ້​ເຮົາ​ນຳ​ໂປ​​ຣ​ແກ​​ຣມ​ທີ່​ໂຫຼ​​ດ​ມາ​ໄປ​ວາງ​ໄວ້​ທີ່​​ແຟຣດ​ຊ໌​ໄດ​​ຣຟ໌ທີ່​ເຮົາ​ຕ້ອງ­ການ​ຈະ​ແກ້​ໄຂ 
  3. ແລ້ວໃຫ້ດັບ​​ເ​ບີ້​​ນ ​​ຄ​ລິ​​ກ​ທີ່​ຕົວ​ໂປ​​ຣ​ແກ​​ຣມ ແລ້ວ​ກໍ່​ການ​​​ລໍ​ຈັກ​ໜ່ອຍ ກໍ​ຈະ​ສາ­ມາດ​ແກ້​ໄຂ​ບັນ­ຫາ​ໄວ​​ຣັດ​ດັ່ງ​​​ກ່າວ​ນີ້​ໄດ້​ແລ້ວ 

ສຳ­ລັບ​​ຂັ້ນ​ຕອນ​ນີ້​ຈະ​ງ່າຍ­ດາຍ​ຫລາຍ ຊຶ່ງ​ເຮົາ​ພຽງ​ແຕ່​​ກັອບ​ໂປ​​ຣ​ແກ​​ຣມ​ໄປ​ໄວ້​ໃນ​ໄດ​​ຣ​ຟ໌​ທີ່​ມີ​ບັນ­ຫາ​ແລ້ວ​ກໍ​​ຣັນ​ໂປ​​ຣ​ແກ​​ຣມ​ດັ່ງ​​​ກ່າວ​ກໍ​ເປັນ​ອັນ​ສຳ­ເລັດ ຊຶ່ງ​ສຳ­ລັບ​ອີກ​ໜຶ່ງ​​ຂັ້ນ​ຕອນ​ທີ່​ສາ­ມາດ​ກຳ­ຈັດ virus ຊ່ອນ folder ໄດ້​ເຊັ່ນ​ດຽວ​ກັນ ໃຜ​ທີ່​ຖະ­ຫນັດ​ວິ­ທີ​ໃດ​ກໍ​ລອງ​ເລືອກ​ເອົາ­ກັນ​ເອງ 

  • ແກ້​ໄຂ​ໂດຍ​ການ​ໃຊ້​ຄຳ​ສັ່ງ​ຜ່ານ command prompt 

  1. ໃຫ້​ເຮົາ​ເຂົ້າ​ໄປ​ທີ່ Flash Drive ທີ່​ເຮົາ​ຕ້ອງ­ການ​ແກ້​ໄຂ 
  2. ຈາກ​ນັ້ນ​ໃຫ້​ກົດ Shift + ​​ຄ​ລິ​​ກ​ຂວາ​ທີ່​ເມົ້າ ເລືອກ Open command window here 
  3. ຈາກ​ນັ້ນ​ໃຫ້​ກໍ່​ການ​ໃຫ້​ກໍ່​ການ​ພິມ​ດັ່ງ​ຕໍ່​ໄປ​ນີ້ attrib -r -s -a -h /d /s ແລ້ວ​ກົດ Enter 
  4. ຈາກ​ນັ້ນ​ເຂົ້າ​ໄປ​ທີ່ Flash drive ອີກ ຈະ​ເຫັນ​ວ່າ Folder ຕ່າງໆ ​ນັ້ນ​ສະ­ແດງ​ກັບ​ມາເປັນ​ປົກ­ກະ­ຕິ​ແລ້ວ 

ຄລິບຕົວຢ່າງ



2 ​​ຂັ້ນ​ຕອນ​ໃນ​ການ​ແກ້​ໄວ​​ຣັດ​ຊ້ອນ​ໄຟ​​ລ໌​ນີ້​ໜ້າ​ຈະ​ຊ່ວຍ​ເພື່ອນໆ​ທີ່​ກຳ­ລັງ​​ພົບບັນ­ຫາ​ນີ້​ຢູ່​ໄດ້​ບໍ່​ຫລາຍ​ກໍ​​ໜ້ອຍ ໃຜ​ທີ່​ຕິດ​ບັນ­ຫາ​ໃດ​ໃນ​ການ​ແກ້​ໄຂ ​ຫລື ​ເຮັດ​ຕາມ​​ຂັ້ນ​ຕອນ​ຕ່າງໆ​ດ້ານ​ເທິງ​ແລ້ວ​ຢັງ​ບໍ່​ສາ­ມາດ​ແກ້​ໄຂ​ໄດ້​ ກໍ​ລອງ​ຄອມ​​ເມັ້ນ​ໄວ້ໃຕ້ບົດຄວາມນີ້ ດຽວຈະ​ຊ່ວຍ​ເບິ່ງໃຫ້ ຢ່າ​ລືມ​ແຊ​​ຣ໌​ບົດ​ຄວາມ​ນີ້​ ຖ້າ​ຫາກ​ວ່າ​ຈະ​ມີ​ປະ­ໂຫຍດ​ຕໍ່​ຄົນ​ອື່ນໆ​ນຳ

    แสดงความคิดเห็น

    0 ความคิดเห็น