ຂ່າວໃໝ່

6/recent/ticker-posts

Google Lens ແມ່ນຫຍັງ?

ໃຜຫຼາຍຄົນອາດຈະເຄີຍເຫັນໄອຄອນຮູບກ້ອງ ໃນແຖບຄົ້ນຫາຂອງ Google ຫລືແອບ Google ຊຶ່ງຈິງໆ ແລ້ວມັນຄື Google Lens ແລະເປັນແອບ Google ທີ່ເຈົ້າຄວນຮູ້ຈັກ ເພາະມັນເອົາໄວ້ຄົ້ນຫາຂໍ້ມູນດ້ວຍຮູບພາບ

Google Lens ຄືຫຍັງ?

ເປັນແອບພລິເຄຊັນຂອງ Google ທີ່ໃຫ້ບໍລິການການຮູ້ຈຳພາບແລະການຄົ້ນຫາຂໍ້ມູນຈາກພາບໃຫ້ກັບຜູ້ໃຊ້ງານ ຄຸນສົມບັດຫຼັກຂອງ Google Lens ຄືໃຫ້ຄວາມສາມາດໃນການວິເຄາະພາບທີ່ຖ່າຍຫລືສະແກນດ້ວຍກ້ອງຂອງສະມາດໂຟນ ແລະ ຄົ້ນຫາຂໍ້ມູນທີ່ກ່ຽວຂ້ອງຈາກພາບນັ້ນໃຫ້ກັບຜູ້ໃຊ້ງານໄດ້ໂດຍກົງ

Google Lens ຊ່ວຍໃຫ້ເຈົ້າຄົ້ນຫາສິ່ງທີ່ເຫັນ ແລະ ເຮັດສິ່ງຕ່າງໆ ໄດ້ວ່ອງໄວຂຶ້ນ ລວມທັງຍັງເຮັດໃຫ້ເຮົາເຂົ້າໃຈໂລກອ້ອມຕົວໄດ້ໂດຍໃຊ້ກ້ອງຖ່າຍຮູບ ແລະ ຮູບພາບ

  • ສະແກນ ແລະ ແປຂໍ້ຄວາມ: ແປຄຳສັບທີ່ເຫັນ ບັນທຶກນາມບັດໄວ້ໃນລາຍຊື່ຕິດຕໍ່ ເພີ່ມກິດຈະກຳໃນໂປດເຕີໄປຢັງປະຕິທິນ ລວມທັງຄັດລອກ ແລະ ວາງລະຫັດທີ່ຊັບຊ້ອນ ຫລື ຫຍໍ້ຫນ້າທີ່ມີຄວາມຍາວໄວ້ໃນໂທລະສັບເພື່ອຊ່ວຍປະຢັດເວລາໄດ້
  • ລະບຸຊື່ພືດ ແລະ ສັດ: ຄົ້ນຫາຊື່ພືດ ຫລື ສາຍພັນຂອງສັດທີ່ເຫັນໃນສວນສາທາລະນະ
  • ສຳຫລວດສະຖານທີ່ອ້ອມຕົວ: ລະບຸຊື່ ແລະ ເບິ່ງຂໍ້ມູນກ່ຽວກັບສະຖານທີ່ສຳຄັນ ຮ້ານອາຫານ ແລະ ໜ້າຮ້ານ ຂໍ້ເທັດຈິງທາງປະຫວັດສາດ ແລະອື່ນໆ ອີກຫລວງຫລາຍ
  • ຄົ້ນຫາລຸກທີ່ຖືກໃຈ: ຄົ້ນຫາເສື້ອຜ້າທີ່ຫນ້າສົນໃຈ ຫລື ໂຊຟາທີ່ເໝາະກັບຫ້ອງນັ່ງຫລິ້ນ ຄົ້ນຫາເສື້ອຜ້າ ເຟີນິເຈີ ແລະ ຂອງຕົກແຕ່ງເຮືອນ ຊຶ່ງຄ້າຍກັບສິ່ງທີ່ເຈົ້າມີຢູ່ແລ້ວ
  • ຮັບຂໍ້ມູນເມນູເດັດ: ເບິ່ງອາຫານຍອດນິຍົມ ໃນເມນູຂອງຮ້ານອາຫານ ໂດຍອິງຈາກຣີວິວໃນ Google Maps
  • ສະແກນໂຄ້ດ: ສະແກນຄິວອາຣ໌ໂຄ້ດ ແລະ ບາຣ໌ໂຄ້ດໄດ້ຢ່າງວ່ອງໄວ

Post a Comment

0 Comments