
ໂລກທາງດ້ານການເງິນທຸກວັນນີ້ໄດ້ຖືກຄວບຄຸມໂດຍທະນາຄານແຫ່ງຊາດຕ່າງໆ ແລະ ສະຖາບັນການເງິນລະຫວ່າງປະເທດ; ທະນາຄານແຫ່ງຊາດຕ່າງໆມີອຳນາດໃນການກໍານົດຄ່າເງິນຂອງຕົນເອງດ້ວຍຂະບວນການຕ່າງໆ ເຊັ່ນ: ການກໍານົດລະດັບດອກເບ້ຍ, ເງິນສຳຮອງຂອງທະນາຄານ ຫຼື ການພິມເງິນອອກມາສູ່ຕະຫຼາດ. ນອກຈາກ ການກຳນົດຄ່າເງິນແລ້ວ ຫນ່ວຍງານເຫຼົ່ານີ້ຍັງມີອໍານາດໃນການຕິດຕາມ, ຄວບຄຸມການເງິນຂອງຜູ້ໃຊ້ຜ່ານທາງທະນາຄານ. ລັດຖະບານ ມີອໍານາດໃນການຢຸດການເຮັດທຸລະກໍາທາງດ້ານການເງິນຂອງບຸກຄົນໄດ້.
ຄວາມຄິດຂອງການສ້າງລະບົບທາງດ້ານການເງິນໃດຫນຶ່ງທີ່ຄວບຄຸມດ້ວຍເຕັກໂນໂລຢີແທນນະໂຍບາຍການເງິນຂອງທະນາຄານຈຶ່ງມີຂື້ນໃນບັນດາ Hacker ແຕ່ໃນມື້ນີ້ລະບົບໄດ້ຮັບການຍອມຮັບຫຼາຍທີ່ສຸດຄື BitCoin.
BitCoin ສ້າງຕັ້ງຂື້ນໂດຍ Satoshi Nakamoto ບຸກຄົນລືກລັບທີ່ອ້າງຕົວເອງວ່າມາຈາກປະເທດຢີປຸນ. ແຕ່ວ່າບໍ່ມີຂໍ້ມູນໃດທີ່ກ່ຽວກັບຕົວຕົນຂອງລາວ. ລາວໃຊ້ອີເມລ໌ຈາກບໍລິການຟຣີເພື່ອສົນທະນາໃນເມລ໌ລີ້ງລິສດ້ານການເຂົ້າລະຫັດ ລາວໄດ້ເລີ່ມຕົ້ນພັດທະນາ BitCoin ໃນປີ 2007 ແລະໄດ້ມີການເປີດເຜີຍໃນປີ 2009. (ເອກະສານການອອກແບບ (PDF)) ຫຼັງຈາກນັ້ນຄ່ອຍໆ ຫຼຸດຜ່ອນພາລະບົດບາດຂອງຕົນເອງໄປ ຈົນໃນທີ່ສຸດກໍຫາຍໄປຕົວໄປ ເຊື່ອວ່າຊື່ Satoshi ຖືກສ້າງຂື້ນໂດຍສະເພາະສໍາລັບໂຄງການນີ້. ເມື່ອພິຈາລະນາຈາກການເຂົ້າລະຫັດແມ່ນມີຄວາມຊໍານານສູງຫຼາຍ ແຕ່ວ່າບໍ່ມີຊື່ຢູ່ໃນວົງການວິຊາການເຂົ້າລະຫັດ ເຊັ່ນ: ບົດຄວາມໃນວາລະສານວິຊາການ ຫຼື ງານປະຊຸມວິຊາການໃດຫນຶ່ງທີ່ເປັນທີ່ຮູ້ຈັກ ໂດເມນຫຼັກຂອງໂຄງການຄື BitCoin.org ໄດ້ຖືກລົງທະບຽນກັບບໍລິສັດຮັບຈົດທະບຽນແບບປົກປິດຕົວຕົນກ່ອນທີ່ຈະໂອນໃຫ້ກັບ Martti Malmi ຫນຶ່ງໃນນັກພັດທະນາຫຼັກຂອງໂຄງການຊາວຟິນແລນ. ສິ່ງທີ່ລະບຸຕົວຕົນຂອງ Satoshi ເຂົ້າໃຈໄດ້ແທ້ໆມີພຽງກະແຈ PGP ທີ່ໃຊ້ຕິດຕໍ່ອີເມລ໌ກັບລາວເທົ່ານັ້ນ
Bitcoin ເປັນສະກຸນເງິນທີ່ໃຊ້ຊື່ຫຍໍ້ວ່າ BTC ສັນຍາລັກສະກຸນເງິນເປັນ B ແທນຫົວໜ່ວຍເງິນ ໂດຍຕົວເງິນຈະສາມາດແບ່ງຍ່ອຍອອກໄປໄດ້ເຖິງແປດຕົວເລກຫຼັກ (ເລກທົດສະນິຍົມ). ເອີ້ນຫົວໜ່ວຍຍ່ອຍທີ່ສຸດວ່າ Satoshi ຕາມຊື່ຜູ້ສ້າງ.
