ໃນຍຸກທີ່ຂ່າວສານ ແລະ ການຕິດຕໍ່ສະດວກສະບາຍ ພຽງແຕ່ກົດສອງສາມບາດ ຂໍ້ມູນຕ່າງໆທີ່ຕ້ອງການຄົ້ນຫາ ຫລື ສົ່ງຕໍ່ ກໍ່ສາມາດເຮັດໄດ້ແລ້ວ.
ສິ່ງຫນຶ່ງທີ່ເປັນຄືດາບສອງຄົມຕາມຕິດມາກໍ່ຄືຄວາມປອດໄພ. ໃນໄລຍະທີ່ຜ່ານມານີ້ ກໍ່ມີການລະບາດຂອງ Ransome ເອີ້ນຄ່າໄຖ ໄດ້ສ້າງຄວາມເສຍຫາຍໄປທົ່ວໂລກ. ແຕ່ສຳລັບຄົນລາວເຮົາ ກໍ່ຍັງເບິ່ງຄືວ່າມັນເປັນເລື່ອງໄກໂຕ ເພາະອີງຕາມຂໍ້ມູນຈາກ ສູນສະກັດກັ້ນຄວາມປອດໄພທາງອິນເຕີເນັດແຫ່ງຊາດ ແມ່ນວ່າຍັງບໍ່ພົບມີກໍລະນີນີ້ເທື່ອ.
ແຕ່ສຳລັບແຟສ໌ບຸກ, ເຄື່ອຂ່າຍອອນລາຍທີ່ມີຜູ້ໃຊ້ເປັນອັນດັບຕົ້ນໃນປະເທດລາວ, ແມ່ນເກີດມີໃຫ້ເຫັນເລື່ອຍໆໃນກໍລະນີ ທີ່ຖືກແຮັກບັນຊີຜູ່ໃຊ້ງານ.
ມື້ນີ້ ນານາສາລະ ຈະມາສະເຫນີວິທີການປ້ອງກັນຕົນເອງແນວໃດເພື່ອໃຫ້ປອດໄພຈາກການຖືກແຮັກ.
1./ ຫມັ່ນກວດກ່ອງອີເມວຂອງໂຕເອງເລື້ອຍໆ
ສຳລັບທຸກຄົນທີ່ລົງທະບຽນບັນຊີເຟສ໌ບຸກ ແມ່ນຈຳເປັນຕ້ອງໄດ້ໃຊ້ ອີເມວ ໃນການລົງທະບຽນ. ສຳລັບ ລະບົບຂອງເຟສ໌ບຸກ ແມ່ນເມື່ອມີກິດຈະກຳຕ່າງໆ ທີ່ຫນ້າສົງໄສເກີດຂຶ້ນໃນບັນຊີຜູ່ໃຊ້ຂອງເຮົາ ເປັນຕົ້ນແມ່ນມີການເຂົ້າໃຊ້ງານຈາກຄອມພີວເຕີ ຫລື ມືຖືເຄື່ອງອື່ນ ທີ່ເຮົາບໍ່ເຄີຍໃຊ້, ລະບົບຈະສົ່ງອີເມວແຈ້ງເຕືອນ ເຂົ້າມາໃນບັນຊີອີເມວຂອງເຮົາ. ດັ່ງນັ້ນ, ການກວດເຊັກອີເມວເປັນປະຈຳກໍ່ສາມາດຊ່ວຍໃຫ້ປ້ອງກັນໄດ້ລະດັບຫນຶ່ງ.
