Internet of Things (IoT) ຄື ການທີ່ອຸປະກອນອິເລັກໂຕຣນິກຕ່າງໆ ສາມາດເຊື່ອມໂຢງ ຫລື ສົ່ງຂໍ້ມູນເຖິງກັນໄດ້ດ້ວຍອິນເຕີເນັດ ໂດຍບໍ່ຕ້ອງປ້ອນຂໍ້ມູນ ການເຊື່ອມໂຢງນີ້ງ່າຍຈົນເຮັດໃຫ້ເຮົາສາມາດສັ່ງການຄວບຄຸມການໃຊ້ງານອຸປະກອນອິເລັກໂຕຣນິກຕ່າງໆ ຜ່ານທາງເຄືອຂ່າຍອິນເຕີເນັດໄດ້ ໄປຈົນເຖິງການເຊື່ອມໂຢງການໃຊ້ງານອຸປະກອນອິເລັກໂຕຣນິກຕ່າງໆ ຜ່ານທາງເຄືອຂ່າຍອິນເຕີເນັດເຂົ້າກັບການໃຊ້ງານອື່ນໆ ຈົນເກີດເປັນບັນດາ Smart ຕ່າງໆ ໄດ້ແກ່ Smart Device, Smart Grid, Smart Home, Smart Network, Smart Intelligent Transportation ທັງຫຼາຍທີ່ເຮົາເຄີຍໄດ້ຍິນນັ້ນເອງ ຊຶ່ງແຕກຕ່າງຈາກໃນອາດີດທີ່ອຸປະກອນອິເລັກໂຕຣນິກເປັນພຽງສື່ກາງໃນການສົ່ງ ແລະ ສະແດງຂໍ້ມູນເທົ່ານັ້ນ
ກ່າວໄດ້ວ່າ Internet of Things ນີ້ໄດ້ແກ່ການເຊື່ອມໂຢງຂອງອຸປະກອນອັດສະລິຍະທັງຫຼາຍຜ່ານອິນເຕີເນັດທີ່ເຮົານຶກອອກ ເຊັ່ນ ແອບພລິເຄຊັນ ແວ່ນຕາກູເກີນກລາດ ເກີບທີ່ສາມາດເຊື່ອມຕໍ່ຂໍ້ມູນການແລ່ນ ທັງຄວາມໄວ ໄລຍະທາງ ສະຖານທີ່ ແລະ ສະຖິຕິໄດ້
ນອກຈາກນັ້ນ Cloud Storage ຫລື ບໍລິການຮັບຝາກໄຟລ໌ ແລະ ປະມວນຜົນຂໍ້ມູນຂອງເຈົ້າຜ່ານທາງອອນໄລນ໌ ຫລື ເຮົາເອີ້ນອີກຢ່າງວ່າ ແຫຼ່ງເກັບຂໍ້ມູນໃນກ້ອນເມກ ເປັນອີກສິ່ງໜຶ່ງທີ່ເຮົາໃຊ້ງານເລື້ອຍໆ ແຕ່ບໍ່ຮູ້ວ່າເປັນໜຶ່ງໃນຮູບແບບຂອງ Internet of Things ສະໄໝນີ້ຜູ້ໃຊ້ນິຍົມເກັບຂໍ້ມູນໄວ້ໃນກ້ອນເມກຫລາຍຂຶ້ນ ເນື່ອງຈາກມີຂໍ້ດີຫຼາຍປະການ ຄື ບໍ່ຕ້ອງຢ້ານຂໍ້ມູນສູຍຫາຍ ຫລື ຖືກໂຈລະກຳ ທັງຢັງສາມາດກຳນົດໃຫ້ເປັນແບບສ່ວນຕົວ ຫລື ສາທາລະນະກໍໄດ້ ເຂົ້າເຖິງຂໍ້ມູນໄດ້ທຸກທີ່ທຸກເວລາດ້ວຍອຸປະກອນອິເລັກໂຕຣນິກໃດໆຜ່ານເຄືອຂ່າຍອິນເຕີເນັດ ແຖມຍັງມີພື້ນທີ່ໃຊ້ສອຍຫລາຍ ມີໃຫ້ເລືອກຫຼາກຫຼາຍ ຊ່ວຍເຮົາປະຢັດຄ່າໃຊ້ຈ່າຍໄດ້ອີກດ້ວຍ ເນື່ອງຈາກເຮົາບໍ່ຕ້ອງເສຍເງີນຊື້ອຸປະກອນຈັດເກັບຂໍ້ມູນ ເຊັ່ນ ຮາດໄດຣ ຫລື Flash drive ຕ່າງໆ
ປະຫວັດຄວາມເປັນມາຂອງ Internet of Things
ຄຳວ່າ "Internet of Things" ປະກາດກຽດຕິຄຸນຈາກຜູ້ປະກອບການ Kevin Ashton ໜຶ່ງໃນຜູ້ກໍ່ຕັ້ງ Auto-ID Center ຂອງ MIT ແອດຕັນເປັນສ່ວນຫນຶ່ງຂອງທີມທີ່ຄົ້ນພົບວິທີເຊື່ອມໂຢງວັດຖຸກັບອິນເຕີເນັດຜ່ານແທັກ RFID ທ່ານໃຊ້ວະລີ“ Internet of Things” ເປັນເທື່ອແຮກໃນການນຳສະເໜີໃນປີ 1999 ແລະນັບຕັ້ງແຕ່ນັ້ນເປັນຕົ້ນມາ
ແອດຕັນອາດເປັນຄົນທຳອິດທີ່ໃຊ້ຄຳວ່າ Internet of Things ແຕ່ແນວຄິດຂອງອຸປະກອນທີ່ເຊື່ອມຕໍ່ໂດຍສະເພາະຢ່າງຢິ່ງເຄື່ອງທີ່ເຊື່ອມຕໍ່ຢູ່ເປັນເວລາດົນ ຕົວຢ່າງເຊັ່ນເຄື່ອງສື່ສານລະຫວ່າງກັນ ແລະກັນ ເນື່ອງຈາກເຄື່ອງໂທລະເລກໄຟຟ້າເຄື່ອງທຳອິດຖືກພັດທະນາຂຶ້ນໃນຊ່ວງປາຍຍຸກກ 1830 ເທກໂນໂລຢີອື່ນໆ ທີ່ປ້ອນເຂົ້າສູ່ IoT ໄດ້ແກ່ ການສົ່ງສັນຍານສຽງດ້ວຍຄື້ນວິດຍຸເທກໂນໂລຢີໄຮ້ສາຍ (Wi-Fi) ແລະ ຊອບແວການຄວບຄຸມເບິ່ງແຍງ ແລະ ການເກັບຂໍ້ມູນ (SCADA) ຈາກນັ້ນໃນປີ ພ.ສ. 2525 ເຄື່ອງໂຄ້ກດັດແປງທີ່ Carnegie Mellon University ກາຍເປັນອຸປະກອນອັດສະລິຍະເຊື່ອມຕໍ່ເຄື່ອງທຳອິດ ການໃຊ້ອີເທີເນັດທ້ອງຖິ່ນຂອງມະຫາວິທະຍາໄລ ຫລື ARPANET ຊຶ່ງເປັນຜູ້ນຳທາງອິນເທີເນັດໃນປະຈຸບັນ ນັກຮຽນສາມາດຄົ້ນຫາວ່າມີເຄື່ອງດື່ມຫຍັງ
