
ມີແຈ້ງເຕືອນເວັບໄຊປອມ (www.Corona-Virus-Map[.]com) ທີ່ແຮັກເກີສ້າງເປັນແຜນທີ່ອັບເດດ ການແຜ່ກະຈາຍຂອງເຊືື້ອຈຸລະໂຣກສາຍພັນໃໝ່ 2019 ຫຼື COVID-19 (ຕາມຮູບພາບຂ້າງເທິງ) ພ້ອມຂໍ້ມູນເບິ່ງຄືໜ້າເຊື່ອຖື ເຊັ່ນ: ສະຖິຕິການເສຍຊີວິດ, ຈຳນວນຜູ້ປິ່ນປົວຫາຍດີ ແລະ ຈຳນວນຜູ້ຕິດເຊື້ອໃໝ່ ເປັນຕົ້ນ, ຊຶ່ງມີການອ້າງອີງຂໍ້ມູນຈາກມະຫາວິທະຍາໄລ John Hopkins ຂອງປະເທດອາເມລິກາ.
ຜູ້ຊ່ຽວຊານອອກມາແຈ້ງເຕືອນ
ຜູ້ຊ່ຽວຊານຈາກ Malwarebytes ແລະ Reason Labs ໄດ້ອອກມາເຕືອນ ແລະ ເຈາະເລິກລົງໄປຈົນພົບວ່າແຮັກເກີໄດ້ຫຼອກລວງໃຫ້ເຫຍື່ອ ດາວໂຫຼດແອັບພິເຄຊັ່ນ ເພື່ອຕິດຕາມສະຖານະການແຜ່ລະບາດ ແຕ່ຄວາມເປັນຈິງແລ້ວ ແມ່ນມັນແວທີ່ຊື່ “AZORult” ຊຶ່ງລັກສະນະພຶດຕິກໍາຂອງມັນແວດັ່ງກ່າວ ແມ່ນລັກເງິນດິຈິຕອນ, ເກັບຂໍ້ມູນພາບໜ້າຈໍ, ລັກຂໍ້ມູນ Cookies ຫຼື ປະຫວັດການໃຊ້ງານເວັບບຣາວເຊີ (Web Browser) ແລະ ອື່ນໆ. ດ້ວຍເຫດນີ້ ຜູ້ຊ່ຽວຊານຈຶ່ງໄດ້ແຈ້ງເຕືອນ ຜູ້ໃຊ້ງານໃຫ້ລະມັດລະວັງການດາວໂຫຼດ ຫຼື ເຂົ້າຢ້ຽມຊົມເວັບໄຊ ທີ່ກ່ຽວກັບວິກິດການໃນຄັ້ງນີ້ ແລະ ກ່ອນໜ້ານີ້ຜູ້ຊ່ຽວຊານດ້ານຄວາມປອດໄພທາງໄຊເບີຂອງ Check Point ກໍ່ເຄີຍອອກມາເຕືອນວ່າ ພົບລະຫັດຊື່ອິນເຕີເນັດ (Domain Name) ອັນຕະລາຍ ທີ່ຫຼວກລວງດ້ວຍເລື່ອງຂອງເຊືື້ອຈຸລະໂຣກສາຍພັນໃໝ່ 2019 ຫຼື COVID-19 ຫຼາຍກວ່າ 50 ລະຫັດຊື່ອິນເຕີເນັດ.ໝາຍເຫດ: ຖ້າຫາກຕ້ອງການຕິດຕາມຂ່າວສານ ການແຜ່ລະບາດຂອງເຊືື້ອຈຸລະໂຣກສາຍພັນໃໝ່ 2019 ຫຼື COVID-19 ແມ່ນສາມາດຕິດຕາມໄດ້ ຕາມເວັບໄຊລຸ່ມນີ້ :
https://google.org/crisisresponse/covid19-map ຫຼື https://coronavirus.jhu.edu/map.html
ສໍາລັບຂໍ້ມູນການແຜ່ລະບາດຂອງເຊືື້ອຈຸລະໂຣກສາຍພັນໃໝ່ 2019 ຫຼື COVID-19 ໃນ ສປປ ລາວ ແມ່ນສາມາດຕິດຕາມໄດ້ ຜ່ານໂທລະພາບແຫ່ງຊາດ ແລະ ແຈ້ງການຈາກຄະນະສະເພາະກິດ ເພື່ອປ້ອງກັນ, ຄອບຄຸມ ແລະ ແກ້ໄຂການລະບາດ ຂອງ COVID-19.
ຂໍ້ມູນຈາກ: laocert.gov.la


0 ความคิดเห็น