iPhone ຫາຍ ເຮັດແນວໃດດີ? ເຊື່ອວ່າຫຼາຍໆຄົນຄົງຈະປະສົບກັບບັນຫາເລື່ອງ ມືຖືຫາຍ ເປັນເລື່ອງທີ່ສາມາດພົບໄດ້ຕະຫຼອດ ແລະ ມີຫຼາຍສາເຫດບໍ່ວ່າຈະເປັນລືມຖິ້ມໄວ້, ເຮັດຕົກ ຫຼື ຖືກລັກໄປ ຊຶ່ງເຫດການເຫຼົ່ານີ້ ມັກຈະເກີດຂຶ້ນຈາກຄວາມປະໝາດ ແລະ ບໍ່ໄດ້ຕັ້ງໃຈ ແລະ ບໍ່ມີໃຜດອກຢາກເຮັດໃຫ້ໂທລະສັບມືຖືຫາຍຢ່າງແນ່ນອນ ບາງຄົນທີ່ເຮັດ iPhone ຫາຍ ມັກຈະຄິດວ່າ ບໍ່ໄດ້ຄືນແລ້ວຢ່າງແນ່ນອນ ແຕ່ໃນຄວາມຈິງແລ້ວ ເຮົາສາມາດຕິດຕາມ iPhone ທີ່ຫາຍໄປຄືນໄດ້ ຜ່ານທາງແອບພລິເຄຊັນທີ່ມີຊື່ວ່າ Find My iPhone ນັ້ນເອງ
ແອບພລິເຄຊັນ Find My iPhone ມີດີແນວໃດ?
Find My iPhone ຖືວ່າ ເປັນແອບພລິເຄຊັນສຳຄັນ ທີ່ຜູ້ໃຊ້ iPhone ທັງຫມົດໄປເຖິງ iPad ຈຳເປັນຕ້ອງມີໄວ້ຕິດເຄື່ອງຊຶ່ງສາມາດລະບຸຈຸດທີ່ຕັ້ງ (Location) ຂອງ iPhone ໄດ້ ຜ່ານທາງ GPS ນັ້ນເອງ ນອົກຈາກ Find My iPhone ແລ້ວ ຍັງມີ iCloudທີ່ຢັງສາມາດເຂົ້າເຖິງຂໍ້ມູນບາງສ່ວນຂອງ iPhone ໄດ້ ຖ້າຫາກມີການເຊື່ອມຕໍ່ອິນເຕີເນັດຢູ່ ຢ່າງໃດກໍດີ Find My iPhone ຈະບໍ່ສາມາດໃຊ້ງານໄດ້ ຖ້າຫາກຕົວເຄື່ອງຖືກປິດການໃຊ້ງານ, ບໍ່ໄດ້ມີການເຊື່ອມຕໍ່ອິນເຕີເນັດ, ຢູ່ໃນໂໝດ Airplane Mode ແລະຢັງບໍ່ໄດ້ກໍ່ການເປີດໃຊ້ງານ Find My iPhone
ທ່ານທີ່ອ່ານມາເຖິງແຖວນີ້ ອາດຈະເກີດຂໍ້ສົງໃສວ່າ ຖ້າຫາກ iPhone ທີ່ຖືກລັກ ຖືກປິດເຄື່ອງໄປແລ້ວ ຈະສາມາດຕິດຕາມຫາ iPhone ທີ່ຫາຍໄປໄດ້ຢ່າງໃດແທ້ໆ ແລ້ວຢັງພໍມີວິທີຢູ່ດ້ວຍ ຊຶ່ງຈະແນະນຳເປັນລຳດັບຖັດໄປ
ສິ່ງທີ່ຄວນປະຕິບັດ ຫຼັງຈາກຊື້ iPhone ມາໃໝ່ໆ
ເປັນວິທີທີການປ້ອງກັນບໍ່ໃຫ້ຜູ້ທີ່ບໍ່ປະສົງດີມາລັກຂໍ້ມູນສ່ວນຕົວເທິງ iPhone ໄປ ນັ້ນກໍຄື ການຕັ້ງລະຫັດຜ່ານ 4 ຫຼັກ ຫລືPasscode ນັ້ນເອງ ແລະບໍ່ຄວນບອກລະຫັດຜ່ານກັບໃຜ ເຖິງວ່າຈະເປັນບຸກຄົນທີ່ສະໜິດສະໜົມດ້ວຍກໍຕາມ ແລະ ບໍ່ຄວນຕັ້ງລະຫັດຜ່ານຕາມລະຫັດບັດ ATM ດ້ວຍ ເພາະບໍ່ດັ່ງນັ້ນ ນອກຈາກຈະເສຍ iPhone ແລ້ວ ອາດຈະເສຍເງີນໃນບັນຊີອິກນຳ
