ເມື່ອສ້າງຮູບພາບ ຫຼື ຈັດການໃດໆກ່ຽວກັບຮູບພາບແລ້ວ ສິ່ງທີ່ຈຳເປັນຕໍ່ໄປກໍຄືການບັບທືກໄຟລ໌ (Save) ເຮົາສາມາດເລືອກບັນທືກໄຟລ໌ໄດ້ຫຼາກຫຼາຍຮູບແບບ ເຊັ່ນ PSD, TIFF, JPG, GIF ຫຼື BMP ເປັນຕົ້ນ ເພຶ່ອນຳໄປໃຊ້ງານໃນງານຕໍ່ໄປ ຊຶ່ງມີຂັ້ນຕອນດັ່ງຕໍ່ໄປນີ້
1) ເມື່ອສ້າງຮູບພາບ ຫຼືຈັດການແກ້ໄຂສຳເລັດແລ້ວ ເລືອກຄຳສັ່ງ File > Save As2) ໃນຊ່ອງ Save on ເລືອກໄດຣ໌ຟ/ໂຟເດີ ທີ່ຕ້ອງການຈັດເກັບຮູບ
3) ຕັ້ງຊື່ໄຟລ໌ງານໃນຊ່ອງ File name
4) ໃນຊ່ອງ Format ເລືອກຊະນິດຂອງໄຟລ໌ຮູບພາບ ວ່າຈະບັນທຶກເປັນສະກຸນໃດ
5) ໃນສ່ວນຂອງ Save Options ນັ້ນຈະເປັນທີ່ບັນທືກຄຸນສົມບັດພິເສດຂອງໄຟລ໌
6) ຄລິກ ປຸ່ມ Save
ໃນການບັນທືກຮູບພາບເຮົາຄວນຈະບັນທືກຮູບພາບໃນແບບ PSD ຂອງ Photoshop ໄວ້ທຸກຄັ້ງ ເພາະຈະຊ່ວຍໃຫ້ເຮົາສາມາດກັບມາແກ້ໄຂໄດ້ອິກ ເຮັດໃຫ້ສະດວກ ແລະວ່ອງໄວໂດຍບໍ່ຕ້ອງກັບມາເລີ່ມເຮັດໃໝ່ ການບັນທຶກໄຟລ໌ຊະນິດນີ້ຈະມີການເກັບລໍາດັບຂັ້ນຕອນການເຮັດວຽກໄວ້ຢ່າງຄົບຖ້ວນ ທັງຫມົດທັງການຈັດການວາງຊ້ອນຂອງທຸກອົງປະກອບທີ່ເອີ້ນວ່າ ເລເຢີ (Layer) ໃນຂະນະທີ່ການບັນທືກໄຟລ໌ຊະນິດອຶ່ນໆ ບໍ່ສາມາເກັບລາຍລະອຽດເຫຼົ່ານີ້ໄວ້ໄດ້ອີກທັງເລເຢີທັງໝົດກໍຈະຖືກຢຸບລວມກັນເປັນເລເຢີດຽວ ເຮັດໃຫ້ບໍ່ສາມາດກັບມາແກ້ໄຂການເຮັດວຽກໄດ້
ຄຳສັ່ງໃນ Save Option- As a Copy ບັນທືກເປັນໄຟລ໌ສຳເນົາໂດຍຄືໄຟລ໌ຂະນະນັ້ນທຸກປະການໂດຍຈະມີຄຳວ່າ Copy ຕໍ່ທ້າຍໄວ້ສະເໝີ
- Alpha Channels ໃຊ້ບັນທຶກ Channel ຂອງຮູບພາບ
- Layers ໃຊ້ບັນທືກເລເຢີ ຫຼືລຳດັບການເຮັດວຽກ
- Notes ໃຊ້ບັນທືກໝາຍເຫດ
- Spot Colors ໃຊ້ບັນທືກສີພິເສດ
- Thumbnail ໃຊ້ບັນທືກພາບຕົວຢ່າງຂະໜາດນ້ອຍເພື່ອສະແດງຕົວຢ່າງໄຟລ໌ເປັນພາບ
- Use Lower Case Extension ໃຊ້ບັນທືກສະກຸນໄຟລ໌ແບບຕົວອັກສອນພີມນ້ອຍ
0 ความคิดเห็น