ຂ່າວໃໝ່

6/recent/ticker-posts

ວິທີໃຊ້ WhatsApp ເທິງຄອມພິວເຕີ


ເຈົ້າສາມາດໃຊ້ WhatsApp ໄດ້ທັງເທິງໂທລະສັບ ແລະ ຄອມພິວເຕີ ເຈົ້າສາມາດໃຊ້ WhatsApp ເທິງຄອມພິວເຕີໄດ້ສອງວິທີ ດັ່ງນີ້
  • WhatsApp Desktop: ແອບທີ່ເຈົ້າສາມາດດາວໂຫຼດໄດ້
  • WhatsApp Web: WhatsApp ເວີຊັນໃນບຣາວເຊີ
WhatsApp Web ແລະ WhatsApp Desktop ເປັນສ່ວນຂະຫຍາຍເທິງຄອມພິວເຕີຂອງບັນຊີ WhatsApp ຈາກໂທລະສັບຂອງເຈົ້າ ຂໍ້ຄວາມທີ່ເຈົ້າສົ່ງ ແລະ ຮັບຈະໄດ້ຮັບການຊິງຄ໌ລະຫວ່າງໂທລະສັບ ແລະ ຄອມພິວເຕີໂດຍສົມບູນ ແລະ ເຈົ້າສາມາດເຫັນຂໍ້ຄວາມທັງໝົດໄດ້ໃນອຸປະກອນທັງສອງ ການດຳເນີນການໃດໆ ໃນໂທລະສັບຈະມີຜົນກັບ WhatsApp ໃນຄອມພິວເຕີຂອງເຈົ້າ ແລະ ໃນທາງກັບກັນ

ວິທີຕິດຕັ້ງ WhatsApp Desktop

ໄປທີ່ https://www.whatsapp.com/download ຈາກບຣາວເຊີໃນຄອມພິວເຕີ ຫລື ດາວໂຫຼດຈາກ Apple App Store ສາມາດຕິດຕັ້ງ WhatsApp ໄດ້ໃນຄອມພິວເຕີເທົ່ານັ້ນຫາກລະບົບປະຕິບັດການຄື Windows 8 (ຫລືໃໝ່ກວ່າ) ຫລື macOS 10.10 (ຫລືໃໝ່ກວ່າ) ເນື່ອງຈາກ WhatsApp Desktop ເຮັດວຽກໃນເດດທັອບ ເຈົ້າຈະໄດ້ຮັບການສະໜັບສະໜູນໃນການແຈ້ງເຕືອນໃນເດດທັອບ ທາງລັດແປ້ນພິມທີ່ດີຂຶ້ນ ແລະອື່ນໆ ຫາກລະບົບປະຕິບັດການຂອງເຈົ້າບໍ່ໄດ້ຮັບການຮອງຮັບ ເຈົ້າສາມາດໃຊ້ WhatsApp ໄດ້ໃນບຣາວເຊີແທນ

ສຳ­ລັບ​ຂໍ້​ມູນ​​ເພິ່ມ​ເຕິ​​ມ​ໃນ​ການ​ຕິດ​​ຕັ້ງ WhatsApp ​ໃນຄອມ​​ພິວ​ເຕີ ​ກະ​ລຸ​ນາອ່ານບົດຄວາມນີ້

ວິທີເຂົ້າເຖິງ WhatsApp Web

ເປີດ https://web.whatsapp.com ໃນບຣາວເຊີChrome, Firefox, Opera, Safari ຫລື Edge ແລະ ສະແກນຄິວອາຣ໌ໂຄ້ດໂດຍໃຊ້ແອບ WhatsApp ໃນໂທລະສັບ ເນື່ອງຈາກຂໍ້ຈຳກັດຂອງບຣາວເຊີ ຟັງຊັນບາງຢ່າງອາດຂາດຫາຍໄປໃນ WhatsApp Web

ສຳລັບຂໍ້ມູນເພິ່ມເຕິມໃນການໃຊ້ WhatsApp Web ກະລຸນາອ່ານບົດຄວາມນີ້

แสดงความคิดเห็น

0 ความคิดเห็น