ການສ້າງພາບກຣາບຟິກໂດຍໃຊ້ໂປຣແກຣມ Adobe Photoshop CS6 ຄວນຄຳນຶງເຖິງຊັບພະຍາກອນຂອງເຄື່ອງຄອມພິວເຕີດ້ວຍ ເພື່ອໃຫ້ການສ້າງງານກຣາບຟິກເປັນໄປດ້ວຍຄວາມສະດວກ ແຕ່ຖ້າສະເປກເຄື່ອງຄອມພິວເຕີຕ່ຳ ຈະເຮັດໃຫ້ບໍ່ໄດ້ຄຸນນະພາບເທົ່າທີ່ຄວນ ດັ່ງນັ້ນ ສະເປກເຄື່ອງຄອມພິວເຕີທີ່ເໝາະສົມກັບໂປຣແກຣມ Adobe Photoshop CS6 ຄວນເປັນດັ່ງນີ້
· ຄວາມໄວຂອງຊີພີຍູ (CPU) ຂັ້ນຕ່ຳ 1.8GHz ຫຼື ຫຼາຍກວ່າ
· ລະບົບປະຕິບັດການ Microsoft Windows XP Service Pack 2 (ແນະນຳໃຫ້ໃຊ້ Service Pack 3) ຫຼື Windows Vista, Windows 7, Windows 8 ແລະ Windows 10
· ຫນ່ວຍຄວາມຈຳ (Ram) 1 GB
· ພື້ນທີ່ວ່າງໃນຮາດດິດ 1GB ສຳລັບຕິດຕັ້ງໂປຣແກຣມ ແລະ ຄວນມີພື້ນທີ່ວ່າງສຳລັບການເຮັດວຽກງານອີກຢ່າງນ້ອຍ 1GB
· ຄວາມລະອຽດຂອງຈໍພາບຂັ້ນຕ່ຳ 1,024x768 (ແນະນຳໃຫ້ໃຊ້ທີ່ 1,280x800) ພ້ອມກາດຈໍ 16-bit (Video Card) ຫາກໃຊ້ Photoshop Extended ແລະ ໃຊ້ງານພາບ 3D ຄວນມີຄຸນສົມບັດຂອງ CPU-accelerated ທີ່ເຮັດວຽກຮ່ວມກັບ Shader Model 3.0 ແລະ ໃຊ້ງານກັບ OpenGL 2.0
· ໄດຣ DVD-ROM ສຳລັບໃສ່ DVD ຕິດຕັ້ງໂປຣແກຣມ
· ໂປຣແກຣມ QuickTime 7.2 ຂຶ້ນໄປ ສຳລັບການເຮັດວຽກງານກັບມັນຕິມີເດຍ ເຊັ່ນ ວິດີໂອ
· ການເຊື່ອມຕໍ່ອິນເຕີເນັດ ຖ້າຈຳເປັນຕ້ອງເຂົ້າໄປໃຊ້ບໍລິການອອນໄລນ໌ ເຊັ່ນ Help ຫຼື ດາວໂຫຼດປລັກອິນ ເປັນຕົ້ນ



0 ความคิดเห็น