2./ ປ່ຽນລະຫັດລ໋ອກອິນເປັນປະຈຳ
ການປ່ຽນລະຫັດລ໋ອກອິນເປັນປະຈຳກໍ່ສາມາດຊ່ວຍປ້ອງກັນໄດ້ອີກທາງຫນຶ່ງ. ເນື່ອງຈາກວ່າ ໃນກໍລະນີ ທີ່ແຮັກເກີ້ ໄດ້ຊື່ບັນຊີ ແລະ ລະຫັດໃຊ້ງານຂອງເຮົາໄປແລ້ວ ອາດຈະເປັນຈາກທາງໃດທາງຫນຶ່ງ ເປັນຕົ້ນແມ່ນຈາກການທີ່ເຮົາລືມຄລິກເຂົ້າໄປໃນລີ້ງທີ່ເປັນໄວຣັສ໌ ເຊິ່ງອາດຈະສ້າງມາໃຫ້ມີຫນ້າຕາຄ້າຍຄືກັບເວັປເຟສ໌ບຸກຂອງແທ້ ແລະ ຕົວະໃຫ້ເຮົາປ້ອນຂໍ້ມູນລ໋ອກອິນ ເຂົ້າໄປ ແຕ່ເຮົາອາດຈະບໍ່ຮູ້. ແລ້ວສະນັ້ນ ຈະສັງເກດໄດ້ແນວໃດ? ຍົກຕົວຢ່າງງ່າຍເຊັ່ນ ຖ້າຫາກຮູ້ສຶກວ່າມີກິດຈະກຳແປກໆເກີດຂຶ້ນໃນບັນຊີຜູ່ໃຊ້ເຟສ໌ບຸກຂອງຕົນເອງ ເຊັ່ນມີການໂພສ໌ລົງກຸ່ມຕ່າງໆ ໂດຍທີ່ເຮົາບໍ່ຮູ້ໂຕ, ການທີ່ເຫັນໂພສ໌ຈາກກຸ່ມແປກໆ ທີ່ເຮົາບໍ່ເຄີຍຢູ່ໃນກຸ່ມມາກ່ອນ, ແອັດມິນແນະນຳເລີຍ ໃຫ້ຮີບຟ້າວປ່ຽນລະຫັດໂດຍດ່ວນ ກ່ອນທີ່ຈະຊ້າເກີນໄປ.
3./ ອ່ານກ່ອນຄລິກ
ທຸກມື້ນີ້ ໄພຄຸກຄາມທາງອິນເຕີເນັດມາໄດ້ທຸກຮູບແບບ. ກັບດັກ ແລະ ວິທີການ ທີ່ພວກແຮັກເກີ້ ໃຊ້ເປັນປະຈຳກໍ່ແມ່ນ ຄວາມຢາກຮູ້ຢາກເຫັນຂອງເຮົາ. ແຮັກເກີອາດຈະໃສ່ລີ້ງຂອງໄວຣັສ໌ແຟງມາກັບຂ່າວສານ ຫລື ໂພສ໌ຕ່າງ ທີ່ກ່ຽວຂ້ອງກັບປະເດັນຮ້ອນຕ່າງໆເຊັ່ນ: ຂ່າວອາດຊະຍາກຳ, ອຸບັດຕິເຫດຂອງດາຣາ/ຄົນດັງ, ຮູບວາບວີວຕ່າງໆ ເຊີ່ງເຮົາເຫັນຜ່ານອາດຈະບໍ່ທັນລະວັງ ຫລື ອາດຈະຢາກຮູ້ຢາກເຫັນເລີຍເຜີຍກົດເຂົ້າໄປ. ດັ່ງນັ້ນ, ກ່ອນຈະຄລິກກົດອ່ານຫຍັງໃນແຟສ໌ບຸກ ຄວນພິຈາລະນາໃຫ້ດີສາກ່ອນ ວ່າແມ່ນຂ່າວມາຈາກແຫລ່ງທີ່ຫນ້າເຊື່ອຖືໄດ້ບໍ. ບໍ່ດັ່ງນັ້ນ ທ່ານອາດເປັນເຫຍື່ອລາຍຕໍ່ໄປທີ່ຖືກແຮັກເກີລັກເອົາບັນຊີໄປໃຊ້ເຮັດແນວບໍ່ເຫມາະສົມກໍ່ເປັນໄດ້.
4./ ຂໍ້ມູນສ່ວນໂຕ ບໍ່ແມ່ນຂໍ້ມູນສາທາລະນະ

ປະຕິເສດບໍ່ໄດ້ວ່າແຟສ໌ບຸກແມ່ນເຮັດໃຫ້ເຮົາໄດ້ເຊື່ອມຕໍ່ເຂົ້າກັບຫາ ຫມູ່ຄູ່ ຫລື ຄອບຄົວ ທີ່ບໍ່ໄດ້ເຈິະກັນ ເປັນເວລາດົນ. ເຊີ່ງຈຸດດີນີ້ກໍ່ແລກມາດ້ວຍ ຂໍ້ມູນສ່ວນໂຕຕ່າງໆ ທີ່ເຮົາຕື່ມເຂົ້າໄປເຊັ່ນ: ຊື່ ແລະ ນາມສະກຸນ (ຊື່ແທ້ຕາມເອກະສານທາງການ), ທີ່ຢູ່, ໂຮງຮຽນເກົ່າ, ບ່ອນເຮັດວຽກ, ຫລື ແມ່ນກະທັ້ງວັນເກີດ. ເຊີ່ງການເຮັດແບບນີ້ກໍ່ຄືກັນກັບເປີດປະຕູຫລັງບ້ານໄວ້ໃຫ້ໂຈນ. ຂໍ້ມູນຕ່າງໆເຫລົ່ານີ້ແມ່ນເປັນຂໍ້ມູນສຳຄັນເລີຍທີ່ແຮັກເກີສາມາດນຳໄປໃຊ້ໃນການສຸ່ມເດົາລະຫັດລັບຂອງເຮົາໄດ້ ຍົກຕົວຢ່າງເຊັ່ນ ເມື່ອເຮົາລືມລະຫັດເຂົ້າໃຊ້ງານ ລະບົບສຳລັບຣີເຊັດລະຫັດຜ່ານແມ່ນຈະຖາມຂໍ້ມູນສ່ວນໂຕເຫລົ່ານີ້ເຊັ່ນ: ຊື່ ແລະ ນາມສະກຸນ, ວັນ ເດືອນ ປີເກີດ ເປັນຕົ້ນ, ເພື່ອເປັນການຢືນຢັນຕົວຕົນເຮົາ ວ່າເຮົາເປັນເຈົ້າຂອງບັນຊີແທ້. ດັ່ງນັ້ນ, ເພື່ອຍົກລະດັບຄວາມປອດໄພຂຶ້ນ ເຮົາຄວນຈະເກັບຂໍ້ມູນເຫລົ່ານີ້ໄວ້ເປັນຄວາມລັບ.
