ເຄື່ອງໄມ້ເຄື່ອງມືສຳລັບແຮກເກີໃນປະຈຸບັນນີ້ມີຄວາມກ້າວໜ້າໄປຫລາຍຈົນເຖິງຂະໜາດທີ່ຫຼາຍຢ່າງເບິ່ງເຜີນໆ ກໍເໝືອນເປັນເຂົ້າຂອງເຄື່ອງໃຊ້ທຳມະດາທີ່ບໍ່ໜ້າຈະມີຟັງຊັນອັນຕະລາຍແອບແຝງ ແຕ່ສາຍ USB ທີ່ຊື່ O.MG Cable ນີ້ອາດຕ້ອງເຮັດໃຫ້ປ່ຽນຄວາມຄິດໃໝ່ ແລະ ລະວັງຫລາຍຂຶ້ນກ່ອນຈະຄວ້າສາຍ USB ຂອງໃຜມາສຽບຄອມພິວເຕີ ຫລື ໂທລະສັບມືຖື

O.MG Cable ຄືສາຍ USB ທີ່ຜະລິດດ້ວຍມືຊຶ່ງເບິ່ງໜ້າຕາທຳມະດາແທບບໍ່ຕ່າງຈາກສາຍຊາກ ຫລື ສາຍຖ່າຍໂອນຂໍ້ມູນທົ່ວໄປ ແຕ່ຄວາມບໍ່ທຳມະດາຂອງມັນຄືສິ່ງທີ່ແຝງຢູ່ພາຍໃນຊຶ່ງມີທັງເວັບເຊີເວີ, ການເຊື່ອມຕໍ່ USB ແລະການເຊື່ອມຕໍ່ Wi-Fi ທີ່ເຮັດໄດ້ທັງຮັບສົ່ງຂໍ້ມູນທີ່ມັນແຮກໄດ້ໄປຢັງເຊີເວີ ແລະ ຮັບຄຳສັ່ງໂຈມຕີຈາກເຊີເວີມາກໍໄດ້ ໂດຍຣົ່ນນີ້ເປັນເວີຊັນອັບເກຣດຈາກສາຍທີ່ຜະລິດອອກມາເມື່ອປີກ່ອນ ເພີ່ມຄວາມສາມາດໃນການຮັບຂໍ້ມູນຈາກເຊີເວີເພື່ອການໂຈມຕີ (ຈາກແຕ່ເດີມທີ່ເຮັດໄດ້ພຽງດັກຈັບຂໍ້ມູນ)
ໜ້າຕາສາຍ O.MG Cable ກັບເວັບທີ່ໃຊ້ງານຄູ່ກັບມັນ
ສິ່ງທີ່ມັນເຮັດໄດ້ບໍ່ພຽງແຕ່ການດັກຈັບອ່ານຂໍ້ມູນການໃຊ້ແປ້ນພິມ ແຕ່ທີ່ໜ້າຢ້ານຢິ່ງກວ່າຄືມັນກໍ່ການໂຈມຕີແບບ keystroke injection ໄດ້ດ້ວຍ ວ່າງ່າຍໆ ຄືຜູ້ໂຈມຕີສາມາດສົ່ງຂໍ້ມູນຜ່ານທາງ Wi-Fi ໄປໃຫ້ສາຍ O.MG Cable ເພື່ອຫຼອກໃຫ້ອຸປະກອນທີ່ມັນສຽບຢູ່ກັບສາຍນັ້ນເຂົ້າໃຈວ່າມີຂໍ້ມູນຖືກຄີສົ່ງມາຈິງ ແລະ ການໂຈມຕີນີ້ຢັງເຮັດກັບອຸປະກອນທີ່ຢູ່ໃນໂຊນ air gap ໄດ້ດ້ວຍ (ອຸປະກອນທີ່ໂດນ air gap ຫລື ຢູ່ໃນໂຊນ air gap ໝາຍເຖິງອຸປະກອນທີ່ບໍ່ໄດ້ເຊື່ອມຕໍ່ກັບເຄືອຂ່າຍອື່ນໃນຊ່ອງທາງໃດເລີຍ ຊຶ່ງເປັນວິທີການອອກແບບລະບົບເຄືອຂ່າຍທີ່ໃຊ້ກັບອຸປະກອນທີ່ມີຄວາມສຳຄັນຫລາຍ ເພື່ອຍົກລະດັບຄວາມປອດໄພໄຊເບີໃຫ້ກັບອຸປະກອນນັ້ນ)

ພາບເອກຊ໌ເຣສະແດງໃຫ້ເຫັນວ່າມີຫຍັງຢູ່ໃນສາຍ O.MG Cable
ຕົວສາຍ O.MG Cable ນັ້ນມີທັງແບບຫົວ Lightning, micro USB ແລະ USB-C ໂດຍມີແບ່ງຂາຍເປັນ 3 ລຸ້ນ ຄື Basic, Plus ແລະ Elite ຊຶ່ງຣາຄາລຸ້ນ Elite ທີ່ແພງທີ່ສຸດນັ້ນຕັ້ງໄວ້ທີ່ເສັ້ນລະ 179.99 ດອນລາ ທັງນີ້ MG ຊຶ່ງເປັນຜູ້ພັດທະນາສາຍ O.MG Cable ນີ້ບອກວ່າອຸປະກອນແຮກທີ່ມີຢູ່ໃນກ່ອນໃນທ້ອງຕະຫລາດທີ່ເຮັດວຽກໄດ້ລະດັບດຽວກັນນີ້ປົກກະຕິຂາຍກັນຢູ່ທີ່ລາຄາເກືອບ 20,000 ດອນລາ
ແຫລ່ງຂໍ້ມູນ : blognone.com


0 ความคิดเห็น