ບໍລິສັດ Mastercard ໄດ້ເລີ່ມທົດສອບໃຫ້ບໍລິການ "Identity Check Mobile" ຫຼື ທີ່ນິຍົມກັນເອີ້ນວ່າ Selfie pay ທີ່ທາງເຂດ ເອີຣົບ ໃນປະເທດອົດສະຕາລີ, ເບລຍຽມ, ເຊັກ, ເດນມາກ, ຟິນແລນ, ເຢລະມັນ, ຮົງກາລີ, ເນເທີແລນ, ນໍເວ, ສະເປນ ແລະ ອັງກິດ ຫຼັງຈາກທີ່ໄດ້ທົດສອບກ່ອນໜ້ານີ້ທີ່ ອາເມລີກາ, ການາດາ ແລະ ເນເທີແລນ ມາໄດ້ໄລຍະໜຶ່ງ, ທາງ Mastercard ລະບຸວ່າເຕັກໂນໂລຢີໃໝ່ນີ້ຈະທະຍອຍເປີດໃຫ້ບໍລິການທົ່ວໂລກໃນຊ່ວງໄລຍະປີໜ້າ.
ຄວາມໜ້າສົນໃຈຂອງ Selfie Pay ຄື: ບໍ່ຈຳເປັນຕ້ອງເສຍເວລາໃນການພີມລະຫັດຜ່ານຍາວໆ ເພື່ອຢືນຢັນຕົວຕົນ ເຮົາສາມາດທີ່ຈະໃຊ້ Selfie ຫຼື ສະແກນລາຍນີ້ວມືແທນໄດ້ ໂດຍຕົວແອັບຈະກວດສອບພາບຖ່າຍໃບໜ້າຂອງເຈົ້າກັບຖານຂໍ້ມູນພາຍໃນເຊີເວີຂອງ Mastercard ຫາກຄືກັນກໍຈະອະນຸມັດການຊຳລະເງິນໃຫ້.
ດ້ານການປ້ອງກັນຄວາມປອດໄພ ເຮົາບໍ່ສາມາດໃຊ້ພາບຖ່າຍທີ່ພີມມາໃນການຢືນຢັນຕົວຕົນ ເພາະແອັບຈະບັງຄັບໃຫ້ເຮົາກະພິບຕາໃນຂະນະທີ່ສະແກນໃບໜ້າ
Mastercard ເຊື່ອວ່າລະບົບໃໝ່ນີ້ຈະອຳນວຍຄວາມສະດວກ, ເພີ່ມຄວາມວ່ອງໄວໃນການຊຳລະເງິນ ແລະ ປອດໄພຫຼາຍຂື້ນກວ່າການໃຊ້ລະຫັດຜ່ານແບບເກົ່າອິກນຳ.
ທີ່ມາ: thaiware.com
0 ความคิดเห็น