
ໃນຍຸກທີ່ເຮົາຕ້ອງນຳໃຫ້ທັນເຕັກໂນໂລຊີຕະຫລອດເວລາ ອາດຈະມີຫຼາຍຄົນອັບເດດບໍ່ທັນກັບສະພາບການ ແຕ່ກໍ່ມີສິ່ງທີ່ຄຽງຄູ່ກັນມາຕະຫຼອດກໍ່ຄື ແຮັກເກີ, ສ່ວນໄພອັນຕະລາຍຮູບແບບໃໝ່ທີ່ເຮົາຄວນລະວັງໃຫ້ດີຄື O.MG cable ການແຮັກຂໍ້ມູນທີ່ມາໃນຮູບແບບສາຍສາກແບັດມືຖືທີ່ມີໜ້າຕາທຳມະດາ ຈະເຮັດໃຫ້ການຂໍຢືມສາຍສາກແຕ່ລະເທື່ອຂອງທ່ານຕ້ອງກວດສອບໃຫ້ດີກວ່າເກົ່າ ເພາະພຽງແຕ່ສຽບເທົ່ານັ້ນຊີວິດກໍ່ປ່ຽນທັນທີ ຊຶ່ງໜ້າຕາຂອງສາຍສາກນີ້ກໍ່ຄືກັບສາຍສາກແບັດທີ່ເຮົາເຄີຍໃຊ້ເປັນປະຈຳຈົນໄຈ້ແຍກບໍ່ອອກ.
ສຳລັບອຸປະກອນດັ່ງກ່າວມີຮູບຮ່າງໜ້າຕາບໍ່ແຕກຕ່າງຈາກສາຍສາກ USB-C ຫລື Lightning ທຳມະດາ ແຕ່ຈຸດສຳຄັນຄືບໍລິເວນປາຍຂອງສາຍໄດ້ຝັງຕົວສົ່ງສັນຍານໄຮ້ສາຍ Access Point ຂະໜາດນ້ອຍເອົາໄວ້ ຊຶ່ງທາງຜູ້ຜະລິດໄດ້ອອກມາບອກວ່າ ທີ່ເຮັດຜະລິດຕະພັນ O.MG Cable ຂຶ້ນມາ ກໍ່ເພື່ອຈະເບິ່ງວ່າຕົນເອງນັ້ນຈະສາມາດຫຍໍ້ສ່ວນເຕັກໂນໂລຊີແບບນີ້ໃຫ້ໄດ້ນ້ອຍລົງສຸດເທົ່າໃດ ໂດຍສາຍສາກ O.MG Cable ວາງຂາຍເທິງເວັບໄຊ hak5 ໃນລາຄາພຽງ 120 – 160 ດອນລາ.
O.MG cable ມີຄວາມສາມາດຫຍງແດ່ ?
ເມື່ອສຽບປັ໊ກແລ້ວ ສາຍສາກ O.MG ຈະສ້າງ Wi-Fi hotspot ເພື່ອໃຫ້ຜູ້ໃຊ້ໄລຍະໄກສາມາດເຊື່ອມຕໍ່ໄດ້ ເມື່ອເຊື່ອມຕໍ່ແລ້ວ ບຸກຄົນນັ້ນຈະສາມາດໃຊ້ Interface ອອນລາຍ ທີ່ມາພ້ອມກັບສາຍເຄເບີນເພື່ອບັນທຶກກິດຈະກຳຈາກອຸປະກອນ ຄື:
- ຄວບຄຸມທຸກຢ່າງຈາກໄລຍະໄກດ້ວຍເວັບບຣາວເຊີ (web browser) ຄອມພິວເຕີ ຫຼື ມືຖື.
- ສາມາດພິມຂໍ້ຄວາມ ຫຼື ຄວບຄຸມຄີບອດ.
- ບັນທຶກຂໍ້ມູນຈາກການພິມ ບໍ່ວ່າຈະເປັນເລກບັນຊີ, ລະຫັດທະນາຄານ ແລະ ລະຫັດຜ່ານຕ່າງໆ.
- “ການລັກຂໍ້ມູນ” ອີກຫຼາຍຢ່າງ ເຊັ່ນ: ການລັກລະຫັດຜ່ານ Google Chrome.
ທາງດ້ານ Hak5 ເວັບໄຊຂາຍອຸປະກອນອີເລັກໂຕຣນິກ ຕັ້ງຂໍ້ສັງເກດວ່າ keylogger ສາມາດຈັດເກັບການກົດແປ້ນພິມໄດ້ເຖິງ 650,000 ເທື່ອ. ນອກຈາກນັ້ນ, ຍັງມີຄຸນສົມບັດໃນການແຮັກຂັ້ນສູງອື່ນໆອີກຫຼາຍຢ່າງ ເຖິງວ່າຈະມີໄວ້ສຳລັບເຄື່ອງທົດສອບການເຈາະຂໍ້ມູນເປັນຫຼັກ ແຕ່ໃນມື້ໜຶ່ງສາຍສາກນີ້ອາດເຖິງມືທ່ານໃນມື້ໃດມື້ຫນຶ່ງກໍ່ເປັນໄດ້.
0 ความคิดเห็น