ຈາກບົດຄວາມທີ່ແລ້ວ (ສ້າງລາຍໄດ້ງ່າຍໆ ຜ່ານມືຖື (Smart Phone) ຂອງທ່ານເອງ ດ້ວຍນຳໃຊ້ແອັບຯ V-Pay) ເຊິ່ງທາງບໍລິສັດ VENTURE NETWORK CO.,TLD ເຂົາກໍໄດ້ມີການປັບປຸງ (Update) ທັງທີ່ເປັນເວັບໄຊທ໌ ແລະ ແອັບຯ ເພື່ອໃຫ້ມີຄວາມປອດໄພ ແລະ ເຮັດໃຫ້ການໃຊ້ງານໃຫ້ງ່າຍຂື້ນ ເຊັນ ເພີ່ມການເຂົ້າລະບົບດ້ວຍ ການສະແກນລາຍນີ້ວມື (Fingerprint), ປັບແຕ່ງໜ້າເວັບ ແລະ ໜ້າແອັບຯມີຄວາມລຽບງາຍ ໃຊ້ງານສະດວກຂື້ນ,...
VPay.la ແມ່ນຫຍັງ?
VPay.la ແມ່ນແອັບຯ ແລະ ເວັບແອັບຯສຳລັບເຕີມເງິນມູນຄ່າໂທຂອງລະບົບ V-Topup Online ພັດທະນາຂຶ້ນເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ງານ ແລະ ເພີ່ມສະດວກສະບາຍໃຫ້ທຸກຄົນໃນສັງຄົມ ບໍ່ວ່າທ່ານຈະຢູ່ໃສກໍ່ສາມາດເຕີມມູນຄ່າໂທໄດ້ຕະຫຼອດ 24 ຊົ່ວໂມງ ພ້ອມນີ້ຍັງມີສ່ວນຫຼຸດ ແລະ ຮູບແບບການເຮັດທຸລະກິດນຳບໍລິສັດໄດ້ຫຼາຍຮູບແບບ ຊຶ່ງທ່ານບໍ່ຄວນພາດ!!.
ສີ່ງທີຕ້ອງມີກ່ອນການລົງທະບຽນນຳໃຊ້
- ຕ້ອງມີບັນຊີທະນາຄານໃດໜື່ງ ເພື່ອໂອນເງິນສັ່ງຊື້ພ້ອຍ (Point) ຫຼື ສັ່ງຊື້ມູນຄ່າໂທຈາກບໍລິສັດ.
- ຕ້ອງມີມືຖື ສະມາດໂຟນ ຫຼື ແທັບເລດ ຫຼື ຄອມພິວເຕີ...
ຮູບແບບການລົງທະບຽນນຳໃຊ້
ຮູບແບບການລົງທະບຽນນຳໃຊ້ ມີ 02 ຮູບແບບຄື:
- ການລົງທະບຽນນຳໃຊ້ ຮູບແບບບໍ່ເສຍຄ່າລົງທະບຽນ, ຫາກທ່ານເຕີມມູນຄ່າໂທ ຫຼື ຂາຍມູນຄ່າໂທ ທຸກໆຄັ້ງ ແມ່ນໄດ້ຮັບສ່ວນຫຼຸດທັນທີ 3% ການລົງທະບຽນນຳໃຊ້ຮູບແບບນີ້ແມ່ນໃຫ້ດາວໂຫຼດແອັບຂື້ນມາເສຍກ່ອນ, ຫຼັງຈາກນັ້ນໃຫ້ລົງທະບຽນນຳໃຊ້ໄດ້ເລີຍ. ພາຍຫຼັງທີລົງທະບຽນນຳໃຊ້ເລັດແລ້ວ (ສຳຄັນຕ້ອງໄດ້ຈື່ ໄອດີ ຫຼື ລະຫັດສະມາຊິກ ແລະ ລະຫັດຜ່ານຂອງທ່ານໄວ້ໃຫ້ດີ).
- (ແນະນຳ) ການລົງທະບຽນນຳໃຊ້ຮູບແບບເສຍຄ່າລົງທະບຽນ 10,000ກີບ, ຫາກທ່ານເຕີມມູນຄ່າໂທ ຫຼື ຂາຍມູນຄ່າທຸກໆຄັ້ງ ແມ່ນໄດ້ຮັບສ່ວນຫຼຸດທັນທີ 5%. ການລົງທະບຽນນຳໃຊ້ຮູບແບບເສຍຄ່າລົງທະບຽນຕ້ອງ ມີຜູ້ແນະນຳ ຫຼື ລົງທະບຽນນຳໃຊ້ຜ່ານລີ້ງຂອງຜູ້ແນະນຳສົ່ງໃຫ້, ພາຍຫຼັງລົງທະບຽນນຳໃຊ້ສຳເລັດແລ້ວ (ສິ່ງສຳຄັນຕ້ອງໄດ້ຈື່ ໄອດີ ຫຼື ລະຫັດສະມາຊິກ ແລະ ລະຫັດຜ່ານຂອງທ່ານໄວ້ໃຫ້ດີ).
ການຊຳລະ ຫຼື ຈ່າຍຄ່າເປີດນຳໃຊ້ແອັບເຕີມມູນຄ່າໂທ 10.000 ກີບ ແມ່ນໃຫ້ຊຳລະ ຫຼື ຈ່າຍໃຫ້ເຈົ້າຂອງລີ້ງ ຫຼື ຜູ່ແນະນຳຕົວທ່ານໄດ້ເລີຍ, ເພື່ອໃຫ້ຜູ້ແນະນຳທ່ານປົດລ໊ອກ ຫຼື ເປີດລະບົບໃຫ້ທ່ານໄດ້ນຳໃຊ້
ຫາກສົນໃຈຢາກລົງທະບຽນນຳໃຊ້ ສາມາດລົງທະບຽນໄດ້ ທີ່ນີ້ ຫຼື ໄປດາວໂຫລດແອັບຯ Android | iOS ຈາກນັ້ນ ເປີດແອັບຯຂື້ນມາ ແລ້ວໄປທີ່ ລົງທະບຽນ ➡ ສະໝັກແບບທຸລະກິດ ແນະນຳຈາກສະມາຊິກ ➡ QR-Code ຈາກນັ້ນ ສະແກນ QR-Code ລຸ່ມນີ້ເລີຍ
ແຈ້ງການຊຳລະຄ່າລົງທະບຽນສຳລັບລີ້ງຂ້າງເທີງນີ້ໄດ້ຈາກ ຂໍ້ມູນຕິດຕໍ່ນີ້
ການໂອນເງິນສັ່ງຊື້ພ້ອຍ (point) ຫຼື ສັ່ງຊື້ມູນຄ່າໂທ
ການໂອນເງິນສັ່ງຊື້ພ້ອຍ (point) ຫຼື ສັ່ງຊື້ມູນຄ່າໂທກັບ ບໍລິສັດ ເວ໊ນເຈີຣ໌ ເນັທເວີຣ໌ກ ຈຳກັດ. (ໃຫ້ເບີ່ງຂໍ້ມູນເລກບັນຊີຂອງບໍລິສັດໄດ້ຈາກ ( ລີ້ງນີ້ ) ຫຼື້ ໄປທີ່ເມນູ ເພີ່ມເຕີມ➡ ກ່ຽວກັບ ໃນເວັບໄຊທ໌ ຫຼື ແອັບໄດ້ເລີຍ)
ຂັ້ນຕອນການສັ່ງຊື້ມູນຄ່າໂທ ຫຼື ຊື້ Point
- ໂອນເງິນເຂົ້າບັນຊີ ບໍລິສັດ ເວ໊ນເຈີຣ໌ ເນັທເວີຣ໌ກ ຈຳກັດ ຕາມຄວາມສະດວກຂອງທ່ານ (ຢ່າລືມໃສ່ຄຳອະທິບາຍການໂອນເງິນດ້ວຍ ໄອດີ ແລະ ຊື່ຜູ້ໃຊ້ ທຸກຄັ້ງທີ່ໂອນເງິນ)
- ເກັບໃບບີນໄວ້ ( ກໍລະນີໂອນຜ່ານທະນາຄານ ) ຫຼື ແຄັບໜ້າຈໍໄວ້ ( ກໍລະນີໂອນຜ່ານແອັບມືຖື ສະມາດໂຟນ ) ເພື່ອເປັນຫຼັກຖານການໂອນເງິນ
- ເຂົ້າລະບົບ VPay.la ຜ່ານທາງແອັບຯ ຫຼື ທາງໜ້າເວັບກໍໄດ້ເພື່ອແຈ້ງການສັ່ງຊື້ພ້ອຍ (Point) ຫຼື ສັ່ງຊື້ມູນຄ່າໂທລະສັບຢູ່ໃນລະບົບ
- ໄປທີ່ V-Point ຫຼື ເມນູ ແຈ້ງສັ່ງຊື້ພອຍ ຫຼື ເຂົ້າໄປເມນູ ພອຍ ➡ ແຈ້ງສັ່ງຊື້ V-POINT
- ປ້ອນຈຳນວນເງິນ ຫຼື ພ້ອຍ (Point) ທີທ່ານໄດ້ໂອນສັ່ງຊື້ນຳບໍລິສັດຕາມໃບບີນ ➡ ເລືອກທະນາຄານ➡ໃສ່ຮູບໃບບິນການໂອນເງິນ ➡ ກົດປຸ່ມ ແຈ້ງສັ່ງຊື້
ໝາຍເຫດ:
ໃບບິນທີເອົາມາແຈ້ງສັ່ງຊື້ມູນຄ່າໂທ, ໃນໃບບິນທີໄດ້ແຄັບໜ້າຈໍເອົາໄວ້ນັ້ນ ຕ້ອງມີ ລະຫັດ, ຊື່ສະມາຊິກ ແລະ ວັນທີ່ເດືອນປີ ຢ່າງຊັດເຈນ ທຸກໆຄັ້ງ, ຖ້າບໍ່ມີຄວາມລະອຽດດັ່ງທີໄດ້ກ່າວມາຂ້າງເທີງນັ້ນ ລະບົບຈະບໍ່ອະນຸມັດເງິນສັ່ງຊື້ມູນຄ່າໂທເຂົ້າລະບົບຂອງທ່ານ.
ການປ່ຽນ V-Point ໄປເປັນ T-Point
ການປ່ຽນ V-Point ໄປເປັນ T-Point ເພື່ອໃຫ້ສາມາດເຕີມມູນຄ່າໂທໄດ້ ເຊິ່ງມີຂັ້ນຕອນດັ່ງນີ້:
- ໄປທີ່ T-Point ຫຼື ໄປທີ່ ລາຍການພ້ອຍ ➡ ປ່ຽນເປັນ T-Point ຫຼື ໄປທີ່ເມນູສາມຂີດ ➡ ພ້ອຍ ➡ ປ່ຽນເປັນ T-Point
- ປ້ອນຈຳນວນພ້ອຍທີ່ຕ້ອງການປ່ຽນ ( ແຕ່ຕ້ອງບໍ່ຫຼາຍເກີນຈຳນວນ V-Point ທີ່ມີຢູ່ຕົວຈີງ )
- ກົດປຸ່ມ ປ່ຽນພ້ອຍ
ແຫຼ່ງຂໍ້ມູນຈາກ: VPay.la
0 ความคิดเห็น