
Google ປະກາດແຜນການປ່ອຍອັບເດດ Chrome ເວີຊັ່ນ 110 ຊຶ່ງຈະເປັນເວີຊັ່ນສຸດທ້າຍທີ່ສະໜັບສະໜູນການໃຊ້ງານໃນລະບົບປະຕິບັດການ Windows 7 ແລະ Windows 8.1 ໃນວັນທີ 7 ກຸມພາ ປີໜ້າ
ເຖິງວ່າ Windows 7 ຈະມີອາຍຸດົນກວ່າ 13 ປີມາແລ້ວ ແລະ Microsoft ໄດ້ປະກາດຢຸດການອັບເດດເພື່ອສະໜັບສະໜູນ Windows 7 ໄປຕັ້ງແຕ່ປີ 2020 ແຕ່ຈາກການປະເມີນເມື່ອຕົ້ນປີ 2021 ຍັງມີອຸປະກອນທີ່ຣັນລະບົບປະຕິບັດການເວີຊັ່ນນີ້ຢູ່ຫລາຍກວ່າ 100 ລ້ານເຄື່ອງທົ່ວໂລກ ຊຶ່ງເທົ່າກັບວ່າຫຼັງຈາກປີໜ້າໄປເຄື່ອງຂອງໃຜທີ່ຢັງຣັນ Windows 7 ຢູ່ກໍຈະຂາດການສະໜັບສະໜູນຈາກທັງຜູ້ພັດທະນາລະບົບປະຕິບັດການເອງ ແລະ ຜູ້ພັດທະນາເວັບບຣາວເຊີລາຍໃຫຍ່
ທັງນີ້ກຳນົດການປ່ອຍ Chrome 110 ນັ້ນຖືກກຳນົດໃຫ້ຕາມຫຼັງມື້ສີ້ນສຸດໂປຣແກຣມຂະຫຍາຍເວລາການສະໜັບສະໜູນດ້ານຄວາມປອດໄພ "Extended Security Update (ESU)" ສຳລັບ Windows 7 ຊຶ່ງ Microsoft ກຳນົດມື້ສີ້ນສຸດໂປຣແກຣມ ESU ໃນວັນທີ 10 ມັງກອນ ປີໜ້າ
ໂປຣແກຣມ ESU ຂອງ Microsoft ນັ້ນໝາຍເຖິງການຂະຫຍາຍກອບເວລາເພື່ອຊ່ວຍອັບເດດລະບົບຄວາມປອດໄພໃຫ້ແກ່ລະບົບປະຕິບັດການເກົ່າທີ່ພົ້ນກຳນົດຮັບການສະໜັບສະໜູນລະບົບຫຼັກໄປອີກ 3 ປີ ຊຶ່ງໃນຊ່ວງໄລຍະເວລາຂອງໂປຣແກຣມ ESU ນັ້ນ Microsoft ຈະບໍ່ປລ່ອຍການອັບເດດອື່ນໃດນອກເໜືອຈາກລະບົບຄວາມປອດໄພເທົ່ານັ້ນ (ບໍ່ມີຟີເຈີໃໝ່ໃຫ້, ບໍ່ມີການປ່ຽນດີໄຊນ໌, ບໍ່ມີການປັບປຸງປະສິດທິພາບການເຮັດວຽກງານດ້ານອື່ນ)
0 ความคิดเห็น