ຢ່າງທີ່ຮູ້ໆ ກັນວ່າ Windows 10 ນັ້ນມີອອກອັບເດດລຸ້ນໃຫຍ່ໆ ປີລະສອງເທື່ອ ໂດຍຈະມີເລກລູ້ນເຊັ່ນ 1703 1709 1803 1809 ແລະ ອື່ນໆ ແຕ່ຈະເຫັນວ່າຂອງທ່ານໃຊ້ລຸ້ນໃດຢູ່ ມີວິທີເບິ່ງງ່າຍໆ ດັ່ງນີ້
ວິທີແຮກຄືເບິ່ງຜ່ານ Settings
- ຄລິກທີ່ Start ແລ້ວຄລິກ Setting
- ພິມຄົ້ນຫາວ່າ about ຈະເຈີ “About your PC” ໃຫ້ຄລິກເຂົ້າໄປ
- ຈະເຫັນລຸ້ນທີ່ທ່ານໃຊ້ງານຢູ່ປະຈຸບັນ ຕາມຮູບລຸ່ມນີ້ ຖ້າບໍ່ເຫັນຕ້ອງເລື່ອນລົງຕື່ມ ເພາະໜ້າຈໍທີ່ທ່ານໃຊ້ຢູ່ອາດເປັນຈໍນ້ອຍ
ວິທີທີ່ສອງຄືເບິ່ງຜ່ານ About
- ກົດປຸ່ມຮູບໂລໂກ້ Windows ຄ້າງໄວ້ຄູ່ກັບປຸ່ມ R ທີ່ຄີບອດແລ້ວປ່ອຍ
- ພິມວ່າ winver ແລ້ວຄລິກ OK
0 ความคิดเห็น