
ບັນຫາຄວາມຮ້ອນ
ສ່ວນຫລາຍມັກຈະເກີດບັນຫາກັບ ຄອມພິວເຕີ ບໍ່ຄ່ອຍເຮັດຄວາມສະອາດ ຫລື ຫລິ້ນໃນຫ້ອງທີ່ອາກາດບໍ່ຖ່າຍເທ ສົ່ງຜົນໃຫ້ເກີດຄວາມຮ້ອນສະສົມສູງ ແນ່ນອນຕ້ອງສົ່ງຜົນໃຫ້ຄອມພິວເຕີນັ້ນດັບແນ່ນອນ ເພາະໃນວົງຈອນ CPU ນັ້ນເມື່ອຄວາມສູງຂຶ້ນຫລາຍຈະເຮັດໃຫ້ເຄື່ອງຄອມພິວເຕີນັ້ນໆກໍ່ການຕັດການເຮັດວຽກງານ CPU ທັນທີ ສົ່ງຜົນໃຫ້ເຄື່ອງດັບທັນທີ ສຳລັບວິທີເຊັກອຸນຫະພູມສາມາດໃຊ້ໂປຣແກຣມເບິ່ງໄດ້ຢ່າງ HWMonitor ເພື່ອເບິ່ງຄວາມຮ້ອນຂອງ CPU
ວິທີແກ້ໄຂ : ໃຫ້ເຮົາກໍ່ການໃສ່ ຊິລິໂຄນ ໃໝ່ ກໍຈະຊ່ວຍແກ້ບັນຫານີ້ໄດ້
ບັນຫາພາວເວີຊັບພລາຍ ຈ່າຍໄດ້ໄດ້ບໍ່ພຽງພໍ
ເມື່ອຫລິ້ນເກມຈະມີການໃຊ້ງານ ທີ່ສູງຂຶ້ນກວ່າປົກກະຕິ ເຮັດໃຫ້ຄອມພິວເຕີດຶງໄຟຈາກພາວເວີຊັບພລາຍຫລາຍຂຶ້ນກວ່າຕອນທີ່ຢັງບໍ່ໄດ້ຫລິ້ນເກມ ແລະ ຫາກ ພາວເວີຊັບພລາຍທີ່ເຮົາໃຊ້ງານນັ້ນ ບໍ່ມີປະສິດທິພາບຫລາຍພໍ ຫລື ມີບັນຫາອາດຈະສົ່ງຜົນໃຫ້ຈ່າຍໄຟບໍ່ທັນເຮັດໃຫ້ເຄື່ອງຄອມພິວເຕີນັ້ນ ດັບໄປໃນທັນທີ ຫລື ອາດຮ້າຍແຮງກວ່ານັ້ນ ເຖິງກັບພາວເວີຊັບພລາຍຕາຍເລີຍໃນທີ່ສຸດກໍເປັນໄດ້
ວິທີແກ້ໄຂ : ຫາພາວເວີຊັບພລາຍ ທີ່ເໝາະສົມກັບເຄື່ອງຂອງເຮົາ ແລະ ພະຍາຍາມຫຼີກລ່ຽງການໃຊ້ພາວເວີຊັບພລາຍທີ່ບໍ່ມີ 80+ ຕິດທີ່ກ່ອງ
ປັນຫາ Windows ມີບັນຫາ / ຈໍຟ້າ
ບັນຫານີ້ສ່ວນຫລາຍມັກຈະບໍ່ດັບໄປໃນທັນທີ ກໍລະນີຈໍຟ້າ ອາດຈະມີຂໍ້ຄວາມຂຶ້ນມາໃຫ້ອ່ານຫລິ້ນ ກ່ອນຈະດັບໄປ ຫລື ບາງເຄື່ອງອາດຈະຈໍຟ້າຄ້າງຢູ່ແບບນັ້ນ ຈົນຕ້ອງປິດເປີດເຄື່ອງໃໝ່ໃນທີ່ສຸດ ບັນຫານີ້ມັກພົບໄດ້ຈາກ Hardware ແລະ Software
ວິທີແກ້ໄຂ : ຫາສາເຫດອາການຈໍຟ້າ ຫລື ອາການເຄື່ອງກ່ອນດັບ ແລະ ກໍ່ການແກ້ໄຂ
ບັນຫາ Mainboard ຫລື ຮາດແວມີບັນຫາ
ປັນຫາອາການນີ້ເກີດຈາກເມນບອດຊຸດໂສມ ສາເຫດມາຈາກມີສ່ວນຫນຶ່ງສ່ວນໃດເກີດການລັດວົງຈອນເຮັດໃຫ້ກະແສໄຟຟ້າໄຫຼຮົ່ວລົງກຣາວດ໌ ໂດຍສະເພາະຈະເປັນທີ່ຕົວເກັບບັນຈຸ ຫຼື ເສັ້ນສາຍລາຍທອງແດງຊຸດໂສມ ບາງເທື່ອພົບວ່າ ໃຕ້ເມນບອດມີເສດຊາກແມງໄມ້ເຊັ່ນ ຕຸກແກຕາຍຄາຢູ່
ວິທີແກ້ໄຂ : ຫາກເມນບອດຢູ່ໃນໄລຍະເວລາປະກັນໃຫ້ທຳການເຄຣມ ຫລື ປ່ຽນເມນບອດໃໝ່ ຫລື ທຳຄວາມສະອາດເຄື່ອງຈາກນັ້ນລອງເບິ່ງໃໝ່ອີກເທື່ອ
ບັນຫາໄວຣັດ Trojan ຕ່າງໆ
ໄວຣັດຫຼາຍໆຄົນອາດເບີ່ງຂ້າມຈຸດນີ້ໄປ ເພາະບາງຄົນອາດຄິດວ່າ ບໍ່ມີໄວຣັດຕົວໃດທີ່ເຮັດໃຫ້ຄອມດັບເອງໄດ້ ແຕ່ເຊື່ອເລີຍວ່າໄວຣັດປະເພດນີ້ມີແນ່ນອນ ເພາະເປັນການໃຊ້ຄຳສັ່ງ Shutdown ແບບທີ່ເຮັດໃຫ້ເຮົາບໍ່ຮູ້ຕົວ ເມື່ອຄອມປິດເຄື່ອງກໍສົ່ງຜົນໃຫ້ເຮົາຄິດວ່າຄອມດັບເອງ ແຕ່ຄວາມຈິງແລ້ວໄວຣັດຕົວນີ້ໄປສັ່ງປິດເຄື່ອງນັ້ນເອງ
0 ความคิดเห็น