ຂ່າວໃໝ່

6/recent/ticker-posts

ພົບຫລາຍກວ່າ 50 ແອັບພລິເຄຊັນທີ່ເປັນ Malware ທີ່ Google ກວດສອບບໍ່ພົບ

ເຖິງແມ່ນວ່າ Play Store ຈະມີລະບົບກວດສອບແອັບຯ ເພື່ອປ້ອງກັນບໍ່ໃຫ້ malware ປາກົດຢູ່ໃນ Play Store ແຕ່ຍັງພົບວ່າມັນເປັນ malware. CheckPoint ບໍລິສັດຮັກສາຄວາມປອດໄພ ທີ່ພົບວ່າມີແອັບຯທີ່ເປັນ malware 50 ແອັບຯ ຢູ່ໃນ Play Store ໂດຍຫຼຸດຫຼອດຈາກການກວດສອບຂອງ Google ໄດ້.
ໂດຍ malware ຊື່ວ່າ ExpensiveWall ເນື່ອງຈາກວ່າມັນຈະສະຫນອງການບໍລິການ SMS ທີ່ຈ່າຍງເງິນເພື່ອຫາລາຍໄດ້ຈາກຜູ້ໃຊ້ໂທລະສັບສະມາດໂຟນທີ່ຕິດເຊື້ອ malware. ໂດຍການດາວໂຫລດເຖິງ 21 ລ້ານຄັ້ງ, ຄາດວ່າແຮກເກີຜູ້ສ້າງແອັບຯໄດ້ໃຊ້ເຕັກນິກການເຂົ້າລະຫັດໂຄດໃຫ້ເຂົ້າລະຫັດລັບ malware ໄວ້ ເພື່ອຫຼີກເວັ້ນການຢັ້ງຢືນຂອງ Google ໂດຍຜູ້ທີ່ຕິດຕັ້ງແອັບຯ ເປີດໃຊ້ງານກໍຈະຕິດ malware ແອັບຯສະໝັກບໍລິການ SMS ທັນທີ. ສ່ວນໃຫຍ່ຜູ້ທີ່ລົງແອັບພລິເຄຊັນແມ່ນແນວ Wallpaper, Ringtone, Camera,...
ຖ້າທ່ານຕິດເຊື້ອ malware ແລ້ວໃຫ້ທ່ານລົບແອັບຯອັນຕະລາຍອອກຈາກເຄື່ອງທັນທີ. ຊຶ່ງທາງ Check Point ໄດ້ແຈ້ງໃຫ້ Google ລົບແອັບຯທີ່ແຝງ malware ທີ່ຢູ່ໃນ Play Storeທີ່ຖືກລຶບອອກຈາກ.
ໝາຍເຫດຖ້າຫາກທ່ານຕ້ອງການທີ່ຈະດາວໂຫຼດແອັບຯ ຫຼື ລະບົບຂອງເວັບໄຊທ໌ ຫຼື ເວັບແອັບຯນັ້ນແຈ້ງໃຫ້ດາວໂຫຼດ ທ່ານຄວນອ່ານຄຳແນະນຳ ແລະ ພິຈາລະນາໃຫ້ດີກ່ອນຈຶ່ງດາວໂຫຼດ ຖ້າບໍ່ດັ່ງນັ້ນທ່ານກໍຈະຕິດເຊື້ອໄວຣັສ ໄດ້ຢ່າງງ່າຍດາຍດ້ວຍທີ່ທ່ານບໍ່ທັນຮູ້ຕົວ

ຂໍ້ມູນຈາກ: it24hrs

แสดงความคิดเห็น

0 ความคิดเห็น