ຂ່າວໃໝ່

6/recent/ticker-posts

LG ເປີດແພແນນຕົວຈໍ micro-LED ບິດໄດ້ພັບໄດ້ ແຖມຢືດຂະຫຍາຍໄດ້ 20%

LG Display ເປີດຕົວແພແນນຈໍແບບໃໝ່ຂະໜາດ 12 ນິ້ວທີ່ມາສາມາດພັບ ບິດ ແລະ ຢືດໄດ້ໂດຍທີ່ບໍ່ເສຍຫາຍ ສິ່ງທີ່ໜ້າສົນໃຈຄືສາມາດຢືດຂະຫຍາຍອອກໄດ້ປະມານ 20% ຂອງຂະໜາດຄວາມຢາວຈໍ ຫລື ຂະຫຍາຍອອກໄດ້ເຖິງຂະໜາດ 14 ນິ້ວ ເພາະເຮັດຈາກວັດດຸແບບດຽວກັບທີ່ໃຊ້ເຮັດຄອນແທກເລນສ໌

ແພແນນຈໍນີ້ໃຊ້ເທກໂນໂລຢີ micro-LED ຄວາມລະອຽດ 100 ppi ທຽບເທົ່າກັບຈໍໂທລະທັດ LG ເຜີຍວ່າຄຸນສົມບັດຂອງຈໍທີ່ສາມາດໂຄ້ງຕາມລັກສະນະພື້ນຜິວໄດ້ ເຮັດໃຫ້ມີຄວາມເປັນໄປໄດ້ທີ່ຈະນຳມາໃຊ້ກັບຜະລິດຕະພັນເສື້ອຜ້າ ອຸປະກອນສວມໃສ່ ຢານພາຫະນະ ລວມເຖິງເກມມິ່ງດ້ວຍ

LG ໄດ້ພັດທະນາເທກໂນໂລຢີຈໍຂະຫຍາຍໄດ້ມາຕັ້ງແຕ່ປີ 2020 ແລະ ຄາດວ່າຈະພັດທະນາສຳເລັດໃນປີ 2024


ທີ່ມາ: LG Display via Engadget

แสดงความคิดเห็น

0 ความคิดเห็น