ສໍາລັບຄົນທີ່ໃຊ້ IPhone ແລະ ອັບເດດ iOS ໃຫມ່, ລ້າງເຄື່ອງໃໝ່ ກໍຕ້ອງໄດ້ດາວໂຫລດແອັບໃໝ່ ຫຼື ອັບເດດແອັບເຂົ້າໄປໃນເຄື່ອງອີກເທື່ອຫນຶ່ງ. ແຕ່ບາງຄັ້ງເມື່ອດາວໂຫລດໄປໄລຍະໜຶ່ງມັນກໍຄ້າງ, ໂຫລດຊ້າ, ໂຫລດບໍ່ໄດ້ ຂື້ນ Waiting ... , Loading ... ຫຼື Installing ... ຈະລົບແອັບແລ້ວລົງໃໝ່ກໍບໍ່ໄດ້.
ວິທີແກ້ໄຂ
- ກວດສອບ Wi-Fi ວ່າໃຊ້ງານໄດ້ ບໍ່ມີບັນຫາ.
- ລອງປິດ ແລະ ເປີດເຄື່ອງໃໝ່
- ລອງເຂົ້ໄປລືບແອັບໃນ app settings
- ກວດສອບສະຖານະການໃຊ້ງານຂອງ App Store ວ່າມີບັນຫາ ຫລືບໍ່?
- ອອກຈາກລະບົບ ແລະ ເຂົ້າສູ່ລະບົບ Apple ID ໃນ App Store.
- ເຂົ້າໄປໂຫລດແອັບໃນ iTunes ແລະ Sync Apps ເຂົ້າເຄື່ອງ.
- ລອງລ້າງຂໍ້ມູນການຕັ້ງຄ່າທັງຫມົດ
- Backup ແລະ Restore ຄືນໃຫມ່
0 ความคิดเห็น