ໄມໂຄຣຊອບອອກWindows 11 Insider Preview Build 22533 ລຸ້ນທົດສອບຕົວທຳອິດຂອງປີເຂົ້າ Dev Channel
ການປ່ຽນແປງສຳຄັນຄືດີໄຊ flyout ຫລື ໜ້າຈໍສະແດງການປ່ຽນແປງສະຖານະຂອງຮາດແວ ເຊັ່ນ ປັບລະດັບສຽງ, ຄວາມສະຫວ່າງ, ເປີດປິດກ້ອງ, ໄມໂຄຣໂຟນ ແລະ ໂໝດ airplane ແລະ ອື່ນ ໆ ໃຫ້ເຂົ້າຊຸດກັບ Fluent Design ຂອງ Windows 11 ຊຶ່ງຈະເຫັນວ່າຍ້າຍຕຳແໜ່ງມາສະແດງທີ່ສູນກາງໜ້າຈໍ ເທີງ Taskbar ແລະ ປ່ຽນເປັນແນວນອນ ແທນຂອງເດີມທີ່ເປັນແນວຕັ້ງຊຶ່ງໃຊ້ມາຕັ້ງແຕ່ຍຸກ Windows 8
ກ່ອງ flyout ຈະຖືກສະແດງເມື່ອເຮົາກົດປຸ່ມຈາກຄີບອດເທົ່ານັ້ນ (ການຄລິກໄອຄອນສຽງທີ່ມຸມຂວາຂອງ Taskbar ຈະຢັງເຫັນແຖບຂອງຕົວເອງແບບເດີມ) ໂດຍຈະຮອງຮັບທັງ light/dark mode ຕາມທີ່ຜູ້ໃຊ້ຕັ້ງຄ່າໄວ້ດ້ວຍ
ໄມໂຄຣຊອບຢັງປັບປຸງແອບ Your Phone ທີ່ເຊື່ອມຕໍ່ພີຊີກັບມືຖື ດີໄຊໜ້າຈໍຕອນລົມໂທລະສັບໃໝ່ ສາມາດໃຊ້ໄດ້ແລ້ວໃນ Windows Insider Dev Channel ທຸກເວີຊັນ (ບໍ່ຈຳເປັນຕ້ອງເປັນ Build 22533)

ທີ່ມາ: Blognone | Microsoft
0 ความคิดเห็น