5./ ແອັປທົດສອບຄວາມຮູ້ ແລະ ເກມທຳນາຍຕ່າງໆ ໃຫ້ໃຊ້ແບບລະມັດລະວັງ

ໃນແຕ່ລະໄລຍະ ຈະມີແອັປຈຳພວກນີ້ເກີດຂຶ້ນເປັນ viral ໃນເຄື່ອຂ່າຍອອນໄລນ໌ ຢູ່ເປັນປະຈຳ. ຍົກຕົວຢ່າງບາງແອັປທີ່ຫາກໍ່ຮິດກັນໃນຊ່ວງຜ່ານມາແມ່ນ ແອັປທີ່ຂໍອະນຸຍາດເຂົ້າເຖິງຮູບໂປຣໄຟລ໌ເຮົາ ແລ້ວໄປສຸ່ມເດົາວ່າຫນ້າເຮົາຄືດາລາຜູ່ໃດ. ເວລາໃຊ້ແອັປຈຳພວກນີ້ໃຫ້ລະມັດລະວັງ ເພາະຫລັກການເຮັດວຽກຂອງແອັປຈຳພວກນີ້ຈະມີການຂໍອະນຸຍາດເຂົ້າເຖິງຂໍ້ມູນສ່ວນໂຕເຮົາທີ່ເກັບໄວ້ໃນແຟສ໌ບຸກ ເຊີ່ງກໍລະນີນີ້ ກໍ່ບໍ່ແມ່ນໃຜອື່ນໄກ ແຕ່ກໍ່ແມ່ນເຮົາເອງນີ້ແຫລະ ທີ່ສະຫມັກໃຈມອບຂໍ້ມູນສ່ວນໂຕໃຫ້ກັບຜູ້ພັດທະນາແອັປໄປແບບຟຣີໆ ເຊີ່ງເຮົາບໍ່ສາມາດຮັບປະກັນໄດ້ 100% ວ່າຜູ້ພັດທະນາແອັປຈະບໍ່ເອົາຂໍ້ມູນສ່ວນໂຕເຮົາໄປເປີດເຜີຍຕໍ່. ດັ່ງນັ້ນ, ກ່ອນໃຊ້ແອັປປະເພດນີ້ແມ່ນໃຫ້ລະມັດລະວັງ, ກ່ອນໃຊ້ກໍ່ຄວນເຊັກເບິ່ງດີໆ ວ່າແອັປນັ້ນໆ ຂໍອະນຸຍາດເຂົ້າເຖິງຂໍ້ມູນສ່ວນໂຕເຮົາຫລາຍເກີນໄປບໍ.
ຫວັງວ່າ 5 ວິທີນີ້ ຈະຊ່ວຍໃຫ້ທຸກຄົນຫລຸດຄວາມສ່ຽງໃນການຖືກແຮັກແຟສ໌ບຸກໄດ້. ຂໍໃຫ້ທຸກຄົນມີສະຕິ ໃນການນຳໃຊ້ສື່ອອນໄລນ໌.
ຢ່າລືມກົດໄລຄ໌ກົດແຊຣ໌ເພຈ໌ເຮົາໄວ້ ເພື່ອຕິດຕາມຄວາມຮູ້ ແລະ ເຕັກນິກດີໆແບບນີ້ອີກ.
ຂໍ້ມູນຈາກ: nanasala.net

0 ความคิดเห็น