ຂ່າວໃໝ່

6/recent/ticker-posts

ວິທີຊອກຫາໂທລະສັບມືຖື ລະບົບ WindowsPhone ຫາຍ


     ມື້ນີ້ຈະມາແນະນຳວິທີຊອກຫາມືຖືຫາຍສຳລັບຜູ້ທີ່ໃຊ້ Nokia Lumia ແລະ ສະມາດໂຟນລະບົບປະຕິບັດການ Windows Phone ດ້ວຍຟີເຈີທີ່ມີຊື່ວ່າ Find My Phone ທີ່ສາມາດຕິດຕາມຊອກຫາມືຖື ແລະ ຈັດການມືຖື Windows Phone ຂອງເຈົ້າຜ່ານທາງເວັບໄຊໄດ້ຈາກ www.windowsphone.com ຊຶ່ງບໍ່ເໝືອນ iOS ແລະ Android ທີ່ຕ້ອງລົງແອບຕິດຕັ້ງກ່ອນໃຊ້ງານ
ສິ່ງທີ່ຈຳເປັນຕ້ອງກະກຽມ
1. ຕ້ອງຮູ້ ເພື່ອໃຫ້ສາມາດຕິດຕາມຊອກຫາມືຖື WindowsPhone ໄດ້
2. ຕ້ອງມີການເຊື່ອມຕໍ່ອິນເຕີເນັດຕະຫຼອດ ເພາະສະມາດໂຟນ WindowsPhone ຕ້ອງການເຊື່ອມຕໍ່ເນັດຕະຫຼອດເວລາ
3. ຕ້ອງເປີດເຄື່ອງຢູ່ ແລະ ເຊື່ອມຕໍ່ອິນເຕີເນັດຢູ່ຕະຫຼອດ
4. ຕ້ອງໃຊ້ບັນຊີ Microsoft Account ດ້ວຍ ເຊັ່ນ Hotmail ແລະ outlook.com ໄວ້ໃຊ້ໃນການເຮັດການ sign in
ວິທີການຕັ້ງຄ່າໃຫ້ ເປີດໂໝດຕິດຕາມມືຖືເຈົ້າຜ່ານ Find my phone
1. ເຂົ້າໄປທີ່ settings
2. ເລືອກ find My Phone
3. ເປີດສະວິດເປັນ On ເພື່ອເລີ່ມຕິດຕາມມືຖື
ວິທີການຊອກຫາ
1. ເປີດເວັບບຣາວເຊີ
2. ເຂົ້າເວັບໄຊ WindowsPhone.com
3. ໄປທີ່ ຄົ້ນຫາໂທລະສັບສ່ວນຕົວ 
4. ເຂົ້າລະບົບດ້ວຍບັນຊີຂອງ Microsoft Account ເຊັ່ນ: ຊື່ຜູ້ໃຊ້ອີເມວ Hotmail , Outlook.com ແລະ ໃສ່ລະຫັດຜ່ານ
      ກໍຈະປາກົດແຜນທີ່ ແລະ ສະແດງຕຳແໜ່ງໃນແຜນທີ່ທີ່ໂທລະສັບຂອງເຈົ້າຢູ່ ສາມາດທີ່ຈະຣີເຟດຊ໌ ເພື່ອຕິດຕາມຕຳແໜ່ງມືຖືລ່າສຸດວ່າຢູ່ທີ່ໃດ ແລະ ສາມາດຈັດການກັບໂທລະສັບມືຖືຂອງເຈົ້າໄດ້ຄື: ໂທຫາ, ລັອກເຄື່ອງ ແລະ ລົບຂໍ້ມູນໃນເຄື່ອງເພື່ອບໍ່ໃຫ້ຜູ້ທີ່ເກັບໄດ້ໂທລະສັບຂອງເຮົານຳເອົາຂໍ້ມູນດັ່ງກ່າວໄປໃຊ້ໃນທາງທີ່ຜິດ ແລະ ອາດນຳຜົນສະທ້ອນມາເຖີງເຮົາ.
Ring: ການໂທນີ້ເພື່ອເປີດສຽງມືຖື ຊອກຫາມືຖືເຈົ້າ ໃນກໍລະນີມືຖືຢູ່ໃກ້ຕົວແຕ່ຊອກບໍ່ເຫັນ ກໍສາມາດຄລິກໂທ ເພື່ອໃຫ້ມືຖືສົ່ງສຽງດັ່ງໄດ້
Lock: dານລັອກເຄື່ອງດ້ວຍລະຫັດ Pin Code ທີ່ເຈົ້າໄດ້ຕັ້ງໄວ້ 4 ຫຼັກມີຂັ້ນຕອນດັ່ງນີ້ຄື
1. ຄລິກທີ່ Lock
2. ຕັ້ງຂໍ້ຄວາມເຖິງຜູ້ທີ່ພົບເຫັນມືຖືຂອງເຮົາວ່າໃຫ້ຊ່ວຍສົ່ງຄືນແດ່
3. ພ້ອມກັບຕັ້ງໝາຍເລກ Pin Code 4 ຕົວ ເພື່ອລັອກເຄື່ອງໄວ້
ຈາກນັ້ນກໍລັອກເຄື່ອງທັນທີ ຜູ້ທີ່ຈະເປີດຕໍ່ໄດ້ ຕ້ອງໃສ່ລະຫັດ Pin Code 4 ຫຼັກໃຫ້ຖືກຕ້ອງເຖິງສາມາດໃຊ້ງານໄດ້ປົກກະຕິ
Erase: ຫາກຊອກຫາບໍ່ເຫັນແທ້ໆ ຫຼື ຖືກລັກແລ້ວ ເນື່ອງຈາກປິດເຄື່ອງໄວ້ແນວໃດກໍບໍ່ສາມາດນຳຄືນມາໄດ້ ແລະ ມີໄຟລ໌ຂໍ້ມູນສຳຄັນຢູ່ໃນເຄື່ອງດັ່ງກ່າວ ເຮົາສາມາດສັ່ງລົບເພື່ອບໍ່ໃຫ້ຂໍ້ມູນສຳຄັນຫຼຸດໄປຢູ່ກັບຜູ້ບໍ່ຫວັງດີໄດ້ ຜ່ານທາງ Windows Phone ທັນທີ ເມື່ອເຄື່ອງເລີມເຮັດວຽກ ແລະ ຕໍ່ອິນເຕີເນັດຢາມໃດມັນກໍຈະເລີ່ມການ Factory Reset ແລະ ລົບຂໍ້ມູນທີ່ມີຢູ່ໃນ Windows Phone ອອກທັນທີ ຊຶ່ງບໍ່ຕ້ອງຫ່ວງເລື່ອງຂໍ້ມູນສູນຫາຍ ເພາະຂໍ້ມູນການໂທ, sms ແລະ ອື່ນໆ ໄດ້ຖືກບັນທຶກໄວ້ໃນ Sky Drive ເປັນທີ່ຮຽບຮ້ອຍແລ້ວ ແລະ ຫາກເ ຈົ້າຊື້ Windows Phone ເຄື່ອງໃໝ່ ເມື່ອເຈົ້າລົງຊື່ເຂົ້າໃຊ້ດ້ວຍ Microsoft Account ເກົ່າຂອງເຈົ້າ ຂໍ້ມູນທັງໝົດກໍຈະ Sync ກັບມາເຂົ້າໃນ WindowsPhone ເຄື່ອງໃໝ່ທັນທີ

แสดงความคิดเห็น

0 ความคิดเห็น