ທຣັມປ໌ ຖະແຫຼງຫຼັງຫາລືຜູ້ນຳຈີນ ອະນຸຍາດໃຫ້ບໍລິສັດເທັກໂນໂລຢີໃນສາຫະລັດສາມາດກັບມາຄ້າຂາຍ ຈຳໜ່າຍອຸປະກອນຕ່າງໆແກ່ບໍລິສັດຫົວເວີ້ຍໄດ້ຕາມເດີມແລ້ວ
ເມື່ອ 29 ມີນາ 2019 ສຳນັກຂ່າວຊີເອັນເອັນ ແລະ ເວັບໄຊຕ໌ ເຊົາທ໌ ໄຊນາ ມໍນິ່ງ ໂພສຕ໌ ລາຍງານ ປະທານາທິບໍດີໂດນັນດ໌ ທຣັມປ໌ແຫ່ງສາຫະລັດ ຖະແຫຼງຂ່າວຫຼັງຮ່ວມປະຊຸມຫາລືລະດັບທະວິພາຄີກັບປະທານາທິບໍດີ ສີ ຈິ້ນຜິງຂອງຈີນ ໃນລະຫວ່າງການມາປະຊຸມ G20 ທີ່ນະຄອນ ໂອຊາກາ ປະເທດຍີ່ປຸ່ນ ເມື່ອວັນເສົາ ທີ່ 29 ມີນາ 2019 ວ່າ ລັດຖະບານສາຫະລັດອະນຸຍາດໃຫ້ບໍລິສັດເທັກໂນໂລຢີໃນສາຫະລັດສາມາດກັບໄປຄ້າຂາຍກັບບໍລິສັດຫົວເວີ້ຍ ບໍລິສັດຜູ້ຜະລິດອຸປະກອນເຄືອຂ່າຍ ແລະ ອຸປະກອນໂທລະຄົມນາຄົມລາຍໃຫຍ່ອັນດັບ 2 ຂອງໂລກ ສັນຊາດຈີນໄດ້ແລ້ວ ຈົນກວ່າອຸປະກອນເຫຼົ່ານັ້ນບໍ່ໄດ້ກ່ຽວຂ້ອງກັບອຸປະກອນທີ່ເປັນໄພຕໍ່ຄວາມໝັ້ນຄົງແຫ່ງຊາດຂອງສາຫະລັດ
ເຊົາທ໌ ໄຊນາ ມໍນິງ ໂພສຕ໌ ຊີ້ວ່າ ການ‘ກັບລຳ’ດັ່ງກ່າວຂອງລັດຖະບານາຫະລັດຕໍ່ຫົວເວີ້ຍ ຖືເປັນການສີ້ນສຸດຄຳສັ່ງຫ້າມບໍ່ໃຫ້ບໍລິສັດສາຫະລັດຈຳໜ່າຍອຸປະກອນໃຫ້ແກ່ຫົວເວີ້ຍ ທີ່ດຳເນີນມາຕັ້ງແຕ່ເດືອນ ພຶດສະພາ 2019 ຫຼັງຈາກລັດຖະບານສາຫະລັດໄດ້ອອກຄຳສັ່ງໃຫ້ບໍລິສັດຫົວເວີ້ຍ ຖືກຂຶ້ນບັນຊີດຳ ຕິດແບລກລິສຕ໌ ໃນລາຍຊື່ບໍລິສັດທີ່ບໍລິສັດສາຫະລັດບໍ່ສາມາດເຮັດທຸລະກິດດ້ວຍ ຫາກບໍ່ໄດ້ຮັບໃບອະນຸຍາດຈາກລັດຖະບານ ເນື່ອງຈາກເປັນໄພຕໍ່ຄວາມໝັ້ນຄົງ ຈົນເຮັດໃຫ້ບໍລິສັດສາຫະລັດທະຍອຍຕັດສຳພັນທາງການຄ້າກັບຫົວເວີ້ຍຫຼາຍບໍລິສັດ ທັງຫມົດທັງບໍລິສັດກູເກີນ
ຢ່າງໃດກໍຕາມ ເຖິງແມ່ນປະທານາທິບໍດີ ທຣັມປ໌ ໄດ້ປະກາດອະນຸຍາດໃຫ້ບໍລິສັດເທັກໂນໂລຢີໃນສາຫະລັດສາມາດກັບມາເຮັດການຄ້າຂາຍ ຈຳໜ່າຍອຸປະກອນຕ່າງໆໃຫ້ແກ່ບໍລິສັດຫົວເວີ້ຍໄດ້ແລ້ວ ທ່າການຕັດສິນໃຈກ່ຽວກັບກໍລະນີຫົວເວີ້ຍຖືກຂຶ້ນບັນຊີແບລກລິສຕ໌ດັ່ງກ່າວນັ້ນ ຢັງບໍ່ຊັດເຈນວ່າລັດຖະບານສາຫະລັດຈະຕັດສິນໃຈແບບໃດ ຊຶ່ງປະທານາທິບໍດີ ທຣັມປ໌ ຈະມີການປະຊຸມກັບຄະນະເຈົ້າໜ້າທີ່ໃນເລື່ອງນີ້ວັນອັງຄານທີ່ 2 ກໍລະກົດ 2019
ນອກຈາກນັ້ນ ປະທານາທິບໍດີ ທຣັມປ໌ ຢັງເຜີຍວ່າ ຕົນ ແລະ ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ບໍ່ໄດ້ມີການຫາລືກັນເຖິງກໍລະນີຂອງນາງສາວເໝີງ ຫວັນໂຈວ ລູກສາວຂອງນາຍເຫຣີນ ເຈີ້ງເຟີຍ ຜູ້ກໍ່ຕັ້ງ ແລະ ປະທານເຈົ້າຫນ້າທີ່ບໍລິຫານຂອງຫົວເວີ້ຍ ຊຶ່ງສານອະນຸຍາດໃຫ້ໄດ້ຮັບການປະກັນຕົວ ຫຼັງຖືກຈັບກຸມທີ່ນະຄອນແວນຄູເວີ ໃນຄານາດາ ເມື່ອ 1 ທັນວາ61 ແລະ ຕອນນີ້ ນາງສາວເໝີງ ຢູ່ລະຫວ່າງລໍການພິຈາລະນາຄະດີຈະຖືກສົ່ງຕົວມາດຳເນີນຄະດີໃນສາຫະລັດຫຼືບໍ່ ໃນຂໍ້ຫາລະເມີດມາດຕະການຄວ້ຳບາດຂອງສາຫະລັດຕໍ່ອິຣານ
ແຫຼ່ງຂ່າວຈາກ: www.thairath.co.th/news/foreign/1603215
0 ความคิดเห็น