ຂ່າວໃໝ່

6/recent/ticker-posts

Google Maps ເພີ່ມຟີເຈີໃໝ່ ໃນການສະແດງຄ່າທາງດ່ວນລ່ວງໜ້າ

ຈະດີຊ່ຳໃດຖ້າແອບພລິເຄຊັ່ນນຳທາງຢອດນິຍົມຢ່າງ Google Maps ຈະສາມາດບອກຄ່າທາງດ່ວນລ່ວງໜ້າໄດ້ແລ້ວ

Google Maps ເພີ່ມຄວາມສະດວກໃຫ້ກັບຜູ້ໃຊ້ງານຫລາຍຂຶ້ນ ດ້ວຍການເປີດຟີເຈີໃໝ່ລ່າສຸດ ທີ່ຈະສະແດງອັດຕາຄ່າທາງດ່ວນໃຫ້ຜູ້ໃຊ້ງານໄດ້ຮູ້ລ່ວງໜ້າ ກ່ອນຈະເຖິງດ່ານເກັບເງີນ ເພື່ອໃຫ້ທຸກຄົນໄດ້ຄິດໄລ່ ຫລື ວາງແຜນການເດິນທາງໄດ້ດີຢິ່ງຂຶ້ນນັ້ນເອງ

ຟີເຈີໃໝ່ນີ້ຈະກຽມເປີດທົດລອງໃຊ້ເທິງຖະໜົນທີ່ເກັບຄ່າຜ່ານທາງເກືອບ 2,000 ແຫ່ງໃນ 4 ປະເທດ ທັງ ສະຫະລັດອເມລິກາ ອິນເດຍ ຍີ່ປຸ່ນ ແລະ ອິນໂດນີເຊຍ ເປັນອັນດັບທຳອິດ ກ່ອນຈະເລີ່ມປ່ອຍໃຫ້ທົ່ວໂລກໄດ້ທົດລອງໃຊ້ກັນຕໍ່ໄປ ແລະ ຍັງມີຟັງຊັ່ນເສີມຫາກໃຜທີ່ບໍ່ຢາກເສຍຄ່າທາງດ່ວນ ກໍສາມາດເລືອກເສັ້ນທາງອື່ນ “Avoid tolls” ຫລື ເສັ້ນທາງຫຼີກລ້ຽງຄ່າຜ່ານທາງໄດ້ອີກດ້ວຍ ຟີເຈີໃໝ່ນີ້ຮອງຮັບການໃຊ້ງານຜ່ານໃນສະມາດໂຟນທັງ Android ແລະ iOS ຮຽກໄດ້ວ່າສະດວກສຸດໆ
ນອກຈາກຟີເຈີສະແດງອັດຕາຄ່າທາງດ່ວນແລ້ວທາງ Google Maps ກໍຢັງໄດ້ພັດທະນາຟີເຈີອື່ນໆອີກດ້ວຍທັງ

  • ການສະແດງຜົນສັນຍານໄຟຈະລາຈອນເທິງທ້ອງຖະໜົນ ເພື່ອໃຫ້ງ່າຍຕໍ່ການຂັບຂີ່ ແຈ້ງເຕືອນຜູ້ໃຊ້ງານ ແຖມເພີ່ມຄວາມປອດໄພໃຫ້ເພື່ອນຮ່ວມທາງເທິງຖະໜົນໄດ້ອີກດ້ວຍ ຮອງຮັບການໃຊ້ແບບຄົບທັງໃນ Android , iOS , Android Auto , CarPlay
  • ພັດທະນາເສັ້ນທາງໃຫ້ລະອຽດຫລາຍຂຶ້ນ ເພີ່ມລາຍລະອຽດ ອັບເດດໂຄງສ້າງອ້ອມໆ ບໍລິເວນໃຫ້ຊັດເຈນຫລາຍກວ່າເດີມ
  • Widget ເທິງ iOS ຈະສາມາດປັກໝຸດເສັ້ນທາງທີ່ໃຊ້ເລື້ອຍ ບໍ່ວ່າຈະເປັນບ້ານ ທີ່ເຮັດວຽກ ຫລື ສະຖານທີ່ສຳຄັນໆ ໃນຊີວິດເຮົາໄດ້ອີກດ້ວຍ ແລະ ຈະຮອງຮັບ ການໃຊ້ເທິງ Apple Watch ໄດ້ອີກ

ຮຽກໄດ້ວ່າເທື່ອນີ້ທາງ Google Maps ທ່ານຈັດເຕັມອອກຟີເຈີໜ້າໃຊ້ອອກມາແບບນີ້ເລື້ອຍໆ

แสดงความคิดเห็น

0 ความคิดเห็น