
ເມື່ອວັນທີ 18 ມີນາ 2015 ສຳນັກຂ່າວຣອຍເຕີ ໄດ້ລາຍງານວ່າ ຈາກທີ່ກ່ອນໜ້ານີ້ ເຄີຍປະກາດແລ້ວວ່າຈະໃຫ້ຜູ້ໃຊ້ Windows 7 ແລະ Windows 8 ສາມາດອັບເກຣດເປັນ Windows 10 ໄດ້ຟຣີ ແຕ່ໃນລ່າສຸດໄດ້ມີປະກາດໃໝ່ຈາກທາງ ບໍລິສັດ ໄມໂຄຣຊ໋ອບ ແລ້ວວ່າ ຈະເປີດໃຫ້ຜູ້ໃຊ້ Windows ທຸກຄົນສາມາດອັບເກຣດເປັນ Windows 10 ໄດ້ຟຣີ ເຖີງແມ່ນວ່າ Windows ຮຸ້ນປະຈຸບັນທີ່ໃຊ້ກັນຢູ່ຈະເປັນແບບບໍ່ຖືກລິຂະສິດກໍຕາມ.
ສຳລັບເຫດຜົນທີ່ທາງ ໄມໂຄຣຊ໋ອບຍອມໃຫ້ຜູ້ທີ່ໃຊ້ Windows ລະເມີດລິຂະສິດ (Windows ເຖື່ອນ) ສາມາດອັບເກຣດເປັນ Windows 10 ໄດ້ຟຣີ ເນື່ອງຈາກຕ້ອງເຈາະຕະຫຼາດຜູ້ໃຊ້ Windows ໃນປະເທດຈີນ ຊຶ່ງປະເທດຈີນນັ້ນມີ PC ທີ່ໃຊ້ Windows ເຖື່ອນເປັນຈຳນວນຫຼາຍເຖີງ 2/3 ຂອງຜູ້ໃຊ້ທັງໝົດ.
ເຖີງຢ່າງໃດກໍຕາມການອັບເກຣດເປັນ Windows 10 ຟຣີນັ້ນຈະຕ້ອງເຮັດການອັບເກຣດພາຍໃນໄລຍະປີທຳອິດຫຼັງຈາກ Windows 10 ເລີ່ມວາງຈຳໜ່າຍເທົ່ານັ້ນ ໂດຍກຳນົດການວາງຈຳໜ່າຍຂອງ Windows 10 ຈະຢູ່ໃນໄລຍະປີນີ້ ໃນ 190 ປະເທດທົ່ວໂລກ.
ຂໍ້ມູນຈາກ www.kapook.com
0 ความคิดเห็น