ເລເຢີ (Layer) ເປັນທີ່ຢູ່ຂອງພາບ ຂໍ້ຄວາມ ຫຼື ວັດຖຸຕ່າງໆ ທີ່ເຮົາສ້າງຂື້ນ ຫຼື ນຳມາໃນໃຊ້ໂປຣແກຣມ Photoshop ວັດຖຸທຸກອັນຈະຕ້ອງຢູ່ໃນເລເຢີໜຶ່ງສະເໝີບໍ່ສາມາດຢູ່ດຽວໆ ໂດຍບໍ່ມີເລເຢີໄດ້ ແລະ Photoshop CS6 ໄດ້ເພີ່ມຊ່ອງສຳລັບຄົ້ນຫາເລເຢີທີ່ຈະເຮັດໃຫ້ການຄົ້ນຫາເລເຢີເຮັດໄດ້ວ່ອງໄວຫຼາຍຂື້ນ
ການເກີດພາບ ຫຼື ງານໃນໂປຣແກຣມ Photoshop ຈະເກີດຈາກການເຊື່ອງທັບກັນຂອງເລເຢີ ວັດຖຸໃນເລເຢີໃນຈະເຊື່ອງທັບວັດຖຸທີ່ຢູ່ໃນເລເຢີລຸ່ມໆ ຈົນກາຍເປັນພາບຜົນລັບຂື້ນມາ ການເຮັດວຽກຂອງເລເຢີຈືງປຽບທຽບໄດ້ກັບແຜ່ນໃສທີ່ເຊື່ອງທັບກັນຈົນເກີດເປັນພາບຕ່າງໆ ຖ້າແຜ່ນໃສດ້ານລຸ່ມເປັນພາບ ຫຼືຕົວອັກສອນ ໃນຂະນະທີ່ແຜ່ນໃສດ້ານໃນເປັນພາບໂປງໃສກໍຈະເບິ່ງທະລຸເຫັນໄປຢັງພາບຊັ້ນລຸ່ມໄດ້ ຊື່ງການເຮັດວຽກຂອງເລເຢີຈະມີພາເລັດ Layer Palette ຄວບຄຸມການເຮັດວຽກງານທຸກຢ່າງຂອງເລເຢີໄວ້ ບໍ່ວ່າຈະເປັນການຈັດລຽງລຳດັບຂອງເລເຢີ ການສ້າງເລເຢີຂື້ນໃໝ່ ດັ່ງນັ້ນກ່ອນທີ່ຜູ້ຮຽນຈະເຮັດວຽກກັບເລເຢີຜູ້ຮຽນຈະຕ້ອງຮຽນໃຊ້ພາເລັດ Layer ກ່ອນ ໂດຍໃຊ້ເມນູຄຳສັ່ງ Window ຄລິກເມົ້າທີ່ຂໍພາເລັດ Layers ຫຼັງຈາກນັ້ນຈະປາກົດ Layer Palette ໃນໂປຣແກຣມດັ່ງຮູບ
0 ความคิดเห็น