ຂ່າວໃໝ່

6/recent/ticker-posts

ການເປີດ Dark Mode ທີ່ YouTube

Dark Mode ຫຼື Dark Theme ທີ່​ໃຜ​ຫຼາຍ​ຕ່າງ​ກໍ​ຮູ້­ຈັກ​ກັນ​ເປັນ​ຢ່າງ​ດີ ຊຶ່ງ​ມີ​ໃຫ້​ໃຊ້​ໃນ Android 9.0 (Pie) ທີ່​ຈະ​ຊ່ວຍ​ໃຫ້​ແບ​​ດ​ເຕີ​​ຣີ​ໃຊ້​ໄຟ​ນ້ອຍ​ລົງ​ສຳ​ລັບ​​ສະ​ມາດໂຟນ​ທີ່​ໃຊ້​ໜ້າ​​ຈໍ​ແບບ OLED ແລະ​ຢັງ​ເຮັດ​ໃຫ້​ໃຊ້​ງານ​ໄດ້​ດົນ​ຂຶ້ນ​ອີກ​ດ້ວຍ


ຂັ້ນຕ​ອນ​ການ​ເປີດ Dark Mode ໃນ Web YouTube​​​​

  1. ກ່ອນ​ອື່ນໃຫ້ໄປເຂົ້າໜ້າເວັບ YouTube ​ກ່ອນ​
  2. ເລືອກ​ທີ່​ໂປ​​ຣ​ໄຟ​​ລ໌​ ທີ່­ຢູ່​ດ້ານ​ເທິງ​ຂວາ​ມື​ຂອງ​ໜ້າ​​ເວັບ (ໝາຍເລກ 1)
  3. ເລືອກ​ທີ່ Dark Theme Off (ໝາຍເລກ 2)
  4. ໄປກົດປຸ່ມເປີດທີ່ສະວິດ DARK THEME​ ໃຫເປັນສີຟ້າ ກໍຈະໄດ້ໜ້າເວັບດັ່ງຮູບລຸ່ມນີ້ 
​​​​
ຄລິບ


ຂັ້ນຕ​ອນ​ການ​ເປີດ Dark Mode ທີ່ YouTube ໃນ Smart Phone​​​​

  1. ກ່ອນ​ອື່ນໃຫ້ໄປ​ເປີດ​ແອບ​​ພ​ລິ​​ເຄ​ຊັນ YouTube ຂຶ້ນ​ມາ​ກ່ອນ​
  2. ເລືອກ​ທີ່​ໂປ​​ຣ​ໄຟ​​ລ໌​ໜ້າ​ຮູບ​ຂອງ​ເຮົາ ທີ່­ຢູ່​ດ້ານ​ເທິງ​ຂວາ​ມື​ຂອງ​ໜ້າ​​ຈໍ
  3. ​ເລືອກ​ທີ່ Settings ດ້ານ​​ລຸ່ມ
  4. ​ເລືອກ​ທີ່ General ທີ່­ຢູ່​ດ້ານ​ເທິງ
  5. ຫຼັງ​ຈາກ​ນັ້ນ ເລື່ອນ​ເປີດ​ທີ່ Dark theme ພຽງ​ເທົ່າ​ນີ້​ເຮົາ​ກໍ​ສາ­ມາດ​ເບິ່ງ YouTube ໄດ້​ສະ­ບາຍ​ຕາ​ຫຼາຍຂື້ນ ເມື່ອ​ເຮົາ​ໃຊ້​ງານ​ຕອນ​​ກ​າງ​ຄືນ​

ນອກ­ຈາກ​ນີ້​ແລ້ວ Android Q ຈະ​ເພີ່ມ Force Dark ທີ່​ສາ­ມາດ​ເປີດ​ໃຊ້​ງານ​ໄດ້​ຈາກ​ຕົວ UI ໄດ້​ເລີຍ ໂດຍ​ຈະ​ເຮັດ​ໃຫ້​ແອບ​​ພ​ລິ​​ເຄ​ຊັນ​ອື່ນໆ ​​ກ​າຍ​ເປັນ Dark Mode ເຖິງ​ແມ່ນ​ວ່າ​ແອບ​​ພ​ລິ​​ເຄ​ຊັນ​ນັ້ນໆ ຈະ​ບໍ່​ຮອງ​ຮັບ​ກໍ​ຕາມ ແຕ່​ຢ່າງ­ໃດ​ກໍ​ຕາມ​ກໍ​ຄົງ​ຕ້ອງ​​ລໍ​ກັນ​ອີກ​ຈັກ​ໜ່ອຍ ​ທີ່ Android Q ແລະ ​ຟີ​ເຈີດັ່ງ​ກ່າວ​ຈະ​​​ປ່ອຍ​ໃຫ້​​​ສະ​ມາດໂຟນ​ສ່ວນ​ໃຫຍ່​ໄດ້​ໃຊ້​ງານ​ກັນ

ຄລິບ

แสดงความคิดเห็น

0 ความคิดเห็น