ມື້ນີ້ເຮົາຢູ່ໃນໂລກທີ່ມີອຸປະກອນເຊື່ອມຕໍ່ IoT ຫລາຍກວ່າມະນຸດ ອຸປະກອນ ແລະ ເຄື່ອງທີ່ເຊື່ອມຕໍ່ IoT ເຫຼົ່ານີ້ມີຕັ້ງແຕ່ອຸປະກອນສວມໃສ່ເຊັ່ນ smartwatches ໄປຈົນເຖິງຊິບຕິດຕາມສິນຄ້າຄ້າງສາງ RFID ອຸປະກອນທີ່ເຊື່ອມຕໍ່ IoT ສື່ສານຜ່ານເຄືອຂ່າຍ ຫລື ແພລດຟອມໃນຄລາວດ໌ທີ່ເຊື່ອມຕໍ່ກັບ Internet of Things ຂໍ້ມູນເຊີງເລິກແບບຣຽວໄທມ໌ທີ່ລວບລວມໄດ້ຈາກ IoT ນີ້ລວບລວມຂໍ້ມູນເຊື້ອໄຟ, ແປງດິຈິຕອນ Internet of Things, ຮັບປະກັນການປ່ຽນແປງເຊີງບວກຫລວງຫລາຍກ່ຽວກັບສຸກຂະພາບ ແລະ ຄວາມປອດໄພການດຳເນີນທຸລະກິດຜົນການດຳເນີນງານຂອງອຸດສາຫະກຳ ແລະ ບັນຫາດ້ານສິ່ງແວດລ້ອມ ແລະ ດ້ານມນຸດສະທຳທົ່ວໂລກ
Internet of Things ແລະ Big Data ສຳພັນກັນຢ່າງໃດ
ປະຈຸບັນ Internet of Things ສາມາດຕອບສະຫນອງຄວາມຕ້ອງການທາງດ້ານການໃຊ້ງານຂອງເຮົາໄດ້ຫລາຍຂຶ້ນ ສາເຫດເພາະອຸປະກອນອິເລັກໂຕຣນິກຕ່າງໆມີລາຄາຖືກລົງ ເຮັດໃຫ້ເກີດການໃຊ້ງານຈິງຫລາຍຂຶ້ນ ມີການຄົ້ນພົບ Use Case ໃໝ່ໆໃນທຸລະກິດ ເຮັດໃຫ້ຜູ້ຜະລິດໄດ້ຮຽນຮູ້ ແລະ ຄອຍຖ້າແກ້ໂຈດ ເພື່ອເພີ່ມປະສິດທິພາບໃຫ້ຖືກໃຈຜູ້ໃຊ້ ກໍ່ໃຫ້ເກີດນະວັດຕະກຳໃໝ່ໆ ຢິ່ງໄປກວ່ານັ້ນ Internet of Things ມີການເຊື່ອມໂຢງກັນຢ່າງເປັນລະບົບ ເຮົາຈຶ່ງເລີ່ມເຫັນທຸລະກິດທີ່ຫັນມາໃຫ້ຄວາມສົນໃຈ Internet of Things ໃນແງ່ທີ່ມັນສາມາດຊ່ວຍແກ້ບັນຫາທາງທຸລະກິດ ທາງສັງຄົມ ແລະ ຊ່ວຍແກ້ໄຂບັນຫາຊີວິດປະຈຳວັນໄດ້ ໂດຍການນຳເອົາຂໍ້ມູນ ຫລື Big Data ເຂົ້າມາໃຊ້ໃນການພັດທະນາ ເພື່ອຕອບສະຫນອງຄວາມຕ້ອງການຂອງແຕ່ລະຮູບແບບ ເຖິງຈຸດນີ້ແລ້ວຄົງຈະສົງໄສບໍ່ວ່າ Big data ກ່ຽວຂ້ອງຢ່າງໃດກັບ Internet of Things
