ຂ່າວໃໝ່

6/recent/ticker-posts

HTTP ແມ່ນຫຍັງ ແລະ HTTPS ແມ່ນຫຍັງ ແລະ ມັນແຕກຕ່າງກັນແນວໃດ?

HTTP ແມ່ນຫຍັງ

Hypertext Transfer Protocol (HTTP) ແມ່ນໂປໂຕຄອນ ທີ່ໃຊ້ສໍາລັບການເຜີຍແຜ່ຂໍ້ມູນ ແລະ ເປັນສື່ກາງສໍາລັບການສື່ສານ ທັງເປັນຈຸດກຳເນີດຂອງ World Wide Web ຊຶ່ງມີໂຄ້ງສ້າງເປັນຕົວອັກສອນ ແລະ ຕົວເລກ (Text) ທີ່ນໍາໃຊ້ເປັນການເຊື່ອມຕໍ່ລະຫວ່າງຂໍ້ມູນຂ່າວສານອື່ນໆ ແລະ ຖືກນໍາໃຊ້ໃນການແລກປ່ຽນຂໍ້ມູນໃນຮູບແບບມັນຕິມີເດຍ, ສາມາດເອີ້ນໃຊ້ງານຜ່ານຕົວທ່ອງເວັບເວັບໄຊຕ໌ເຊັ່ນ Firefox, Google Chrome, Safari, Opera ແລະ Microsoft Internet Explorer ເຊິ່ງຈະໄປດືງ ແລະ ແລກປ່ຽນຂໍ້ມູນກັບເຄື່ອງແມ່ຂ່າຍ (Server) ທີ່ລະບຸໄວ້ໃນ URL ຂໍ້ຂໍ້ມູນທີ່ສົ່ງໄປຈະຢູ່ໃນຮູບແບບ Plain Text ບໍ່ໄດ້ມີການເຂົ້າລະຫັດ ເຮັດໃຫ້ສາມາດຖືກດັກຈັບ ແລະ ອ່ານຂໍ້ມູນໄດ້ງ່າຍ ຈຶ່ງເຮັດໃຫ້ບໍ່ປອດໄພ

HTTPS ແມ່ນຫຍັງ ແລະ ມັນແຕກຕ່າງກັນແນວໃດ?

HTTPS ຫຼື HTTP ຜ່ານ Transport Layer Security (TLS) ຫຼື HTTP ຜ່ານ SSL ເປັນໂປໂຕຄອນທີ່ເຊື່ອມຕໍ່ກັບເຄືອຂ່າຍທີ່ມີການເຂົ້າລະຫັດຜ່ານອິນເທີເນັດ ໂດຍ HTTPS ມີ HTTP + TLS ຊຶ່ງຈຸດທີ່ສຳຄັນຄືໃນສ່ວນການກວດສອບການເຂົ້າເຖິງເວັບໄຊທ໌ ເພື່ອປົກປ້ອງ ແລະ ສ້າງຄວາມເປັນສ່ວນຕົວໃນການແລກປ່ຽນຂໍ້ມູນໂດຍກົງກັບ Web Server ເພື່ອບໍ່ໃຫ້ມີດັກຈັບເອົາຂໍ້ມູນລະຫວ່າງກາງ ຫຼື ການໂຈມຕີໃນລະຫວ່າງກາງການເຊື່ອມຕໍ່ ນອນນັ້ນ, ຍັງສາມາດເຂົ້າລະຫັດຜ່ານທັງສອງທາງ ລະຫວ່າງລູກຄ້າ (Client) ກັບ ເຄື່ອງແມ່ຂ່າຍ (Server) ເພື່ອປ້ອງກັນການປອມແປງຂໍ້ມູນ ແລະ ຍັງຮັບປະກັນວ່າການແລກປ່ຽນຂໍ້ມູນຈະບໍ່ຖືກຂັດຂວາງ ແລະ ປອມແປງຈາກຄົນອື່ນໄດ້. ເໝາະສໍາລັບທຸລະກິດ ທີ່ມີຂໍ້ມູນເປັນຄວາມລັບ ເຊັ່ນ: ການເງິນຂອງທະນາຄານ.

ຄວາມແຕກຕ່າງລະຫວ່າງ HTTP ແລະ HTTPS

ອີງໃສ່ຂໍ້ມູນຂ້າງເທິງ HTTPS ມີຂໍ້ດີຫຼາຍ ເນື່ອງຈາກການປ້ອງກັນການລັກຂໍ້ມູນໄດ້ ຜູ້ທີ່ບໍ່ຫວັງດີຈະບໍ່ສາມາດຖອດລະຫັດໄດ້. ໂດຍສະເພາະໃນທຸລະກິດຈະເຮັດໃຫ້ມີຄວາມໜ້າເຊື່ອຖືຈາກຜູ້ເຂົ້າຊົມໄດ້ ແຕ່ຂໍ້ເສຍຂອງ HTTPS ແມ່ນ ຖ້າຜ່ານທາງ CA ຫຼື ແບບບໍ່ຕ້ອງ Self-Sign ຈະມີຄ່າໃຊ້ຈ່າຍຄ່ອນຂ້າງສູງ.

ແຕ່ພວກເຮົາມີບົດຄວາມທີ່ສາມາດປ່ຽນ HTTP ໄປເປັນ HTTPS ໄດ້ຟຣີ.

แสดงความคิดเห็น

0 ความคิดเห็น