ຂ່າວໃໝ່

6/recent/ticker-posts

ຜົນສຳຫລວດຜູ້ອ່ານ Yahoo Finance ໃຫ້ Meta ເປັນບໍລິສັດບໍ່ດີທີ່ສຸດແຫ່ງປີ 2021

ເວັບໄຊ Yahoo Finance ເຮັດແບບສຳຫລວດຄົນອ່ານເພື່ອໂຫວດບໍລິສັດທີ່ດີທີ່ສຸດ ແລະ ບໍ່ດີທີ່ສຸດແຫ່ງປີ ຫຼັງປີນີ້ Microsoft ຄວ້າຕຳແໜ່ງບໍລິສັດຢອດຢ້ຽມໄປ Yahoo Finance ກໍປະກາດມອບຕຳແໜ່ງບໍລິສັດຍອດແຢ່ແຫ່ງປີ 2021 ໃຫ້ກັບ Meta ຫລື ຊື່ເດີມ Facebook

ແບບສຳຫລວດນີ້ຖືກໂພດໃນ Yahoo Finance ຊ່ວງວັນທີ 4-5 ທັນວາ ມີຜູ້ຕອບແບບສຳຫລວດ 1,541 ຄົນ ແລະ ຈາກລາຍຊື່ບໍລິສັດທັງໝົດ Meta ໄດ້ຄະແນນໂຫວດບໍລິສັດບໍ່ດີສູງທີ່ສຸດທີ່ 8% ຈາກການຖືກແສບັນຫາບໍ່ບລັອກ Hate Speech ໃຫ້ດີພໍເພາະຢ້ານ engagement ຕົກໂດຍ Frances Haugen ອາດີດພະນັກງານ ບັນຫາ ອັນກໍຣິທຶມ ທີ່ສົ່ງເສີມໃຫ້ເກີດຄວາມຮຸນແຮງ ແລະ ບັນຫາຕໍ່ສຸກຂະພາບຈິດເຍົາວະຊົນ ໂດຍໄດ້ຄະແນນໂຫວດຫລາຍກວ່າອັນດັບ 2 ຄືບໍລິສັດອີຄອມເມີດຈີນ Alibaba ເຖິງ 50%

ຢ່າງໃດກໍຕາມ ຜູ້ຕອບແບບສຳຫລວດ 30% ມອງວ່າ Meta ຢັງສາມາດແກ້ໄຂພາບຫລັກບໍລິສັດໄດ້ ຄວາມເຫັນໜຶ່ງລະບຸວ່າຫາກ Meta ຍອມຮັບ ແລະ ຂໍໂທດໃນບັນຫາທີ່ສ້າງ ລວມເຖິງບໍລິຈາກເງີນໃຫ້ກັບອົງກອນການກຸສົນທີ່ມີສ່ວນຊ່ວຍໃນການແກ້ໄຂບັນຫານັ້ນ ສ່ວນຄວາມເຫັນຜູ້ທີ່ລະບຸວ່າຖືຫຸ້ນ Meta ມອງວ່າຈະຍອມຮັບບັນຫາຕ່າງໆໄດ້ ຫາກຫຸ້ນ Meta ເຕີບໂຕຫລາຍກວ່ານີ້


ທີ່ມາ: blognone

แสดงความคิดเห็น

0 ความคิดเห็น