Big Data ຄື ຂໍ້ມູນຂະໜາດມະຫາສານທີ່ເກິດຂື້ນ ບໍ່ມີໂຄງສ້າງຊັດເຈນ ໜຶ່ງໃນຕົວຢ່າງທີ່ເຮົາຈະເຫັນໄດ້ງ່າຍຄືຂໍ້ມູນຈາກຍຸກໂຊຊຽວ ຜູ້ໃຊ້ເປັນຄົນສ້າງຂຶ້ນມາ ຊຶ່ງນອກຈາກເນື້ອຫາໃນໂລກອອນໄລນ໌ແລ້ວ ຍັງມີຂໍ້ມູນອີກປະເພດໜຶ່ງຄື ຂໍ້ມູນຈາກອຸປະກອນທີ່ເຮົາໃຊ້ ຫລື ສວມໃສ່ ເຊັ່ນ ສາຍຮັດວັດຊິບພະຈອນຕອນອອກກຳລັງກາຍ ຕົວຢ່າງເຊັ່ນ ແບຣນໄນກີ້ຕັ້ງໂຈດຂຶ້ນມາວ່າ ເຮົາຈະຮູ້ໄດ້ແນວໃດວ່າລູກຄ້າຊື້ເກີບແລ້ວນຳໄປໃສ່ແລ່ນຈີງ ແຕ່ຕອນນີ້ພິສູດໄດ້ແລ້ວເພາະວ່າໄນກີ້ໃຊ້ IoT ກັບສິນຄ້າຂອງທ່ານ ຢິ່ງໄປກວ່ານັ້ນຕອນນີ້ລູກຄ້າບໍ່ໄດ້ຜະລິດຂໍ້ມູນທີ່ນຳໄປສູ່ Big Data ຈາກການໂພສຕ໌ ຄອມເມັ້ນ ກົດໄລຄ໌ ຫລື ແຊຣ໌ພຽງຢ່າງດຽວ ແຕ່ເກີດຈາກກິດຈະກຳໃນໄລຟສະຕາຍທີ່ທຸລະກິດ ຫລື ແບຣນນຳໄປຈັບຄູ່ກັບສິນຄ້າ ແລ້ວສ້າງເປັນເນື້ອຫາທີ່ຖືກໃຈຜູ້ຮັບສານຂຶ້ນມາ ສິ່ງສຳຄັນຄື ຂໍ້ມູນພວກນີ້ບອກວ່າມີຫຍັງເກີດຂຶ້ນໄດ້ຢ່າງດຽວ ສິ່ງສຳຄັນກວ່າຄື ທຸລະກິດ ອົງກອນ ແລະ ແບຣນຕ່າງໆ ຈະປ່ຽນຂໍ້ມູນພວກນີ້ເປັນປະໂຫຍດໄດ້ຢ່າງໃດ ເຮັດຢ່າງໃດຂໍ້ມູນຈຶ່ງຈະສາມາດບອກໄດ້ວ່າ ‘ເປັນຫຍັງສິ່ງຕ່າງໆເຫຼົ່ານັ້ນເຖິງເກີດຂຶ້ນ’ ຈຸດນີ້ຈຶ່ງເຮັດໃຫ້ເຮົາຮູ້ຈັກຄວາມຕ້ອງການທີ່ແທ້ຈິງຂອງຜູ້ບໍລິໂພກ (Consumer Insight) ແລະ ຮູ້ວ່າຕ້ອງເຮັດຢ່າງໃດໃຫ້ທຸລະກິດ ຫລື ບໍລິການຂອງເຮົາຈະມີປະສິດທິພາບຢິ່ງຂຶ້ນ
ປະໂຫຍດ ແລະ ຄວາມສ່ຽງ
ເທກໂນໂລຢີ Internet of Things ມີປະໂຫຍດໃນຫຼາຍດ້ານທັງເລື່ອງການເກັບຂໍ້ມູນທີ່ແມ່ນຢຳ ແລະ ເປັນປະຈຸບັນ ຊ່ວຍລຸດຕົ້ນທືນ ແຖມຢັງຊ່ວຍເພີ່ມຜົນຜະລິດຂອງພະນັກງານ ຫລື ຜູ້ໃຊ້ງານໄດ້ ເຖິງວ່າແນວໂນ້ມຂອງ IoT ມີແຕ່ຈະເພີ່ມຂຶ້ນດ້ວຍຄຸນາປະໂຫຍດຕາມທີ່ໄດ້ກ່າວມາແລ້ວ ແຕ່ປະໂຫຍດໃດໆນັ້ນກໍມາພ້ອມກັບຄວາມສ່ຽງ ເພາະຄວາມທ້າທາຍໃນການຮັກສາຄວາມປອດໄພຂອງເຄືອຂ່າຍໃໝ່ທີ່ເກິດຂື້ນນັ້ນ ຈະຜັກດັນໃຫ້ຜູ້ຊ່ຽວຊານມີການຮັບມືທາງດ້ານຄວາມປອດໄພຫລາຍຂຶ້ນ ໃນທາງກົງກັນຂ້າມແຮກເກີ ຫລື ຜູ້ບໍ່ຫວັງດີກໍເຮັດວຽກໜັກ ເພື່ອທີ່ຈະເຂົ້າຄວບຄຸມ ໂຈມຕີເຄືອຂ່າຍ ຫລື ເອີ້ນຄ່າໄຖ່ໃນຊ່ອງໂຫວ່ທີ່ IoT ມີຢູ່ ສະນັ້ນຜູ້ຊ່ຽວຊານດ້ານຄວາມປອດໄພທາງ IoT ຈຶ່ງຈຳເປັນຕ້ອງພັດທະນາມາດຕະການ ແລະ ລະບົບຮັກສາຄວາມປອດໄພໄອທີຄອບຄູ່ກັນໄປ ເພື່ອໃຫ້ທຸລະກິດແລະ ການໃຊ້ງານ IoT ສາມາດຂັບເຄື່ອນຕໍ່ໄປໄດ້
ເຫັນຢ່າງນີ້ແລ້ວໃນອີກດ້ານໜຶ່ງ ເຮົາລອງຄິດຫລິ້ນໆວ່າຢິ່ງເກີດການເຊື່ອມຕໍ່ຫລາຍຂຶ້ນເທົ່າໃດ ກໍກໍ່ໃຫ້ເກີດສະພາວະທີ່ສົ່ງເສີມການພັດທະນານະວັດຕະກຳທີ່ຈະສົ່ງຜົນໃຫ້ມີໂອກາດເຕີບທາງເສດຖະກິດຫລາຍຂຶ້ນ ພາກທຸລະກິດ ແລະ ອົງກອນຈະຕາມຄື້ນແຫ່ງການປ່ຽນແປງນີ້ໄດ້ດີກໍຕໍ່ເມື່ອມີລະບົບຮອງຮັບທີ່ເໝາະສົມ ມີປະສິດທິພາບ ຢິ່ງຖ້າປະເທດລາວມີ 5G ເຂົ້າມາໃຊ້ຮ່ວມດ້ວຍ ທຸກຢ່າງຄົງເຊື່ອມຕໍ່ວ່ອງໄວ ແລະ ສຸດທ້າຍນຳໄປສູ່ປະໂຫຍດທີ່ຜູ້ບໍລິໂພກ ແລະ ເຈົ້າຂອງທຸລະກິດຈະໄດ້ຮັບທັງສອງຝ່າຍ ຈາກຂໍ້ມູນທີ່ຂັບເຄື່ອນດ້ວຍ IoT ຊ່ວຍໃຫ້ທຸລະກິດສາມາດກໍ່ການຕະຫລາດໃຫ້ຜະລິດຕະພັນຂອງຕົນກັບລູກຄ້າທີ່ຄາດຫວັງໄດ້ດີຢິ່ງຂຶ້ນ ເພາະການເຊື່ອມຕໍ່ຂອງ Internet of Things ຖືເປັນຕົວກຳນົດການປ່ຽນແປງຂອງເສດຖະກິດໃນອະນາຄົດໄດ້ ໃນທີ່ສຸດ Internet of Things ສົ່ງຜົນຕໍ່ການຄ້າ ແລະ ການດຳເນີນຊີວິດທົ່ວໂລກ ແລະ ຈະກາຍເປັນສິ່ງທີ່ເຮັດໃຫ້ເທກໂນໂລຢີພັດທະນາໄປໃນປີ 2020
ຂໍ້ມູນອ້າງອີງ: https://www.sas.com/



0 ความคิดเห็น