ແຕ່ສຳລັບເທິງ iPhone 5S, iPhone 6 ແລະ iPhone 6 Plus ຈະມີ Touch ID ຫລືເຊັນເຊີສະແກນລາຍນິ້ວມື ເພີ່ມເຂົ້າມາດ້ວຍ ຊຶ່ງຄວນຈະເປີດໃຊ້ງານຄູ່ກັບລະຫັດ Passcode ແລະຢ່າໃຫ້ຄົນນອກ ມາເພີ່ມລາຍນິ້ວມືໃນຕົວເຄື່ອງ
ວິທີການເປີດໃຊ້ງານ Passcode
1) ເຂົ້າໄປທີ່ Settings > Passcode
2) ເລືອກ Turn Passcode On
3) ຈາກນັ້ນ ລະບົບຈະໃຫ້ໃສ່ລະຫັດຜ່ານ 4 ຫຼັກ ທັງໝົດ 2 ເທື່ອ ແລະໃຫ້ໃສ່ຄືກັນທັງ 2 ເທື່ອ ເປັນອັນສຳເລັດຮຽບຮ້ອຍ
ນອກຈາກການຕັ້ງລະຫັດຜ່ານ Passcode ແລ້ວ ໃຫ້ເປີດໃຊ້ງານ Find My iPhone ເປັນລຳດັບຖັດໄປ ໂດຍຈະຕ້ອງໃສ່ Apple ID ແລະ ລະຫັດຜ່ານ ນອກຈາກນີ້ ຢ່າລືມເປີດ Location Services ແລະ ເຊື່ອມຕໍ່ອິນເຕີເນັດດ້ວຍ ອັນນີ້ຖືວ່າສຳຄັນຫລາຍ ເພາະຖ້າຫາກປິດໃຊ້ງານ Location Services ຈະບໍ່ສາມາດຄົ້ນຫາຕົວເຄື່ອງທີ່ຫາຍໄດ້ເຊັ່ນກັນ ແລະ ໃຫ້ຈົດຫມາຍເລກ IMEI ຂອງຕົວເຄື່ອງ ດ້ວຍການກົດ *#06# ກໍຈະປາກົດເລກ IMEI ຈຳນວນ 15 ຫຼັກ ຊຶ່ງເລກ IMEI ນີ້ ສາມາດນຳໄປກວດສອບກັບຜູ້ໃຫ້ບໍລິການ ເຊັ່ນ: Lao Telecom, ETL, Unitel (Star Telecom), Beline ແລະ ບໍລິສັດອື່ນໆ ທີ່ໃຫ້ບໍລິການດ້ານໂທລະຄົມໃນແລ້ວAIS ໄດ້ເຊັ່ນກັນ
ວິທີການຕິດຕາມຫາ iPhone ທີ່ຫາຍ ຜ່ານທາງ Find My iPhone
ກ່ອນທີ່ເຮົາຈະກໍ່ການຄົ້ນຫາ iPhone ທີ່ຫາຍ ຜ່ານທາງແອບພລິເຄຊັນ Find My iPhone ອັນດັບທຳອິດຄວນພະຍາຍາມຕັ້ງສະຕິ ແລະ ນຶກຄືນກ່ອນວ່າ ລືມ iPhone ຖິ້ມໄວ້ບ່ອນໃດ ເຊັ່ນ ຮ້ານອາຫານ, ເຮືອນໝູ່, ໃນລົດ ລອງໂທເຂົ້າຫາ iPhone ເຄື່ອງທີ່ຫາຍໄປເບີງກ່ອນ ແຕ່ຖ້າຫາກບໍ່ສາມາດຕິດຕໍ່ໄດ້ ໃຫ້ກໍ່ການຄົ້ນຫາຜ່ານທາງ Find My iPhone
