ຂ່າວໃໝ່

6/recent/ticker-posts

5 ໄພຄຸກຄາມໄຊເບີທີ່ຄວນລະວັງໃນປີ 2022

  1. ການໂຈມຕີໃນ Linux ກ່ອນໜ້ານີ້ Linux ອາດບໍ່ຕົກເປັນເປົ້າຂອງແຮັກເກີເທົ່າໃດ ເນື່ອງຈາກບໍ່ໄດ້ໃຊ້ງານກັນແຜ່ຫຼາຍ ແຕ່ປະຈຸບັນສະຖານນະການໄດ້ປ່ຽນໄປແລ້ວ Linux ຖືກໃຊ້ເປັນລະບົບຫຼັງບ້ານຂອງເຄືອຂ່າຍ ແລະ ໂຊລູຊັນ Container ຂອງທັງອຸປະກອນ IoT ແລະ Mission-critical Apps ຫລາຍຂຶ້ນ ສົ່ງຜົນໃຫ້ແຮັກເກີເລີ່ມໃຫ້ຄວາມສົນໃຈໂຈມຕີລະບົບປະຕິບັດ Linux ແລະ ແອບພລິເຄຊັນທີ່ຣັນຢູ່ເທິງລະບົບເຫຼົ່ານັ້ນຫລາຍຂຶ້ນຕາມ ທີ່ໜ້າກັງວົນ ຄື ອົງກອນສ່ວນໃຫຍ່ມັກຄຸ້ນເຄີຍກັບການປົກປ້ອງລະບົບ Windows ແຕ່ມີພຽງສ່ວນນ້ອຍທີ່ພ້ອມຮັບມືກັບໄພຄຸກຄາມເທິງ Linux
  2. ການໂຈມຕີລະບົບເຄືອຂ່າຍຜ່ານດາວທຽມເມື່ອການເຊື່ອມຕໍ່ອິນເຕີເນັດຜ່ານດາວທຽມຫລາຍຂຶ້ນ ແນວໂນ້ມຂອງເຄື່ອງມືທີ່ໃຊ້ໂຈມຕີລະບົບເຫຼົ່ານີ້ເລຍເພີ່ມຂຶ້ນຕາມ ຊຶ່ງເປົ້າໝາຍຫຼັກ ຄື ອົງກອນທີ່ພຶ່ງພາການເຊື່ອມຕໍ່ຜ່ານດາວທຽມເພື່ອສະໜັບສະໜູນກິດຈະກຳທີ່ຕ້ອງການ Latency ຕ່ຳ ເຊັ່ນ ເກມອອນໄລນ໌ ຫລື ບໍລິການສຳລັບພື້ນທີ່ຫ່າງໄກ ລວມໄປເຖິງອອບຟິດພາກສະໜາມ ທໍ່ຂົນສົ່ງ ເຮືອສຳລານ ແລະ ສາຍການບິນ
  3. ການໂຈມຕີທີ່ພຸ່ງເປົ້າ Crypto Wallet Crypto Wallet ກາຍເປັນຄວາມສ່ຽງໃໝ່ຈາກການທີ່ມີມັນແວຖືກອອກແບບມາເພື່ອພຸ່ງເປົ້າຂໍ້ມູນທີ່ເກັບຢູ່ພາຍໃນຫລາຍຂຶ້ນ ເຊັ່ນ Bitcoin Private Key, Bitcoin Address, Crypto Wallet Address ຫລື ຂໍ້ມູນສຳຄັນອື່ນໆ ຈາກນັ້ນຈຶ່ງນຳຂໍ້ມູນດັ່ງກ່າວມາໃຊ້ ເພື່ອດູດເງີນອອກໄປ ການໂຈມຕີ Crypto Wallet ມັກເລີ່ມຈາກແຄມເປນ Phishing ໂດຍແນບມັນແວມາກັບໄຟລ໌ Word ແລ້ວກະຈາຍຜ່ານອີເມວໄປຢັງເປົ້າໝາຍຫຼາຍໆ ລາຍ
  4. ການໂຈມຕີລະບົບ OT Fortinet ພົບວ່າ Ransomware ພຸ່ງເປົ້າ Critical Infrastructure ຫລາຍຂຶ້ນ ຊຶ່ງ Ransomware ເຫຼົ່ານີ້ເລີ່ມຖືກຮຽກວ່າ “Killware” ເນື່ອງຈາກບາງເຫດການສົ່ງຜົນກະທົບຕໍ່ຊີວິດມະນຸດໂດຍກົງ ລວມໄປເຖິງສ້າງຄວາມເສຍຫາຍຕໍ່ລະບົບໂຮງໝໍ ທໍ່ຂົນສົ່ງ ສູນບຳບັດນ້ຳເສຍ ແລະ ໂຄງສ້າງພື້ນຖານທີ່ສຳຄັນຕໍ່ການດຳລົງຊີວິດຂອງມະນຸດອື່ນໆ
  5. ການໂຈມຕີທີ່ Edge ການເຮັດວຽກງານຈາກໄລຍະໄກທີ່ເພີ່ມຂຶ້ນເປີດຊ່ອງໃຫ້ພັຍຄຸກຄາມລຸກລ້ຳເຂົ້າມາໃນລະບົບເຄືອຂ່າຍຂອງອົງກອນໄດ້ຫລາຍຂຶ້ນ ການເພີ່ມຂອງ Network Edge ໝາຍເຖິງການມີສະຖານທີ່ ທີ່ໃຊ້ຊ່ອນໄພຄຸກຄາມປະເພດ “Living off the Land” ໄດ້ຫລາຍກວ່າເດີມ ເຕັກນິກນີ້ເຮັດໃຫ້ແຮັກເກີສາມາດໃຊ້ຊັບພະຍາກອນທີ່ Edge ເພື່ອສອດສ່ອງການເຮັດວຽກງານແລະຂໍ້ມູນເທິງ Edge ຈາກນັ້ນ ໂຈນ ໄຮແຈັກ ຫລື ຮຽກຄ່າໄຖ່ຈາກລະບົບ ແອບພລິເຄຊັນ ແລະ ຂໍ້ມູນທີ່ສຳຄັນຂອງອົງກອນໄດ້

ຂໍ້ມູນຈາກ: 

แสดงความคิดเห็น

0 ความคิดเห็น