ຂ່າວໃໝ່

6/recent/ticker-posts

ທາງ​ລັດ​ເຂົ້າ​ສູ່​ລະ­ບົບ Windows 10


ແນ່­ນອນ​ວ່າ​ໃນ Windows 10 ຈະ​ມີ​ຮູບ​ແບບ​ຄ້າຍ​ກັບ Windows 8 ແຕ່​ສຳ​ລັບ​​ຄົົນ​ທີ່​ນິ­ຍົມ​ໃຊ້ Windows XP ຫຼື Windows 7 ຄົງ​ຈະ​ງົງ​ກັບ​ຮູບ​ແບບ​ຂອງ​ປຸ່ມ​ວິນ​ໂດ​​ສ໌​ທີ່­ຢູ່​ດ້ານ​ລຸ​​ມ​ຊ້າຍ​ມື ເຖິງ​ວ່າ​ປຸ່ມ​ດັ່ງ​​ກ່າວ​ຈະ​ຖືກ​ໃສ່​ມາ​ເພື່ອ​ໃຫ້​​ຄົົນ​ທີ່​​​ຢາກ​ໃຊ້​ປຸ່ມ Start ໃນ​ວິນ​ໂດ​​ສ໌​ເວີຊັ່ນ​ເກົ່າ​ຮູ້­ສຶກ​ຄຸ້ນ​​ເ​ຄີຍ ແຕ່​ໃນ​ຄວາມ​ເປັນ​ຈິງ​ມັນ​ແທບ​ຈະ​ບໍ່​​ຄື​ເກົ່າ ແລະ​ສິ່ງ​ທີ່​ເຮັດ​ໃຫ້​​ຄົົນ​ທີ່​​ເຄີຍ​ໃຊ້​ງານ​ວິນ​ໂດສ໌​ໃນ​​ລຸ້ນ​ເກົ່າໆ ຄົງ​​​ລຳ​ຄາ​ນ​ພໍ​ສົມ​ຄວນ
ແຕ່​ຫາກ​​ຄ​ລິ​​ກ​ຂວາ​ທີ່​ປຸ່ມ​ວິນ​ໂດ​​ສ໌​ແລ້ວ ຈະ​​ພົບ​ວ່າ​ຟັງ​​​ຊັ່ນ​ຕ່າງໆ ຂອງ​ວິນ​ໂດ​​ສ໌​ຈະ​ອອກ​ມາ​ໃຫ້​ເລືອກ​ຫຼວງ­ຫຼາຍ ບໍ່​ວ່າ​ຈະ​ເປັນ​ຄຳ​ສັ່ງ Control Panel ທີ່​ບໍ່​ປາ­ກົດ​ແມ່ນ​ກົດ​ປຸ່ມ​ວິນ​ໂດ​​ສ໌ ຫຼື ການ​ເຂົ້າ​ເຖິງ​ລະ­ບົບ​ພາຍ​ໃນ​ຢ່າງ Device Manager ກໍ​ເຂົ້າ​ເຖິງ​ໄດ້​ງ່າຍ​ດ້ວຍ​ວິ­ທີ​ນີ້ ເອີ້ນ​ວ່າ​ເປັນ​ໜຶ່ງ​ເທ​​ກນິກ​ທີ່​ຊ່ວຍ​ໃຫ້​ເຮັດ​ວຽກ​ໄດ້​ໄວ​ຫຼາຍ​​ຂື້ນ

แสดงความคิดเห็น

0 ความคิดเห็น