ຂ່າວໃໝ່

6/recent/ticker-posts

ລະວັງ! ພົບຈຸດອ່ອນຂອງລະບົບ IOS (IPhone) ທີ່ສາມາດເຂົ້າເຖິງຂໍ້ມູນລາຍຊື່ ແລະ ຮູບພາບ ຂະນະທີ່ເຄື່ອງຍັງລ໋ອກຢູ່


ຈາກວີດີໂອທີ່ໂພສ໌ໂດຍ EverythingApplePro ດັ່ງຂ້າງເທີງ ໂດຍອີງໃສ່ຂໍ້ມູນຈາກ iDeviceHelp ໃຫ້ເຫັນວ່າ iOS ມີຈຸດບົກຜ່ອງທີ່ເຮັດໃຫ້ ສາມາດເຂົ້າເຖິງຂໍ້ມູນລາຍຊື່ ແລະ ຮູບພາບ ໄດ້ ເຖິງແມ່ນວ່າເຄື່ອງຍັງລ໋ອກຫນ້າຈໍຢູ່ກໍ່ຕາມ. ສຳລັບຈຸດບົກຜ່ອງນີ້ ສາມາດຖືກໂຈມຕີໄດ້ໃນທຸກ iOS ແຕ່ iOS8 ເຖິງ iOS 10.1 ເຊີ່ງເປັນເວີຊັ້ນລ່າສຸດ ແລະ ກວມເອົາທຸກອຸປະກອນ iOS ນັບຕັ້ງແຕ່ iPhone 4s ຈົນເຖິງ iPhone 7 ແລະ ລວມເອົາທັງ iPad ອິກດ້ວຍ.

ສຳລັບ ວິທີການໂຈມຕີແມ່ນໃຊ້ຜ່ານທາງ Siri, Voice Over ແລະ ແອັປຂໍ້ຄວາມ ຊຶ່ງໃນວີດີໂອນີ້ແມ່ນການສາທິດໃຫ້ເຫັນເຖິງຈຸດບົກຜ່ອງທີ່ມາດມາດເຂົ້າເຖີງຂໍ້ມູນດັ່ງກ່າວ. ຊຶ່ງຕອນນີ້ທາງບໍລິສັດ Apple ຍັງບໍ່ທັນໄດ້ອອກມາລາຍງານການອັບເດດແກ້ໄຂຈຸດບົກຜ່ອງດັ່ງກ່າວ ມີການອັບເດດແກ້ໄຂແລ້ວ ຫຼືບໍ່?
ວິທີປ້ອງກັນວິທີການປ້ອງກັນທີດີທີ່ສຸດໃນຕອນນີ້ແມ່ນໃຫ້ປິດຟັງຊັນ Siri ໄວ້ກ່ອນ ລໍຖ້າທາງບໍລິສັດ Apple ອອກມາລາຍງານວ່າການອັບເດດແກ້ໄຂຈຸດບົກຜ່ອງນີ້ແລ້ວສາກ່ອນ.
ຂໍ້ມູນຈາກ: ນານາສາລະ.ເນັດ, YouTube: EverythingApplePro

แสดงความคิดเห็น

0 ความคิดเห็น