ການອອກແບບຂອງ BitCoin ອາໃສການເຊື່ອມຕໍ່ P2P ຂອງບໍລິການອິນເຕີເນັດເປັນຫຼັກ ໂດຍຫຼັກການແລ້ວການໂອນເງິນທຸກຄັ້ງຈະຕ້ອງໄດ້ປະກາດໄປຫາຄອມພິວເຕີທັງຫມົດໃນໂລກທີ່ Run ໂປຣແກຣມ BitCoin ຢູ່ ເຮັດໃຫ້ທຸກຄົນຮັບຮູ້ວ່າມີການໂອນເງິນສ່ວນໃດ, ໂອນໄປໃຫ້ໃຜແດ່, ເງິນແຕ່ລະສ່ວນສາມາດແຕກອອກເປັນເງິນຍ່ອຍໄດ້ທຸກຄັ້ງເທື່ອລະຄົນ. ການໂອນເງິນໄປຫາບຸກຄົນອື່ນຈະເປັນການແຕກເງິນອອກເປັນສອງສ່ວນ ນັ້ນແມ່ນການໂອນໃຫ້ຈຸດຫມາຍປາຍທາງ ແລະ ທີ່ເຫຼືອຈະໂອນກັບເຂົ້າຕົວເອງ

ເວັບໄຊ Mt.Gox ຜູ້ໃຫ້ບໍລິການແລກປ່ຽນເງິນຕາລາຍໃຫຍ່ຂອງ BitCoin ທີ່ດຳເນີນທຸລະກຳໄດ້ເຖິງ 80% ໃນການນຳເງິນເຂົ້າ ແລະ ອອກຈາກ BitCoin. ເວັບໄຊດັ່ງກ່າວເຄີຍຖືກ hacked ເຮັດໃຫ້ເງິນອອກສູ່ຕະຫຼາດຈຳນວນຫຼາຍໄດ້ສົ່ງຜົນກະທົບຕໍ່ອັດຕາແລກປ່ຽນຫຍຸ້ງຢາກໄປໄລຍະໜຶ່ງ.
ການຖືເງິນໃນ BitCoin ຈະໄດ້ອາໄສການສ້າງ ກະເປົາເງິນດິຈິຕອນ (wallet) ທີ່ມີກະສານອ້າງອີງຄື: ທີ່ຢູ່ BitCoin ເປັນຕົວເລກປະສົມຕົວອັກສອນຍາວ 34 ຕົວອັກສອນ ເຊັ່ນ 19kgqNAaq983PXpaxeZSvLTcuieiVojmrN. ໂດຍ wallet ແຕ່ລະຄົນຈະມີກະແຈລັບເປັນຂອງຕົວເອງ. ຖ້າຫາກວ່າກະແຈສູນເສຍໄປ ເງິນທັງຫມົດທີ່ມີຢູ່ກໍຈະສູນເສຍຕະຫຼອດໄປ ແລະ ເນື່ອງຈາກລະບົບຂອງ BitCoin ເປັນ P2P ເຮັດໃຫ້ເຮົາສາມາດເຂົ້າໄປເບິ່ງ wallet ຂອງຄົນອື່ນໄດ້ ເຊັ່ນ wallet 19kgqNA... ວ່າມີການໂອນຈາກກະເປົ໋າອື່ນເມື່ອໃດ ຈຳນວນຫຼາຍປານໃດ. ວາລະສານ Forbes ຈັດອັນດັບ ເສດຖີ BitCoin ໄດ້ວ່າບັນຊີໃດມີເງິນຫຼາຍປານໃດ ແລະ ໃຊ້ຈ່າຍໄປຈັກຄັ້ງ ເຊັ່ນ: ບັນຊີອັນດັບໜຶ່ງ 1DkyBEKt5S2GDtv7aQw6rQepAvnsRyHoYM ມີຫຼາຍກ່ວາ 