
ສຳລັບໃຜທີ່ຍັງບໍ່ທັນຮູ້ ໄວຣັສ Ransomware ແມ່ນຫຍັງ ?
Ransomware ເປັນໄວຣັສເອີ້ນຄ່າໄຖ່ຮູບແບບໜຶ່ງ ໂດຍຈະເຂົ້າໄປລັອກຟາຍສຳຄັນໃນເຄື່ອງ ແລະ ຮຽກຮ້ອງໃຫ້ເຈົ້າຂອງຟາຍຈ່າຍເງິນໃຫ້ ຫາກບໍ່ຈ່າຍຟາຍນັ້ນຈະຖືກລັອກ ຫຼື ລົບຖິ້ມຖາວອນ ເຖິງວ່າຈ່າຍໃຫ້ກັບໄວຣັສກໍ່ບໍ່ສາມາດຄອນເຟີມໄດ້ວ່າຈະໄດ້ຟາຍຄືນຄົບ
ສຳລັບໃຜທີ່ເປັນສາຍ ຟຣີ ລະວັງໜ້ອຍໜຶ່ງ ເພາະຕອນນີ້ນັກວິໄຈດ້ານຄວາມປອດໄພທາງໄຊເບີຄົ້ນພົບການໂຈມຕີຮູບແບບໃໝ່ຂອງ Ransomware ທີ່ໄດ້ກຳນົດເປົ້າໝາຍເປັນຜູ້ໃຊ້ງານ Mac OS ໂດຍແຜ່ກະຈາຍຜ່ານແອັບທີ່ລະເມີດລິຂະສິດ ຫຼື ໂປຣແກຣມເຖື່ອນນັ້ນເອງ
Ransomware ຕົວໃໝ່ນີ້ຊື່ວ່າ : "EvilQuest" ມັນຈະຖືກໃສ່ມາກັບໂປຣແກຣມເຖື່ອນທີ່ປ່ອຍໃຫ້ໂຫຼດໃນເນັດ ຂຶ່ງເມື່ອເຮົາຕິດຕັ້ງລົງໄປໃນເຄື່ອງ Ransomware ຈະຖືກຕິດຕັ້ງເຂົ້າໄປພ້ອມ ແລະ ປອມຕົວເປັນ CrashReporter ຂອງ google ເຮັດໃຫ້ບໍ່ຖືກສົງໄສ
ນອກຈາກມັນຈະເຂົ້າລະຫັດຟາຍເຍື່ອ ມັນຍັງສາມາດບັນທຶກແປ້ນພິມ ແລະ ສົ່ງຂໍ້ມູນກັບໄປຫາ Hacker ໄດ້ອີກ ( ມີຜົນຕໍ່ລະຫັດສຳຄັນຕ່າງໆໃນການ Login )
ວິທີປ້ອງກັນ
ຊ່ວງນີ້ໃຫ້ລີກລ່ຽງການໂຫຼດແອັບເຖື່ອນໄປກ່ອນ ແຕ່ໃຜທີ່ເສຍເງິນໃຊ້ແອັບແທ້ຢູ່ແລ້ວກໍ່ບໍ່ຕ້ອງກັງວົນເລື່ອງນີ້.
ຂໍ້ມູນຈາກ: Mtec Computer


0 ความคิดเห็น