ຂ່າວໃໝ່

6/recent/ticker-posts

12 ແອບທີ່ບໍ່ຄວນຕິດຕັ້ງໃນ Windows 10 ແລະ ຄວນລົບອອກໄປ

12 ແອບທີ່ບໍ່ຄວນຕິດຕັ້ງໃນ Windows 10 ແລະ ຄວນທີ່ຈະລົບອອກໄປ ຫາກເຈົ້າກຳລັງລັງເລວ່າຈະກໍ່ການ uninstall ແອບຕົວໃດອອກຈາກເຄື່ອງດີ ເພາະບໍ່ມີປະໂຫຍດ ທີ່ນອກເໜືອຈາກແອບທີ່ບໍ່ຄ່ອຍໄດ້ໃຊ້ແລ້ວ ມາເບິ່ງກັນວ່າມີແອບໃດທີ່ບໍ່ຄວນຕິດຕັ້ງເພີ່ມ ແລະ ຫາກເຄື່ອງເຮົາມີແອບນັ້ນແອບໃດຄວນລົບອອກຈະດີກວ່າ ຊຶ່ງແຕ່ລະແອບນັ້ນຈະມີເຫດຜົນໃນການບໍ່ຄວນຕິດຕັ້ງ ແລະ ຄວນລົບອອກຢູ່

ວິທີເບິ່ງລາຍຊື່ແອບທັງໝົດໃນ Windows10

ກົດ Windows+i ແລ້ວເລືອກທີ່ Apps ເລືອກລາຍການຊ້າຍທີ່ Apps features ເຈົ້າຈະເຫັນລາຍຊື່ແອບທັງໝົດໃນຄອມ Windows10 ຂອງເຈົ້າ

12 ແອບທີ່ບໍ່ຄວນຕິດຕັ້ງໃນWindows10 ແລະຄວນລົບແອບນັ້ນອອກໄປ ໄດ້ແກ່

  1. Quicktime ເພາະບໍ່ມີເວີຊັນໃໝ່ມາສະໜັບສະໜູນໃນWindows ມາຕັ້ງແຕ່ປີ 2016 ແລ້ວ
  2. CCleaner ເພາະ Avast ຈັບໄດ້ວ່າ ແອບອັບເດດໂດຍບໍ່ຂໍອະນຸຍາດ ຣີສະຕາດຕົວເອງ ຊອບແວເອງກໍແພກະຈາຍມັນແວໂດຍທີ່ເຈົ້າຂອງເຄື່ອງບໍ່ຮູ້ຕົວ ຫາກຈະເຮັດຄວາມສະອາດ Windows ກໍໃຊ້ Disk Cleanup ປົກກະຕິໄດ້ເລຍ
  3. Crappy PC Cleaners ເນື່ອງຈາກຂາດປະໂຫຍດແລະອັນຕະລາຍມີແກ້ໄຂ Registry ຈົນເຮັດວຽກຜິດປົກກະຕິ
  4. uTorrent ເພາະມີໂຄສະນາຫລາຍເກີນໄປ ມີຂໍ້ສະເໜີສຳລັບຕິດຕັ້ງຊອບແວຕົວອື່ນຈົນໜ້າລຳຄານ ແລະ ຮ້າຍແຮງທີ່ສຸດເກີດຂຶ້ນໃນປີ 2015 ເມື່ອພົບວ່າແອບນີ້ລວມຢູ່ໃນຊອບແວການຂູດ cryptocurrency ໂດຍບໍ່ແຈ້ງໃຫ້ຜູ້ໃຊ້ຮູ້ດ້ວຍ
  5. Adobe Flash Player ແລະ Shockwave Player ເນື່ອງຈາກ Adobe ບໍ່ສະໜັບສະໜູນອີກຕໍ່ໄປແລ້ວ ຕິດຕັ້ງໄປມີຄວາມສ່ຽງດ້ານຄວາມປອດໄພ
  6. Java ຄວນຖອດອອກຫຼັງເວັບສ່ວນໃຫຍ່ຈະຮອງຮັບ html4 ແຕ່ວ່າຫາກເຈົ້າຢັງພັດທະນາ Android ດ້ວຍລະກໍມີບາງສ່ວນທີ່ຈຳເປັນຕ້ອງໃຊ້ Java
  7. Microsoft Silverlight ເພາະມີເວັບໄຊນ້ອຍຫລາຍໆທີ່ໃຊ້ Microsoft Silverlight ນີ້
  8. ພວກ Toolbars ແລະ ສ່ວນເສີມໃນເວັບບຣາວເຊີທີ່ບໍ່ຄ່ອຍໃຊ້ງານ ຫາກບໍ່ໄດ້ໃຊ້ເລີຍຄວນລົບອອກໄປ
  9. Coupon Printer for Windows ລົບອອກເລີຍເພາະເວັບ Coupons.com ມັນຕາຍໄປແລ້ວ
  10. ແອບແນວ Bloatware ຈາກ Windows10 ເພາະບໍ່ໄດ້ໃຊ້ແຕ່ Windows ຈັດຢັດມາໃຫ້
  11. WinRAR ເພາະບໍ່ປອດໄພ ບໍ່ແມ່ນຕົວເລືອກທີ່ດີທີ່ສຸດ ແລະ ຄວນຫັນມາໃຊ້ 7zip ປອດໄພກວ່າ ແລະ ຟຣີດ້ວຍ ຮອງຮັບທັງໄຟລ໌ .zip .rar ເຊັ່ນກັນ

ນອກຈາກ 12 ແອບທີ່ຄວນລົບອອກແລ້ວ ຄວນລົບແອບອື່ນໆໃນເຄື່ອງທີ່ເຈົ້າບໍ່ຄ່ອຍໃຊ້ງານອອກດ້ວຍ


ທີ່ມາ: it24hrs

แสดงความคิดเห็น

0 ความคิดเห็น