ຂ່າວໃໝ່

6/recent/ticker-posts

ແຈກ WiFi ຈາກພີຊີງ່າຍໆ ດ້ວຍບໍ່ຈຳເປັນຕ້ອງຕິດຕັ້ງໂປຣແກຣມອື່ນເພີ່ມ



ປ່ຽນ​ພີ​ຊີ​ທີ່​ໃຊ້ Windows 10 ໃຫ້​ເປັນ​ Mobile Hotspot ​ໂດຍ​ແບ່ງ­ປັນ​ການ​ເຊື່ອມ​ຕໍ່​ອິນ​ເຕີ​​ເ​ນັດ​ຂອງ​ເຈົ້າໃຫ້​ກັບ​ອຸປະ­ກອນ​ອື່ນ​ຜ່ານ​ທາງ Wi-Fi ເຈົ້າ​ສາ­ມາດ​ແບ່ງ­ປັນ​ການ​ເຊື່ອມ​ຕໍ່ Wi-Fi ອີ​ເຕີ​​ເ​ນັດ ຫຼື ຂໍ້​ມູນ​ໂທລະ­ສັບ​ເຄື່ອນ​ທີ່​ໄດ້ ຫາກ​ພີ​ຊີ​ຂອງ​ເຈົ້າ​ແບ່ງ­ປັນ​ການ​ເຊື່ອມ​ຕໍ່​ຂໍ້​ມູນ​ເຄືອ​ຂ່າຍ​ໂທ­ລະ­ສັບ ການ​ເຊື່ອມ​ຕໍ່​ນັ້ນ​ຈະ​ໃຊ້​ຂໍ້​ມູນ​ຈາກ​ແຜນ​ບໍ­ລິ­ການ​ຂໍ້​ມູນ​ຂອງ​ເຈົ້າ


ຂັ້ນຕອນການຕັ້ງຄ່າການແຊຣ໌ WiFi

  1. ເລີ່ມກົດທີ່​ປຸ່ມ Start  > Settings
  2. ຄລິກທີ່   Network & Internet 
  3. ຄລິກທີ່   Mobile Hotpot ແລ້ວກໍຈະເຂົ້າມາໜ້າຂອງ Mobile Hotpot
  4.  ໃຫ້ເປີດການເຊື່ອມ​ຕໍ່​ອິນ​ເຕີ​​ເ​ນັດໃນຊ່ອງ Share my internet connection with other devices ໃຫ້ເປັນ On ເພື່ອ​ແບ່ງ­ປັນ Internet ຈາກ PC ຂອງທ່ານ ຫລື ກົດທີ່ນີ້ເພື່ອເປີດ​ການ​​ຕັ້ງ​ຄ່າ​ Mobile hotspot​
  5.  ຖ້າຕ້ອງການປ່ຽນຊື່ WiFi ແລະ ລະຫັດຜ່ານກໍໃຫ້ເລືອກທີ່ Edit ລຸ່ມຄຳວ່າ Network name ແລະ Network Password
  6. ​​ໃຫ້ປ້ອນ​ຊື່​ໃໝ່ໃນຊ່ອງ​​ເຄືອ​ຂ່າຍ (Network name) ແລະ ລະ­ຫັດ​ຜ່ານ (Network Password) ແລ້ວ Save

ຂັ້ນຕອນການເປີດແບ່ງ­ປັນ​ການ​ເຊື່ອມ​ຕໍ່​ອິນ​ເຕີ​​ເ​ນັດໃຫ້​ກັບ​ອຸ­ປະ­ກອນ​ອື່ນໆ

ເມື່ອ​ຕ້ອງ­ການ​ເຊື່ອມ​ຕໍ່​ກັບ​ອຸ­ປະ­ກອນ​ອື່ນໆ ໃຫ້​ໄປ​​​ຕັ້ງ​ຄ່າການເຊື່ອມຕໍ່ Wi-Fi ໃນ​ອຸ­ປະ­ກອນ​ດັ່ງ­ກ່າວ ແລ້ວຄົ້ນ​ຫາ​ຊື່​ເຄືອ​ຂ່າຍ ຫຼື ຊື່ WiFi ທີ່ໄດ້ແຊຣ໌ໄປນັ້ນ ແລ້ວເລືອກ​ເຄືອ​ຂ່າຍ​ດັ່ງ­ກ່າວ ແລະ ປ້ອນ​ລະ­ຫັດ​ຜ່ານ ຈາກ​ນັ້ນກໍກົດທີ່ປຸ່ມ​ເຊື່ອມ​ຕໍ່ ຫຼື Connect

ວິດີໂອ


แสดงความคิดเห็น

0 ความคิดเห็น