
ເມື່ອບໍ່ດົນມານີ້ທາງ Logitech ໄດ້ເປີດຕົວເມົ້າລຸ້ນໃໝ່ 2 ລຸ້ນຄື MX Master 2S ແລະ MX Anywhere 2S ແນ່ນອນວ່າເມົ້າລຸ້ນໃໝ່ທີ່ເປີດອອກມານັ້ນກໍມີສະເປກທີ່ດີກວ່າເດີມບໍ່ວ່າຈະເປັນດ້ານປະສິດທິພາບ ຫຼື ແບດເຕີຣີໃນການໃຊ້ງານ ເປັນສິ່ງທີ່ໜ້າສົນໃຈທີ່ທາງ Logitech ໄດ້ເປີດຕົວອອກມາດ້ວຍນັ້ນກໍຄືເລື່ອງຂອງຊອບແວທີ່ທາງ Logitech ຮຽກວ່າ Flow
ຈຸດເດັ່ນຂອງ Flow ລຸ້ນໃໝ່ນັ້ນກໍຄືມັນມາພ້ອມກັບຄວາມສາມາດທີ່ໃຫ້ເຈົ້າສາມາດໃຊ້ເມົ້າຕົວດຽວສາມາດທີ່ຈະຄວບຄຸມເຄື່ອງຄອມພິວເຕີ 3 ເຄື່ອງໄດ້ພ້ອມກັນ ອ້າງອິງຈາກທາງ Logitech ນັ້ນພົບວ່າມີຜູ້ໃຊ້ງານຫຼາຍຂື້ນທີ່ໃຊ້ເຄື່ອງຄອມພິວເຕີຫຼາຍກວ່າ 1 ເຄື່ອງໃນເວລາດຽວກັນໃນການເຮັດວຽກງານເຊິ່ງການໃຊ້ເຄື່ອງຄອມພິວເຕີຫຼາຍໆ ເຄື່ອງໃນເວລາດຽວກັນນັ້ນຜູ້ໃຊ້ຕ່າງກໍຕ້ອງໃຊ້ອຸປະກອນເຊື່ອມຕໍ່ຢ່າງເມົ້າແບບແຢກກັນ
ເພື່ອເປັນການຕອບສະຫນອງຕໍ່ຄວາມຕ້ອງການຂອງຜູ້ໃຊ້ແລະເພື່ອເພີ່ມທາງເລືອກໃນການຄວບຄຸມຄອມພິວເຕີທີ່ດີກວ່ານັ້ນທາງ Logitech ຈື່ງໄດ້ພັດທະນາ Flow ອອກມາສຳລັບຜູ້ໃຊ້ກຸ່ມດັ່ງກ່າວນີ້ໂດຍສະເພາະ Flow ນັ້ນສາມາດທີ່ຈະເຮັດໃຫ້ຜູ້ໃຊ້ສາມາດຄັດລອກ ແລະ ວາງໄຟລ໌ຕ່າງໆ ລະຫວ່າງອຸປະກອນທີ່ໃຊ້ງານ Flow ຢູ່ ສຳລັບຜູ້ໃຊ້ທີ່ເຮັດວຽກຫຼາຍເຄື່ອງເປັນຫຼັກເລື່ອງດັ່ງກ່າວນີ້ຖືວ່າສຸດຍອດຫຼາຍ
ແຕ່ຊ້າກ່ອນຢ່າຟ້າວຄິດວ່າເມົ້າ Logitech ທຸກລຸ້ນຈະສາມາດໃຊ້ງານກັບຟີເຈີດັ່ງກ່າວນີ້ໄດ້ ເພາະທາງ Logitech ກໍໄດ້ບອກເອົາໄວ້ ວ່າຕ້ອງໃຊ້ເມົ້າທີ່ຮອງຮັບ Flow ເທົ່ານັ້ນຕົວຢ່າງເຊັ່ນເມົ້າທີ່ຫາກໍເປີດຕົວມາໃໝ່ທັງ 2 ຫຼື ຈະເປັນ M585 ແລະ M590 ທີ່ມີລາຄາຖືກກວ່າ ແລະ ອີກຂໍ້ຈຳກັດກໍຄືເຄື່ອງຄອມພິວເຕີທຸກເຄື່ອງນັ້ນຈະຕ້ອງເຊື່ອມຕໍ່ຜ່ານທາງເຄື່ອຂ່າຍ WiFi ອັນດຽວກັນ ທ່ານໃດສົນໃຈນັ້ນສາມາດເຂົ້າໄປອ່ານຕໍ່ໄດ້ທີ່ Flow ໄດ້
ໝາຍເຫດ:
ຈີງໆແລ້ວທາງ Synergy ເອງກໍມີຊອບແວຄ້າຍກັບແບບ Flow ຢູ່ແຕ່ວ່າຟີເຈີນັ້ນ Flow ດີກວ່າຫຼາຍ
0 ความคิดเห็น