ຂ່າວໃໝ່

6/recent/ticker-posts

ເປີດ Desktop ທັນທີທີ່ມຸມຂວາລຸ່ມ


ບາງເທື່ອກໍຕ້ອງມີບ້າງທີ່ຢາກມີເວລາສ່ວນຕົວໃນເພຈເຟສບຸກແຕ່ເຈົ້ານາຍກໍຍ່າງມາຫາຖີ່ເຫຼືອເກີນ ຫຼື ບາງເທື່ອທີ່ບັນທຶກງານວາງໄວ້ເທິງເດສທອບແລ້ວເປີດໜ້າຕ່າງໄວ້ຫຼາຍໜ້າ ຈະປິດແຕ່ລະໜ້າກໍຫຼາຍເກີນໄປ ແນ່ນອນວ່ານີ້ຄືໜຶ່ງໃນຫຼາຍບັນຫາຂອງຄົນເຮັດວຽກ ຢິ່ງຖ້າເປີດໂປຣແກຣມຫຼາຍໆ ໂປຣແກຣມຂຶ້ນຫຼາຍວ່າຈະເຖິງໜ້າເດສທອບກໍຄົງໃຊ້ເວລາພໍສົມຄວນ ແຕ່ Windows ມີເທັກນິກການເປີດໜ້າເດສທອບງ່າຍໆ ພຽງຄລິກດຽວ ທີ່ສຳຄັນຕັ້ງແຕ່ Windows XP ຈົນເຖິງ Windows10 ສາມາດໃຊ້ເທັກນິກນີ້ໄດ້ໝົດດ້ວຍກົດທີ່ແຖບດ້ານຂວາລຸ່ມເທື່ອດຽວກໍຈະຍຸບທຸກໜ້າຕ່າງລົງເພື່ອເຂົ້າເຖິງໜ້າຈໍ Desktop ໂດຍສັງເກດວ່າມຸມລຸ່ມດ້ານຂວາໃກ້ໆ ໂມງຈະມີເສັ້ນຂີດກົງບາງໆ ຢູ່ນັ້ນຄືປຸ່ມເພື່ອເຂົ້າສູ່ເດສທອບ ຫຼື ຫາກຄິດວ່າຕາບໍ່ດີຍ້ານກົດຜິດກໍສາມາດຄລິກຂວາທີ່ມຸມລຸ່ມຂວາສຸດໄດ້ເຊັ່ນກັນແລ້ວເລືອກ Show Desktop ຫາກຕ້ອງການກັບມາທີ່ໜ້າຕ່າງເກົ່າທີ່ເຮັດວຽກຄ້າງໄວ້ກໍພຽງຄລິກທີ່ເກົ່າ ຫຼື ຄລິກຂວາທີ່ມຸມຄວາມລຸ່ມແລ້ວເລືອກ Show Desktop ອີກເທື່ອໜຶ່ງ

แสดงความคิดเห็น

0 ความคิดเห็น