ຂ່າວໃໝ່

6/recent/ticker-posts

7 ວິ­ທີ​ຊາ​​ກ​ໂທ​​​ລະ​ສັບ​ມື​ຖື​ ແລະ​​ ແ​ທັບ​​ເ​ລັດ​ໄວ​ຂື້ນ ແບ​​ດ​ເຕັມ​ໄວ​​ຂື້ນ


​​ເ​ຄີຍ​ບໍ່​ຫຼີ້ນ​​​ໂທ​ລະ​ສັບ ສ​ມາ​​ດໂຟນ ຕອນ​ເດິກ​ຈົນ​ນອນ​ຫຼັບໄປກ່ອນ ຕື່ນ​ເຊົ້າ​ມາ​ແບ​​ດ​ກໍ​ຈະ​ໝົດ​ເພ​​າະ​ລືມ​ຊາ​​ກ​ແບ​​ດ ​ແຕ່​ຕ້ອງ­ການ​ຊາ​​ກ​ໃຫ້​ແບ​​ດ​ ໃຫ້​ມີ​​​ລະ​ດັບ​ພຽງ­ພໍ​ທີ່​ຈະ​ເດິ​​ນ​ທາງ​ໄປ​ທີ່​ເຮັດ​ວຽກ ຫລື ເຮົາ​ຕ້ອງ­ການ​ຊາ​​ກ​ແບ​​ດ​ໃຫ້​ເຕັມ​ໄວໆ ບໍ່ຈຳ​ເປັນ​ຕ້ອງ​​​ລໍ​ໃຫ້​ດົນໆ​ຈະ​ເຮັດ​ແນວ​­ໃດ​? ມື້­ນີ້​​ຈຶ່ງ​ລວບ​​ລວມ​ເທັ​​ກນິກ​ການ​ຊາ​​​ກ​ແບ​​ດ​ໃນ​ຮູບ​ແບບ​ຕ່າງໆ ໃຫ້​ແບ​​ດ​ເຕັມ​ໄວ​​ຂື້ນ​ກວ່າ​ເດີມ

ສິ່ງ​ທີ່​ຕ້ອງ​ຕຽມ

1.ທີ່​​​ປັກ​ຊາ​​ກ Adaptor ແບ​​ດ​ເຕີ​​ຣີ່​ມື​ຖື​ ຫລື ​​ແ​ທັບ​​ເ​ລັດ
2. ສາຍ​​ພອດ usb ຂອງ​ອຸ­ປະ­ກອນ​ມື​ຖື ​​ແ​ທັບ​​ເ​ລັດ
3. Powerbank (ຖ້າ​ມີ)

ວິ­ທີ​ການ​ຊາ​​ກ​ມື​ຖື​ ແລະ​​ ແ​ທັບ​​ເ​ລັດ ໃຫ້​ແບ​​ດ​ເຕັມ​ໄວ​ຂື້ນ

1. ປິດເຄື່ອງ­ມື​ຖື ຫລື​ ປິດ​​ແ​ທັບ​​ເ​ລັດ ແລ້ວ​ສຽບ​ກັບ ສາຍ​ຊາ​​ກAC Adaptor ວິ­ທີ​ນີ້​ຈະ​ຊາ​​ກ​ໄວ​ທີ່​ສຸດ
​​2. ແຕ່​ຖ້າ​ຫາກ​ມີ​ເລື່ອງ​ຈຳ­ເປັນ​ຕ້ອງ​ໃຊ້​ງານ​​ສ​ະມາ​​ດໂຟນ​ ແລະ​​ ແ​ທັບ​​ເ​ລັດ​ໃນ​ການ​ພິມ​ງານ​ລະ­ຫວ່າງ​ຊາ​​ກ​ດ້ວຍ​ລະ​ກໍ ໃຫ້​ເປີດ​ໃນ​​ໂໝດ​ເຄື່ອງ​ບິນ​ແລ້ວ ​​ສຽບ​ກັບ​ສາຍ​ຊາ​​ກAC Adaptor ຊາ​ກ​ໄວ້ ກໍ​ຈະ​ຊ່ວຍ​ຊາກ​ແບ​​ດ​ໄວ​​ຂື້ນ​ໄດ້​ເຊັ່ນ​ກັນ ເພ​​າະ​ມັນ​ຈະ​ປິດ​ພວກ​ສັນ­ຍາ​ນ​​ເ​ຄືອ​ຂ່າຍ, Bluetooth , gps ,wifi , nfc ແລະ​ອື່ນໆ ຈະ​ປິດ​ທັງ​ໝົດ​ທັງ​ນີ້​ເຈົ້າ​ສາ­ມາດ​ພິມ​ງານ​ລະ­ຫວ່າງ​ຊາ​​ກແບ​​ດ​ໄດ້
​​3. ແນະ­ນຳປິດ​​ເ​ນັດ 3G, 4G ໄວ້ ກໍ​ມີ​ສ່ວນ​ໃຫ້​ຊາ​​ກ​ແບ​​ດ​ໄວ​​ຂື້ນ​ ທັງ​ຫມົດ​ເຖິງ​ປິດ​ແອບ Social Network ດ້ວຍ
4. ປິດ​ພວກ wifi ,gps , Bluetooth , NFC , ລູກ​ຫລິ້ນ​ອື່ນໆ​ໃນ​ມື​ຖື ກໍ​ມີ​ສ່ວນ​ໃຫ້​ຊາ​​ກໄຟ​ໄວ​ຂື້ນ
5. ລະ­ຫວ່າງ​ຊາ​​ກ ບໍ່​ຫລິ້ນ​ມື​ຖື​ ແລະ​​ ແ​ທັບ​​ເ​ລັດ​ ແບ​​ດ​ກໍ​ຈະ​ຊາ​​ກ​ເຕັມ​ໄວ​ກວ່າ ສຽບ​ຊາ​​ກ​ໄປ​ແລ້ວ​ຫລິ້ນ​​​ສະ​ມາ​​ດໂຟນ ​ແລະ ​​ແ​ທັບ​​ເ​ລັດ​ໄປ
6. ສຳ­ລັບ​ຜູ້​ທີ່​ຢາກ​ໄດ້​ມື​ຖື​ທີ່​ຊາ​​ກ​ໄຟ​ໄວໆ ຕ້ອງ​ລອງຫາ ໂທ​ລະ​ສັບ ​ສະມາ​​​ດໂຟນ ​ທີ່​ຮອງ​ຮັບ​ເທ​​ກ​ໂນ​ໂລ​​ຢີ fast Charge ຊຶ່ງ​ສ່ວນ​ໃຫຍ່​ຈະຢູ່​ໃນ​ຮູບ​ແບບ USB – C ຊຶ່ງ​ຕອນ​ນີ້ Android ແລະ iPhone ໃຊ້ USB – C ໃນ​ການ​ຊາ​​ກໄຟ​ແລ້ວ
7. ໃຫ້​ປິ​​ດ​ເຄື່ອງ​ແລ້ວ ໃຊ້ powerbank ໃນ​ການ​ຊາ​​ກ​ແບ​​ດ ແບ​​ດ​ມື​ຖື​ກໍ​ຈະ​ເພີ່ມ​​​ລະ​ດັບ​ໄດ້​ໄວ ທັງ​ນີ້​ການ​ເລືອກ powerbank ນັ້ນ ບໍ່​ແມ່ນ​ແຄ່​ຄວາມ​ຈຸ​​ຫຼາຍໆ ຈະ​ຕ້ອງ​ສົ່ງ​ພະ­ລັງ​ໄຟ­ຟ້າ​ຈາກ powerbank ໄປ​ຢັງ​ມື​ຖື​ໃຫ້​ໄວ​ດ້ວຍ

         ນີ້ຄື 7 ວິ­ທີ​ໃນ​ການ​ຊາ​​ກ​ແບ​​ດ​ເຕີ​​ຣີ່​ມື​ຖື ແລະ​​ ແ​ທັບ​​ເ​ລັດ​ໃຫ້​ເຕັມ​ໄວຂື້ນ ທັງ​ນີ້​ຈະ​ເຕັມ​ໄດ້​ໄວ​ຈິງ​​ບໍ່? ​ຂື້ນຢູ່​ກັບ​ໂທ​​​ລະ​ສັບ​ມື​ຖື​ ແລະ ​​ແ​ທັບ​​ເ​ລັດ​ເຈົ້າ ​ວ່າສາ­ມາດບັນ​ຈຸ​ແບ​​ດ​ຈັກ mAh ຫາກ​ອຸ­ປະ­ກອນ​ມື​ຖື​​ແ​ທັບ​​ເ​ລັດ ​ບັນຈຸ​ແບ​​ດ​ສູງ ອາດ​ຕ້ອງ​ໃຊ້​ເວ­ລາ​ການ​ຊາ​​​ກຫຼາຍ​ຂຶ້ນ​ໄປ​ອີກ

ຂໍ້ມູນຈາກ : www.it24hrs.com

แสดงความคิดเห็น

0 ความคิดเห็น