ຂ່າວໃໝ່

6/recent/ticker-posts

ແກ້ບັນຫາເປີດເຄື່ອງແລ້ວຕ້ອງກົດ F1

ບັນຫານີ້ເກີດຈາກປະກອນ Hardware, ອຸປະກອນທີ່ວ່ານີ້ກໍຄືຖ່ານ Bios ທີ່ຢູ່ເທີງ Mainboard ທີ່ເສື່ອມຄຸນະພາບຕາມເວລາການໃຊ້ງານ, ຖ່ານ Bios ນີ້ໂດຍປົກກະຕິຈະມີອາຍຸການໃຊ້ງານປະມານ 3-5 ປີ ຫຼື ອາດດົນກວ່າ ຂື້ນຢູ່ກັບບາງຍີ່ຫໍ້


ການສັງເກດວ່າຖ່ານ Bios ເສື່ອມຄຸນະພາບ ຫຼື ບໍ່ ສັງເກດງ່າຍໆ ຄື:
    - ເວລາທີ່ເຮົາເປີດເຄື່ອງມັນຈະຄ້າງໃນໜ້າຈໍ Bios ເຮົາຕ້ອງກົດ F1 ກ່ອນຈຶ່ງຈະສາມາດເຂົ້າໃຊ້ງານເຄື່ອງໄດ້, ເມື່ອເຂົ້າມາໜ້າ Desktop.
    - ເວລາ ແລະ ວັນທີ່ ຂອງເຄື່ອງຈະສະແດງເປັນເວລາຂອງການຄັ້ງຄ່າຈາກໂຮງງານ.

ຫາກທ່ານພົບບັນຫາທີ່ທ່ານຄິດວ່າເປັນບັນຫາທີ່ກ່າວມາຂ້າງເທີງ ກໍໄດ້ເວລາປ່ຽນຖ່ານ Bios ແລ້ວ


ຂັ້ນຕອນ 1: ຈະຢ່າງ ຫຼື ຂີ່ລົດກໍໄດ້ ໄປຊື້ຖ່ານ Bios.
ຂັ້ນຕອນ 2: ປິດເຄື່ອງຄອມພິວເຕີຂອງທ່ານ ແລະ ຖອດປັກໄຟ ພ້ອມອຸປະກອນຕໍ່ໂພງຕ່າງໆອອກໃຫ້ໝົດ ເປັນຕົ້ນ ເຄື່ອງ Printers, ເຄື່ອງ Scan, ລຳໂພງ Modem ພາຍນອກ ຈາກນັ້ນເປີດເຄສ໌ອອກມາ (ລະວັງເຄື່ອງທີ່ຢູ່ໃນຊ່ວງເວລາຮັບປະກັນ)

ຂັ້ນຕອນ 3: ໄປທີ່ຕຳແໜ່ງຂອງຖ່ານ bios ເທີງ Mainboard ແຕ່ລະຍີ່ຫໍ້ຈະຕ່າງກັນອອກໄປ, ເມື່ອພົບແລ້ວກໍແກະອອກມາເລີຍ. Mainboard ສ່ວນໃຫຍ່ຈະມີຕົວລັອກເໝືອນໃນພາບ ຫາໄຂຄວງມາກົດຕົວລັອກແລ້ວຖ່ານຈະເດັ້ງອອກມາ

ຂັ້ນຕອນ 4: ໃສ່ຖ່ານ bios ອັນໃໝ່ລົງໄປແທນໃຫ້ຢູ່ໃນສະຖານະເດີມ ແລ້ວກໍປະກອບເຄສ໌ຄືນແລ້ວກໍເປັນອັນສຳເລັດ.

ຈາກນັ້ນ ກໍເປີດເຄື່ອງຄອມພິວເຕີຂື້ນມາ ຄັ້ງທຳອິດອາດຍັງໄດ້ກົດ F1 ຢູ່ ແຕ່ຄັ້ງຕໍ່ໄປກໍຈະບໍ່ຕ້ອງກົດອິກຈົນກວ່າຖ່ານ bios ຈະເສື່ອມອິກ.

แสดงความคิดเห็น

0 ความคิดเห็น