500,000 BTC ຕົກເປັນມູນຄ່າຫຼາຍກວ່າຫົກລ້ານໂດລາ ເຖິງວ່າຈະມີການຕິດຕາມການໂອນທັງຫມົດ, ທຸກຄົນສາມາດສ້າງຄໍາຮ້ອງສະຫມັກກະເປົາເງິນ BitCoin ຂອງຕົນເອງໄດ້ ແລະ ມີຄົນຈຳນວນຫຼາຍທີ່ໃຊ້ຫຼາຍກະເປົາເພື່ອປົກປິດຕົວຕົນຂອງເຂົາ ຫຼື ບາງທີອາດມີຄົນແຈກຢາຍເງິນໄປໄວ້ຫຼາຍກະເປົາເພື່ອທີ່ຈະບໍ່ເຮັດໃຫ້ຕົນເອງກາຍເປັນເປົ້າຫມາຍຂອງການກວດສອບ.
ຂະບວນການທີ່ສຳຄັນຂອງ BitCoin ແມ່ນການຢືນຢັນວ່າການໂອນເງິນແລ້ວແທ້. ໂດຍປົກກະຕິແລ້ວໃນລະບົບການເງິນໃນທົ່ວໄປ ພວກເຮົາໄວ້ວາງໃຈລະບົບທະນາຄານເພື່ອຮັບປະກັນວ່າການໂອນເງິນຂອງເຮົາເປັນໄປຢ່າງຖືກຕ້ອງ. ແຕ່ BitCoin ຖືກອອກແບບຢ່າງຖືກຕ້ອງແຕ່ວ່າທຸກຄົນຊ່ວຍກັນຢືນຢັນໃນການໂອນເງິນ. ໃນເວລາທີ່ຜູ້ໃຊ້ໃນເຄືອຂ່າຍປະກາດການໂອນ ຂໍ້ຄວາມປະກາດນັ້ນຈະໄດ້ຮັບການເກັບຮ່ວມເຂົ້າກັນເປັນຊຸດ ຫຼັງຈາກນັ້ນຄິດໄລ່ຫາຄ່າ hash ແບບ SHA256 ເອີ້ນວ່າ (Block) ຕົວຢ່າງ ບລັອກໝາຍເລກ 194462 ມີການໂອນທີ່ຖືກລວບລວມເຂົ້າມາ 209 ລາຍການ ລວມເປັນມູນຄ່າ 8979.63213863 BTC
ການຢືນຢັນການໂອນເງິນຂອງແຕ່ລະບລັອກໄດ້ຖືກອອກແບບໃຫ້ຍາກໃນລະດັບທີ່ສ້າງບລັອກໃໝ່ໄດ້ໃນເວລາປະມານສິບນາທີ. ຫຼັກການແມ່ນຈະຄິດໄລ່ຍືນຍັນແຕ່ລະບລັອກແຕ່ລະອັນ ຈະຕ້ອງປັບລາຄາ nonce ທີ່ໃຊ້ເກົ່າເຕີ່ມຂໍ້ມູນໃສ່ໃນແຕ່ລະບລັອກ ເພື່ອໃຫ້ hash ຄ່າຂອງທັງສອງບລັອກ ໄດ້ມີຄຸນສົມບັດຕາມທີ່ກຳນົດຄ່າຄວາມຍາກ (difficulty) ໄດ້ຖືກກໍານົດ "ຄ່າເປົ້າຫມາຍ" (target) ທີ່ຍອມຮັບໄດ້ຂອງ hash ຂອງບລັອກນັ້ນ ແຕ່ວ່າໃນ hash SHA256 ກຳນົດມູນຄ່າ nonce ເພື່ອໃຫ້ໄດ້ຄ່າ Hash ທີ່ນ້ອຍຕາມທີ່ຕ້ອງການເປັນວຽກທີ່ບໍ່ມີທາງເຮັດຕາມທິດສະດີໄດ້. ທາງທີ່ເປັນໄປໄດ້ແມ່ນໄລ່ຄ່າ nonce ໄປເລື້ອຍໆເທື່ອລະຄ່າ ແລ້ວຄິດໄລ່ hash ໃໝ່ຈົນກວ່າຈະໄດ້ຄ່າຄຸນສົມບັດທີ່ໄດ້ກໍານົດໂດຍ Protocal ຂອງ BitCoin ຈະກຳນົດໃຫ້ຄ່າຄວາມຍາວໃໝ່ນີ້ທຸກທຸກໆ 2016 ບລັອກ ໂດຍຄໍານວນຈາກຄວາມຍາກໃນປັດຈຸບັນ ແລະໄລຍະເວລາສະເລ່ຍທີ່ໄດ້ຄິດໄລ່ແຕ່ລະບລັອກໃນໄລຍະເວລາສອງອາທິດທີ່ຜ່ານມາ ແຕ່ບໍ່ສາມາດປັບຄ່າຄວາມຍາກໃຫ້ໃຫ້ຍາກຂື້ນເກີນກວ່າສີ່ເທົ່າໄດ້ໃນການປັບແຕ່ຄັ້ງ ທຸກວັນນີ້ຄ່າ hash ທີ່ຍອມຮັບໄດ້ທີ່ຈະມີສູນນຳໜ້າເຖິງ 13 ຕົວເລກ 00000000000006b6470a28d420c957609e22f56c5f3a58dfe9ad4d498f63e3fa ການຫາຄ່າ nonce ທີ່ເຮັດໃຫ້ຄ່າ hash ເປັນໄປຕາມເງື່ອນໄຂນີ້ຈະຕ້ອງລອງຜິດລອງຖືກເປັນລ້ານໆຄັ້ງ ຫຼັງຈາກນັ້ນເມື່ອເຄື່ອງໃດເຄື່ອງຫນຶ່ງໃນເຄືອຂ່າຍສາມາດຄິດໄລ່ຄ່າ nonce ແລະ hash ທີ່ຖືກຕ້ອງຂອງບລັອກປັດຈຸບັນໄດ້ ກໍຈະປະກາດໄປທົ່ວເຄືອຂ່າຍ ການກວດສອບຄວາມຖືກຕ້ອງນັ້ນເຮັດໄດ້ງ່າຍເພາະວ່າເປັນພຽງການເບີ່ງໄຟລ໌ບລັອກທີ່ມີຂະຫນາດ 50-200KiB ແລ້ວຄິດໄລ່ hash ຂອງ SHA256 ວ່າກົງກັບທີ່ປະກາດອອກມາ ຫຼືບໍ່ ແລະ ຊອບແວຈະຖືກກຳນົດໃຫ້ຮັບຝັງການປະກາດບລັອກຫຼ້າສຸດສະເໝີ.
ການປັບຄ່າຄວາມຢາກໃຫ້ໄລຍະເວລາສ້າງບລັອກໃຫມ່ໄດ້ໃນສິບນາທີ. ມັນເປັນຄວາມພະຍາຍາມເພື່ອຄວາມສົມດຸນລະຫວ່າງຄວາມປອດໄພ. ໂດນການໂຈມຕີສ້າງລະບົບຕ່ອງໂສ້ ບລັອກປອມໄດ້ຢາກຫຼາຍໃນຂະນະທີ່ການຈ່າຍເງິນຈະໄດ້ຮັບການຢືນຢັນວ່າຢູ່ໃນລະບົບຕ່ອງໂສ້ຫຼັກແນນອນ. (ມີບລັອກຕໍ່ທ້າຍໄປອິກ 6 ບລັອກ) ພາຍໃນເວລາປະມານຫນຶ່ງຊົ່ວໂມງ ຊຶ່ງກໍບໍ່ແມ່ນດົນເກີນໄປສໍາລັບການໃຊ້ງານຊື້ຂາຍທີ່ບໍ່ຕ້ອງການຄວາມໄວສູງ ເຊັ່ນ: ການຊື້ຫຸ້ນ.
