ຂ່າວໃໝ່

6/recent/ticker-posts

ອົງປະກອບຂອງລະບົບຄອມພີວເຕີ



ເຄື່ອງຄອມພີວເຕີທີ່ເຮົາເຫັນໃນປະຈຸບັນນີ້,  ເປັນພຽງອົງປະກອບສ່ວນໜຶ່ງຂອງລະບົບຄອມພີວເຕີແຕ່ຖ້າຕ້ອງການໃຫ້ເຄື່ອງຄອມພີວເຕີສາມາດເຮັດວຽກໄດ້ຢ່າງມີປະສິດທິພາບຕາມທີ່ເຮົາຕ້ອງການນັ້ນຈໍາເປັນຕ້ອງອາໃສອົງປະກອບພື້ນຖານສາມປະການທີ່ເຮັດວຽກຮ່ວມກັນເຊີ່ງອົງປະກອບພື້ນຖານຂອງຄອມພີວເຕີປະກອບໄປດ້ວຍHardware, Software ແລະ People ware.
1. ຮາດແວ (Hardware):
ໝາຍເຖິງອຸປະກອນຕ່າງໆທີປະກອບຂື້ນເປັນເຄື່ອງຄອມພີວເຕີມີລັກສະນະເປັນໂຄງຮ່າງສາມາດເບີ່ງເຫັນດ້ວຍຕາແລະສໍາພັດໄດ້ເຊັ່ນ:ຈໍພາບ,ຄີບອດ,ເມົາສເປັນຕົ້ນເຊີ່ງສາມາດແບ່ງເປັນສ່ວນຕ່າງໆຕາມລັກສະນະການເຮັດວຽກໄດ້ 4 ໜ່ວຍຄື: ໜ່ວຍຮັບຂໍ້ມູນ (Input Unit), ໜ່ວຍປະມວນຜົນກາງ(Central Processing Unit), ໜ່ວຍສະແດງຜົນ(Input Unit),ໜ່ວຍເກັບຂໍ້ມູນສໍາຮອງ (Secondary  Storage)ໂດຍອຸປະກອນແຕ່ລະໜ່ວຍມີໜ້າທີ່ການເຮັດວຽກແຕກຕ່າງກັນ.
2. ຊອບແວ(Software):
ໝາຍເຖີງສ່ວນທີ່ບໍ່ສາມາດສໍາພັດໄດ້ໂດຍກົງເປັນໂປຣແກຣມຫຼືຊຸດຄໍາສັ່ງທີ່ຖືກຂຽນຂື້ນເພື່ອສັ່ງໃຫ້ເຄື່ອງຄອມພີວເຕີເຮັດວຽກ,ດັ່ງນັ້ນຊອບແວຈຶ່ງເປັນເໝືອນຕົວເຊື່ອມລະຫວ່າງຜູ້ໃຊ້ເຄື່ອງຄອມພີວແລະເຄື່ອງຄອມພີວເຕີ,ຖ້າບໍ່ມີຊອບແວເຮົາກໍ່ໍບໍ່ສາມາດໃຊ້ເຄື່ອງຄອມພີວເຕີເຮັດຫຍັງໄດ້ເລີຍ.ຊອບແວຍັງສາມາດແບ່ງອອກເປັນ2 ປະເພດຄື: Software ລະບົບແລະ Softwareນຳໃຊ້.
3. ປີໂປແວ (People ware):
ໝາຍຖີງບຸກຄະລະກອນທີກຽ່ວຂ້ອງກັບການເຮັດວຽກຂອງລະບົບຄອມພີວເຕີສາມາດໃຊ້ງານເພື່ອໃຫ້ຄອມພີວເຕີເຮັດວຽກທີ່ຕ້ອງການເຊັ່ນ:ຜູ້ໃຊ້ໂປຼແກຼມ (User)ໂປຼແກຼມເມີ (Programmer),ນັກອອກແບບລະບົບ(System designer).

แสดงความคิดเห็น

0 ความคิดเห็น