
ເມື່ອຕິດຕັ້ງແລ້ວ ແອັບຈະບໍ່ເຮັດວຽກຫຍັງ ຈົນກວ່າຜູ້ນຳໃຊ້ຈະເຂົ້າຜ່ານໜ້າລັອກອິນຂອງ Facebook ຫາກເຫຢື່ອເຊື່ອ ຄົນຮ້າຍກໍຈະໄດ້ Credentials ຂອງເຮົາໄປ ໂດຍການອັບໂຫຼດໄປທີ່ເຊິເວີຄວບຄຸມ ຫາກລັອກອິນສຳເລັດແລ້ວ ແອັບກໍຈະມີຄວາມສາມາດພຽງແຕ່ຮັບຮູບຜູ້ໃຊ້ສົ່ງໄປທີ່ URL ‘http://color.photofuneditor.com/’ ຊຶ່ງແປງພາບສົ່ງກັບມາ ສະແດງໃນແອັບໃຫ້ຜູ້ໃຊ້ດາວໂຫຼດ ຫລື ສົ່ງໃຫ້ເພື່ອນ.
ຈຸດສັງເກດຂອງແອັບມີຫຼາຍຈຸດຄື: ໂດຍໜ້າທີ່ການເຮັດວຽກຂອງແອັບແລ້ວ ບໍ່ຈຳເປັນຕ້ອງຂໍໃຫ້ລັອກອິນ Facebook ກໍໄດ້ ແຕ່ແອັບກັບຢືນຢັນໃຫ້ລັອກອິນເປັນຄັ້ງທຳອິດ ຊຶ່ງເຫຍື່ອຫຼາຍຄົນຫຼົງເຊື່ອ ສຸດທ້າຍແລ້ວ Pradeo ໄດ້ແຈ້ງໄປທີ່ Google Play ເພື່ອໃຫ້ຈັດການກັບແອັບນີ້ແລ້ວ ໂດຍຂ່າວນີ້ ເພື່ອເປັນອຸທາຫອນເຕືອນໃຫ້ຜູ້ໃຊ້ວ່າ ແອັບໃນ Play Store ແມ່ນບໍ່ໄດ້ປອດໄພສະເໝີໄປ.
ຂໍ້ແນະນຳ ແລະ ການປ້ອງກັນ
- ຕ້ອງສັງເກດກ່ອນດາວໂຫຼດ ເຊັ່ນ: ການປ້ອນຂໍ້ມູນ ແລະ ຂໍ້ມູນນັ້ນເບິ່ງແລ້ວບໍ່ກ່ຽວກັບການເຮັດວຽກຂອງແອັບ;
- ກໍລະນີທ່ານໃດ ທີ່ນຳໃຊ້ແອັບດັ່ງກ່າວໄປແລ້ວ ຕ້ອງປ່ຽນລະຫັດຜ່ານ Facebook;
- ເປີດໃຊ້ເຂົ້າລະບົບດ້ວຍສອງຂັ້ນຕອນ 2-factor ຂອງ Facebook.
0 ความคิดเห็น