ແຕ່ລະບລັອກຂອງ BitCoin ຈະອ້າງເຖິງບລັອກກ່ອນໜ້າໜຶ່ງບລັອກສະເໝີ ເຮັດໃຫ້ແຕ່ລະບລັອກອ້າງຖຶ່ງກັນເປັນວິທີການລະບົບຕ່ອງໂສ້ໄປຂ້າງໜ້າທາງດຽວ. ການຄິດໄລ່ຂອງບລັອກໃນປັດຈຸບັນຈຶ່ງຢືນຢັນຄວາມຖືກຕ້ອງຂອງບລັອກກ່ອນຫນ້ານີ້ໄດ້. ໂດຍປົກກະຕິຊອບແວ wallet BitCoin ຈະແຈ້ງໃຫ້ຜູ້ໃຊ້ວ່າການໂອນເງິນດັ່ງກ່າວໄດ້ຮັບການຢັ້ງຢືນກໍຕໍ່ເມື່ອບລັອກທີ່ບັນທືກການໂອນເງິນໄດ້ອ້າງເຖິງອິກຫົກບລັອກຂ້ອງໜ້າ.
ການຄິດໄລ່ຂອງ nonce ແລະ hash ຂອງແຕ່ລະບລັອກ ແມ່ນຄ່າໃຊ້ຈ່າຍທີ່ສູງເນື່ອງຈາກວ່າຕ້ອງໃຊ້ພະລັງງານໄຟຟ້າ ແລະ ເຄື່ອງທີ່ແຮງຈຶ່ງຄິດໄລ່ໄດ້ຢ່າງວ່ອງໄວ. ຫຼາຍຄ້າຍໄດ້ສ້າງ chip ສະເພາະສໍາລັບການຄິດໄລ່ຄ່າຂອງລັອກໄດ້. ຂະບວນການນີ້ມີສິ່ງຈູງໃຈໃຫ້ຜູ້ທີ່ສາມາດຄິດໄລ່ຄ່າ nonce ແລະ hash ໄດ້ສຳເລັດ ສາມາດປະກາດນຳເງິນເຂົ້າກະເປົ໋າຂອງຕົນເອງ 50 BTC (ມູນຄ່າປະຈຸບັນແມ່ນ $45,898.50) ເງິນຈໍານວນນີ້ຈະຫຼຸດລົງເຄິ່ງຫນຶ່ງທຸກໆ 210,000 ບລັອກທີ່ຄໍານວນໄດ້ ແມ່ນຄວາມຄິດຂອງການຈໍາກັດຈໍານວນ Bitcoin ບໍ່ເກີນ 21,000,000 BTC.
ລະບົບຕ່ອງໂສ້ຂອງບລັອກທີ່ຈະສ້າງຖານຂໍ້ມູນຂອງ BitCoin ເປັນແຕ່ລະບລັອກຈະບັນທືກການໂອນເງິນຫຼາຍຮ້ອຍລາຍການໂດນເຄື່ອງທົ່ວໂລກຈະໄວ້ວາງໃຈພຽງການແຕກສາຍທີ່ຍາວທີ່ສຸດ (ສີດໍາ) ເຖິງແມ່ນວ່າບ່າງຄັ້ງຈະມີການຄິດໄລ່ຈຳນວນບລັອກໄດ້ພ້ອມກັນເຮັດໃຫ້ເກີດການແຕກສາຍແຕ່ເມື່ອສາຍໃດ້ທີ່ແຂ່ງຂັນແລ້ວແພ້ ສາຍນັ້ນກໍຈະຖືກຖີ້ມ (ສີຂີ້ເຖົ່າ) ທຸກສາຍຈະຊີ້ກັບໄປຍັງບລັອກເລີ່ມຕົ້ນທີ່ເອີ້ນວ່າ. Genesis Block ໃຫ້ເງິນ 50BTC ກັບ Satoshi ຜູ້ສ້າງ BitCoin ເຖິງແມ່ນວ່າເຂົາຈະຢຸດເຊົາການພັດທະນາຊອຟແວ ແລະ ບໍ່ໄດ້ສົນທະນາໃນເວັບບອດແລ້ວ, ແຕ່ບັນຊີຂອງລາວ ກໍຍັງມີລາຍການຢູ່ເລື້ອຍໆ. ເນື່ອງຈາກວ່າບໍ່ມີສູນກາງຄວບຄຸມ ມັນເປັນໄປໄດ້ທີ່ຈະມີຄອມພິວເຕີຈໍານວນຫຼາຍໃນໂລກ. ຄິດໄລ່ບລັອກໃຫມ່ອອກມາໄດ້ພ້ອມໆກັນ. ໂດຍມີຈໍານວນຂໍ້ມູນໂອນທີ່ບໍ່ເທົ່າທຽມກັນ ແລະ nonce ແລະ hash ທີ່ແຕກຕ່າງກັນເຮັດໃຫ້ເກີດການ "ແຕກສາຍ" ຂອງຖານຂໍ້ມູນ BitCoin ແນວຄວາມຄິດສ່ວນໃຫຍ່ໃນໂລກແມ່ນການຄິດໄລ່ທີ່ດີ ແລະ ຄວາມຊື່ສັດ. ໃນເວລາທີ່ແຕກສາຍຂອງເຄື່ອງຖານຂໍ້ມູນຈະເລືອກເອົາເສັ້ນທີ່ຍາວທີ່ສຸດໄດ້ຖືກຄິດໄລ່ກ່ຽວກັບບລັອກດຽວກັນໃນເວລາດຽວກັນ, ທັງສອງສາຍຈະໄດ້ແຂ່ງຂັນຄິດໄລ່ໃນບລັອກຕໍ່ໄປໃນທັນທີທີ່ເປັນໄປໄດ້. ຖ້າຫາກວ່າບລັອກໃດແພ້ ສາຍນັ້ນຈະກາຍເປັນສານກໍາພ້າ (Orphaned Block) ແລະ ຄອມພິວເຕີທັງຫມົດໃນເຄືອຂ່າຍຈະບໍ່ເຊື່ອມຕໍ່ອີກຕໍ່ໄປ. ເຮັດໃຫ້ຜູ້ທີ່ຄິດໄລ່ປະສົບຜົນສໍາເລັດ ແລະ ໄດ້ຮັບຄ່າຈ້າງ 50BTC ຖືກຍົກເລີກເງິນຂອງຕົນເອງ. ເພາະເງິນທຶນທີ່ໄດ້ຮັບຈະໄດ້ຮັບການບັນທຶກໄວ້ພຽງແຕ່ຢູ່ໃນສາຍຫຼັກເທົ່ານັ້ນ. ການຄິດໄລ່ຂອງບລັອກ ລະບົບຕ່ອງໂສ້ (Block Chain) ຈະໃຊ້ຊັບພະຍາກອນ ເຊັ່ນ: ທຸກມື້ນີ້ທີ່ມີຈຳນວນບລັອກໃນໂລກ ເກືອບສອງແສນບລັອກ. ສະພາບໂດຍລວມແລ້ວໂລກຈື່ງມີຖານຂໍ້ມູນໂອນເງິນພຽງຖານຂໍ້ມູນດຽວ ທີ່ເບີ່ງເຫັນກັນທົ່ວໂລກ.
ໃນມື້ນີ້, ການຄິດໄລ່ຂອງກຸ່ມໃຫມ່ຈະໃຊ້ເວລາ 5-10 ນາທີ ໃນໄລຍະທຳອິດໂປຣແກຣມ BitCoin wallet ຈະເປີດໃຫ້ທຸກເຄື່ອງຊ່ວຍກັນຄິດໄລ່ບລັອກນີ້ໄປພ້ອມໆກັນ, ແຕ່ເນື່ອງຈາກວ່າການຄິດໄລ່ທີ່ມີຄວາມຫຍຸ້ງຍາກຫຼາຍຈົນຄອມພິວເຕີທຳມະດາບໍ່ສາມາດຄິດໄລ່ໄດ້ທັນ ແລະ ມີລະບົບຄອມພິວເຕີດຽວທີ່ໄດ້ຮັບເງິນ 50BTC ໄປໃນແຕ່ລະບລັອກ. ໄລຍະຫຼັງຈື່ງມີການຮ່ວມກຸ່ມແບບຕ່າງໆເພື່ອເລັ່ງນຄິດໄລ່ nonce ແລະ hash ໄວຂື້ນເລື່ອຍໆ ກາຍເປັນການແຂ່ງຂັນຄິດໄລ່ຄ່າ SHA256 ຂະໜາດໃນທົ່ວໂລກ. ຫຼາຍກຸ່ມອີງໃສ່ Chip Graphic ເພື່ອຈະຄິດໄລ່ໃຫ້ໄວຂື້ນ. ບາງກຸ່ມໃຊ້ chip FPGA ທີ່ອອກແບບເປັນພິເສດເພື່ອຊ່ວຍເພີ່ມຄວາມໄວໃນການຄິດໄລ່. ບາງກຸ່ມເປີດຮັບສະມາຊິກພາຍນອກຈໍານວນຫນຶ່ງໂດຍມີຂໍ້ຕົກລົງວ່າຈະແບ່ງເງິນໃຫ້ຕາມອັດຕາສ່ວນທີ່ຄິດໄລຄິດໄລ່ໄດ້. ບໍ່ວ່າຈະເປັນຜູ້ຄິດໄລບລັອກໄດ້ສຳເລັດ ຫຼືບໍ່ ເອີ້ນວ່າ mining pool.
