ກຣາບຟິກ ມາຈາກພາສາເກຼັກ ຊຶ່ງໝາຍເຖິງ ການແຕ້ມ (Graphikos) ແລະການຂຽນ (Graphein) ກຣາບຟິກ ຈຶ່ງໝາຍເຖິງ ສິນປະຫລືສາດຂະແໜງໜຶ່ງ ທີ່ສື່ຄວາມຫມາຍໂດຍໃຊ້ເສັ້ນ ພາບຂຽນ ສັນຍະລັກ ພາບຖ່າຍ ຊຶ່ງມີລັກສະນະເຫັນໄດ້ຊັດເຈນ ເຂົ້າໃຈຄວາມຫມາຍໄດ້ທັນທີ ແລະຖືກຕ້ອງກົງຕາມທີ່ຜູ້ໃຊ້ຕ້ອງການ
ຄອມພິວເຕີກຣາບຟິກ ໝາຍເຖິງ ການສ້າງ ແລະ ການຈັດການພາບກຣາບຟິກໂດຍໃຊ້ຄອມພິວເຕີ ການໃຊ້ຄອມພິວເຕີສ້າງພາບ ການຕົກແຕ່ງແກ້ໄຂພາບ ຫລື ການຈັດການກ່ຽວກັບພາບ ເຊັ່ນ ໜັງເລື່ອງ ວິດີທັດການຕົກແຕ່ງພາບຖ່າຍ ການສ້າງພາບຕາມຈິນຕະນາການ ແລະ ການໃຊ້ພາບກຣາບຟິກໃນການນຳສະເໜີຂໍ້ມູນຕ່າງໆ ເພື່ອໃຫ້ສາມາດສື່ຄວາມຫມາຍໃຫ້ຊັດເຈນ ແລະ ເຮັດຄວາມເຂົ້າໃຈໄດ້ງ່າຍກວ່າເກົ່າ ເຊັ່ນ ການນຳສະເໜີຂໍ້ມູນດ້ວຍແຜນພາບ ຫລື ກຣາບ ແທນທີ່ຈະເປັນຕາຕະລາງຂອງຕົວເລກ ຊຶ່ງໃນປະຈຸບັນມີການໃຊ້ຄອມພິວເຕີກຣາບຟິກກັບງານຫຼາກຫຼາຍດ້ານ ບໍ່ວ່າຈະເປັນງານດ້ານການສຶກສາ ງານດ້ານທຸລະກິດ ງານດ້ານການອອກແບບ ງານດ້ານບັນເທີງ ຫລື ງານດ້ານການແພດ ເປັນຕົ້ນ
0 ความคิดเห็น