1, ເຂົ້າໄປທີ່ icloud.com
2, ໃສ່ Apple ID ແລະ ລະຫັດຜ່ານ
ຈາກນັ້ນ ເຂົ້າໄປທີ່ແອບພລິເຄຊັນ Find My iPhone ໂດຍໜ້ານີ້ຈະເປັນລັກສະນະຄ້າຍກັບແຜນທີ່ ຊຶ່ງຈະມີການລະບຸຕຳແໜ່ງຂອງອຸປະກອນ Apple ທີ່ເຮົາມີທັງໝົດ ບໍ່ວ່າຈະເປັນ MacBook, iPhone ຫລືວ່າ iPad ນັ້ນ
ນອກຈາກນີ້ ທີ່ມຸມເທິງຂວາ ຈະມີເມນູຍ່ອຍໆ ໃຫ້ເລືອກໃຊ້ງານອີກ 3 ເມນູນຳກັນ ໄດ້ແກ່
• Play Sound : ເມື່ອກົດທີ່ປຸ່ມ Play Sound ອຸປະກອນຕ່າງໆ ບໍ່ວ່າຈະເປັນ iPhone ຫລື iPad ຈະມີສຽງດັ່ງຂຶ້ນມາ ເຖິງເຄື່ອງຈະປິດສຽງໄວ້ກໍຕາມ ຊຶ່ງວິທີນີ້ ສາມາດໃຊ້ກັບ iPhone ຫລື iPad ທີ່ຫາບໍ່ເຫັນໃນເມື່ອຖືກລືມຖິ້ມໄວ້
• Lost Mode : ເມື່ອກົດໃຊ້ງານ Lost Mode ຈະມີໜ້າຈໍໃຫ້ໃສ່ເບີໂທລະສັບ, ຂໍ້ຄວາມ ແລະ ຈະສົ່ງໄປຢັງໜ້າຈໍ iPhone ເຄື່ອງທີ່ເຮົາເຮັດຫາຍ ແລະ ມີຜູ້ເກັບໄດ້ ຊຶ່ງຜູ້ໃຊ້ຄວນຈະລະບຸຂໍ້ມູນໃຫ້ຄົບຖ້ວນ ໂດຍສະເພາະເບີໂທລະສັບຕິດຕໍ່ກັບ
• Erase iPhone : ໃຊ້ລົບຂໍ້ມູນທຸກຢ່າງທີ່ມີຢູ່ໃນຕົວເຄື່ອງ ເພື່ອປ້ອງກັນຂໍ້ມູນຮົ່ວໄຫຼ
ວິທີການຕິດຕາມຫາ iPhone ທີ່ຫາຍ ກໍລະນີເຄື່ອງຖືກປິດ
ນອກຈາກ Find My iPhone ຈະຊ່ວຍສາມາດຕາມຫາ iPhone ທີ່ຫາຍໄປໄດ້ແລ້ວ ເລກ IMEI ຖືວ່າ ເປັນກະແຈສຳຄັນທີ່ຊ່ວຍຕາມຫາ iPhone ໄດ້ເຊັ່ນກັນ ໂດຍສະເພາະໃນກໍລະນີທີ່ iPhone ແບດເຕີຣີ່ໝົດ ຫລື ຕົວເຄື່ອງຖືກປິດໄປນັ້ນເອງ
ໂດຍເຈົ້າຂອງເຄື່ອງ ຈະຕ້ອງຕຽມເອກະສານ ແລະ ຫຼັກຖານການເປັນເຈົ້າຂອງ iPhone ເຄື່ອງທີ່ຫາຍໄປ ບໍ່ວ່າຈະເປັນກັບທີ່ໃສ່ໂທລະສັບ, ໃບບີນຮັບເງີນ ລວມໄປເຖິງເລກ IMEI ທີ່ສາມາດເບິ່ງໄດ້ຈາກຂ້າງກັບໃສ່ໂທລະສັບ ແລ້ວນຳຫຼັກຖານທັງໝົດ ໄປແຈ້ງຄວາມທີ່ຫ້ອງການຕຳຫຼວດ ເມື່ອສຳເລັດສິ້ນແລ້ວ ໃຫ້ນຳເອກະສານແຈ້ງຄວາມ ໄປຢື່ນຢັງຝ່າຍກົດໝາຍຂອງຜູ້ໃຫ້ບໍລິການເຄືອຂ່າຍ ຕາມເຄືອຂ່າຍທີ່ເຮົາໃຊ້ງານ ບໍ່ວ່າຈະເປັນ Lao Telecom, ETL, Unitel (Star Telecom), Beline,… ເພື່ອກໍ່ການກວດສອບຂໍ້ມູນເພິ່ມເຕິມ ແລະ ເມື່ອໃດທີ່ iPhone ທີ່ຖືກລັກ ມີການເປີດໃຊ້ງານ ຈະມີຂໍ້ມູນແຈ້ງໄປຢັງ ຜູ້ໃຫ້ບໍລິການເຄືອຂ່າຍນັ້ນ ຊຶ່ງລະຫວ່າງນີ້ໃຫ້ເຮົາພະຍາຍາມຕິດຕໍ່ສອບຖາມທາງຜູ້ໃຫ້ບໍລິການເຄືອຂ່າຍຕະຫຼອດ ເພາະຖ້າຫາກມີການເປີດໃຊ້ງານ ຈະສາມາດຄົ້ນຫາຕຳແໜ່ງຂອງອຸປະກອນໄດ້ ແລະ ນຳຂໍ້ມູນເຫຼົ່ານັ້ນ ໄປແຈ້ງເຈົ້າໜ້າທີ່ຕຳຫຼວດ ເພື່ອກໍ່ການຕິດຕາມເຄື່ອງຕໍ່ໄປ
ຖ້າຫາກຢັງຫາ iPhone ບໍ່ເຫັນຄວນຈະເຮັດຢ່າງໃດ?
ເຖິງວ່າຈະກວດຂໍ້ມູນຜ່ານທາງ Find My iPhone ຫລື ກວດສອບກັບທາງຜູ້ໃຫ້ບໍລິການແລ້ວ ແຕ່ກໍຢັງບໍ່ສາມາດຕິດຕາມຕົວເຄື່ອງໄດ້ ທາງທີ່ດີ ຜູ້ໃຊ້ຄວນຈະກໍ່ການປ່ຽນລະຫັດຜ່ານທັງໝົດ ບໍ່ວ່າຈະເປັນ Apple ID, ບັນຊີອີເມວທັງຫມົດໄປເຖິງລະຫັດຜ່ານອື່ນໆ ຢ່າງເຊັ່ນ Facebook, Twitter ເພື່ອຄວາມປອດໄພຂອງຂໍ້ມູນທັງໝົດ
ສຳລັບຜູ້ໃຊ້ງານ iPhone ຫລື iPad ຄວນຈະເປີດໃຊ້ງານ Find My iPhone ແລະ ຕັ້ງລະຫັດຜ່ານຕົວເຄື່ອງໄວ້ຕະຫຼອດ ເຖິງຈະຄິດວ່າ ເປັນຄົນລະມັດລະວັງຢູ່ແລ້ວ ແນວໃດກໍບໍ່ມີທາງເຮັດ iPhone ຫາຍໄດ້ ແຕ່ອຸບັດເຫດສາມາດເກີດຂຶ້ນໄດ້ສະເໝີແບບບໍ່ຄາດຄິດ. ສະນັ້ນ ເມື່ອຊື້ iPhone (ຖ້າໃຫ້ດີ ທຸກເຄື່ອງທີ່ເປັນສະມາດໂຟນ ຄວນຕັ້ງໄວ້) ມາໃຊ້ງານໃໝ່ ຢ່າລືມເຮັດ 3 ຂັ້ນຕອນນີ້ກ່ອນທຸກຄັ້ງ ນັ້ນກໍຄືດາວໂຫລດເປັນໄຟລ໌ PDF
1, ຕັ້ງລະຫັດຜ່ານ Passcode ເຂົ້າຕົວເຄື່ອງ
2, ເປີດໃຊ້ງານ Find My iPhone
3, ຈົດເລກ IMEI
ສຳລັບກວດສອບ ຊຶ່ງ 3 ຂັ້ນຕອນນີ້ ເຮັດໃຫ້ຜູ້ທີ່ເຮັດ iPhone ຫາຍ ສາມາດຕິດຕາມຊອກຫາເຄື່ອງທີ່ຫາຍ ແລະ ໄດ້ຄືນມາແລ້ວຫຼາຍພໍສົມຄວນ
0 ความคิดเห็น