ລະບົບ BitCoin ຍັງຈະເປີດໃຫ້ຜູ້ໂອນເງິນສາມາດໂອນຄ່າທໍານຽມເຂົ້າໄປຍັງຜູ້ທີ່ຄິດໄລ່ບລັອກໄດ້ຢ່າງສໍາເລັດຜົນ. ວິທີການນີ້ເຮັດໃຫ້ເວລາການໂອນເງິນແຕ່ລະຄັ້ງບໍ່ໄດ້ບັນທຶກເວລາດຽວກັນ. ເນື່ອງຈາກວ່າຜູ້ທີ່ຄິດໄລ່ບລັອກຈະພະຍາຍາມດືງລາຍການໂອນເງິນທີ່ມີຄ່າທຳນຽມເຂົ້າສູ່ບລັອກທີ່ຕົວເອງກຳລັງຄິດໄລ່ກ່ອນສະເໝີຈາກນັ້ນລະບົບຄໍານວນເງິນຟຣີໄດ້ຮັບຈາກບລັອກໝົດໄປ. ທຸກຄົນຈະຕ້ອງຈ່າຍຄ່າທໍານຽມການໂອນເງິນຂອງທ່ານເພື່ອໃຫ້ການໂອນຂອງຕົວເອງໄດ້ຮັບການບັນທືກ. ລະບົບການໂອນເງິນ ແລະ ຄ່າທຳນຽມຈະເປັນລະບົບເສລີ ຄື ຖ້າເຮົາປະກາດຄ່າທໍານຽມການໂອນຕ່ໍາເກີນໄປ ຜູ້ຄິດໄລ່ບລັອກຈະບໍ່ສົນໃຈລວມລານການການໂອນເງິນຂອງເຮົາເຂົ້າສູ່ບລັອກຂອງຕົນເອງທີ່ກຳລັງຄິດໄລ່. "ຫຼາຍປານໃດ" ຈຶ່ງໄດ້ຮັບການເພີ່ມລົງໃນຖານຂໍ້ມູນ. ນັ້ນຄືຄົນທີ່ຄິດໄລ່ໄດ້ໄວ້ທີ່ສຸດ ຍອມຮັບການໂອນຂອງເຮົາເຂົ້າໄປການຄິດໄລ່ໃນບລັອກໄດ້.
ທັງຫມົດຄືທັດສະນະໃນເຊີງເຕັກໂນໂລຊີຂອງ BitCoin ເຮັດໃຫ້ປະລາດໃຈ, ມັນບໍ່ໄດ້ຢຸດເຊົາຢູ່ທີ່ການເປັນລະບົບທາງດ້ານການເງິນທີ່ສະແດງໃຫ້ເຫັນທຸກສິ່ງທຸກຢ່າງ. ມັນຍັງເປັນການສ້າງທັດສະນະໃຫມ່ໃນດ້ານການລົງທຶນຂອງເສດຖະກິດ ເນື່ອງຈາກວ່າລະບົບການເງິນໃນໂລກທີ່ມີການເພີ່ມຂື້ນເລື້ອຍໆ ໂດຍຜ່ານການພິມເງິນຂອງທະນາຄານກາງ, ແຕ່ລະບົບ BitCoin ບໍ່ສາມາດເພີ່ມເງິນໃນລະບົບໄດ້.
ພວກເຮົາຈະກັບມາສຳຫຼວດທັດສະນະທາງດ້ານການເງິນຂອງ BitCoin ອີກເທື່ອຫນຶ່ງໃນບົດຄວາມຕໍ່ໄປ.
0 ความคิดเห็น