ຊະນິດຂອງແບບອັກສອນ (Font type)
ແບບອັກສອນທີ່ສາມາດໃຊ້ໄດ້ໃນ Photoshop ຈະມືຢູ່ກັນ 3 ແບບ ຄື
- PostScript ແບບອັກສອນແບບ PostScript ຫຼື ແບບອັກສອນແບບ Type 1 ເປັນແບບອັກສອນທີ່ຖືກອອກເເບບມາດົນແລ້ວເພື່ອໃຊ້ກັບເຄື່ອງພິມແບບ PostScript ສ່ວນໃຫຍ່ຈະຖືກເເທນທີດ້ວຍແບບອັກສອນແບບ Open Type
- TrueType ແບບອັກສອນແບບ ຖືກພັດບາໂດຍບໍລິສັດ Apple ເພີອໃຊ້ແທນອັກສອນແບບ PostScript ແບບອັກສອນແບບ TrueType ນີ້ຈະຖືກສ້າງຈາກເສັ້ນພາດແບບເວັກເຕີເຮັດໃຫ້ເມື່ອຫຍໍ້ - ຂະຫຍາຍຂະໜາດອັກສອນຈະຢັງຄົມຊັດຢູ່ສະເໝີ ເເຕ່ປະຈຸບັນຈະຖືກເເທນທີດ້ວຍອັກສອນແບບ Open Type ເຊັ່ນກັນ
- Open Type ແບບອັກສອນແບບ Open Type ຖືກພັດທະນາໂດຍບໍລິສັດ Adobe ເພືອໃຊ້ແທນອັກສອນແບບ Post Script ແລະ True Type ໂດຍກໍ່ການທັງຫມົດຄຸນລັກສະນະຂອງແບບອັກສອນທັງສອງເຂົ້ານຳກັນ
ການພີມຂໍ້ຄວາມດ້ວຍເຄື່ອງມື Type
Photoshop ມີເຄື່ອງມືໃນການພີມຂໍ້ຄວາມຢູ່ 4 ອັນນຳກັນ ແບ່ງເປັນເຄື່ອງມື Type 2 ອັນ ແລະ Type Mask ອີກ 2 ອັນ
- ເຄື່ອງມື Type
Horizontal type tool ແລະ Vertical type tool ຈະກໍ່ການໃສ່ຂໍ້ຄວາມເປັນແບບເວັກເຕີລົງໃນເລເຍີທີ່ໂປຣແກຣມສ້າງຂື້ນເອີ້ນວ່າ Type Layer ຊຶ່ງເຮົາອາດພີມຂໍ້ຄວາມໃນແນວນອນ ຫຼື ແນວຕັ້ງກໍໄດ້ ຊຶ່ງການໃສ່ຂໍ້ຄວາມລົງໃນເລເຢີເຊັ່ນນີ້ຈະເຮັດໃຫ້ເຮົາສາມາດກັບໄປແກ້ໄຂ ຫຼື ຕົກແຕ່ງໄດ້ງ່າຍ
- ເຄື່ອງມື Type Mask
Horizontal type mask tool ແລະ Vertical type mask tool ຈະໃຊ້ຂໍ້ຄວາມທີ່ເຮົາພີມລົງໄປສ້າງເປັນ Selection mask ຊຶ່ງສາມາດແປງໄປເປັນ Vector ຫຼື Pixel mask ຫຼື ໃຊ້ເປັນ Selection ປົກກະຕິໄດ້
- Options bar ຂອງເຄື່ອງມື Type
ເມື່ອເຮົາເລືອກເຄື່ອງມືໃດໜຶ່ງໃນເຄື່ອງມື Type ໃນສ່ວນຂອງ Options bar ຈະໃຫ້ເຮົາກຳນົດຄ່າຕ່າງໆໃນການພີມດັ່ງນີ້
- Orientation ໃຊ້ໃນການປ່ຽນສະລັບລະຫວ່າງຂໍ້ຄວາມໃນແນວນອນກັບແນງຕັ້ງ
- Font Family ເລືອກແບບອັກສອນ
- Style ເລືອກລັກສະນະຕົວອັກສອນ ເຊັ່ນ ຕົວໜາ ຕົວອ່ຽງ ເປັນຕົ້ນ
- Font Size ເລືອກຂະໜາດຕົວອັກສອນ
- Anti-Aliasing ເລືອກລັກສະນະການປັບຂອບຕົວອັກສອນທີ່ສະແດງໃນຈໍພາບ ຊຶ່ງອາດເປັນ
- None ບໍ່ຕ້ອງປັບຂອບ
- Sharp ປັບຂອບໃຫ້ຄົມແຈ້ງ
- Crisp ປັບຂອບໃຫ້ຄົມແຈ້ງກວ່າ Sharp
- Strong ປັບຂອບໃຫ້ຄົມແຈ້ງທີ່ສຸດ
- Smooth ປັບຂອບໃຫ້ນຽນລຽບ
- Alignment ເລືອກການຈັດວາງຂໍ້ຄວາມ ເຊັ່ນ ຊິດຊ້າຍ, ເຄິ່ງກາງ ຫຼື ຊິດຂວາ ເປັນຕົ້ນ
- Color ເລືອກສີຕົວອັກສອນ
- Warp ໃສ່ເອຟເຟກໃຫ້ກັບຕົວອັກສອນ ເປີດ-ປິດພາແນວ Character/Paragraph ເພື່ອກຳນົດຄ່າ
ການພີມຂໍ້ຄວາມ
- ການພີມຂໍ້ຄວາມດ້ວຍ Horizontal Type tool
Horizontal Type tool ເປັນຕົວພີມແບບທຳມະດາ ແນວນອນ
- ຄລິກທີ່ເຄື່ອງມື Horizontal Type tool
- ເລືອກແບບອັກສອນ, ຂະໜາດ, ລັກສະນະ, ສີ, ແລະແນວການຈັດວາງ ໃນສ່ວນຂອງ Options bar
- ຄລິກເມົ້າລົງໃນພື້ນທີສ້າງງານ ໂປຣເເກຣມຈະເຮັດການສ້າງເລເຢີຂື້ນໃໝ່ເພື່ອເກັບຂໍ້ຄວາມ
- ເລີ່ມພີມຂໍ້ຄວາມໄດ້ ຫາກຕ້ອງການລົງແຖວໃໝ່ ໃຫ້ກົດ Enter ຄລິກທີ່ເຄື່ອງມືອື່ນເມື່ອພີມສຳເລັດ
0 ความคิดเห็น