ຂ່າວໃໝ່

6/recent/ticker-posts

ພອດ USB ຄື​ຫຍັງ ? ມີ​ຈັກ​ແບບ ? ມີ​ວິ­ວັດ­ທະ­ນາ​ການ​ຢ່າງ­ໃດ​ດ້ວຍ ?

ພອດ USB ຄືຫຍັງ ? ວິວັດທະນາການຂອງພອດ USB

ໜ້າຈະເປັນສ່ວນສຳ­ຄັນ​ຂອງ​ຄອມ​​ພິວ​ເຕີ​ ແລະ​ ອຸ­ປະ­ກອນ​ຕ່າງໆ ສຳ­ລັບພອດ USB ທີ່​ເຖິງ​ວ່າ​ຄອມ​​ພິວ​ເຕີ​ໃນ​​ຍຸກ​ນີ້​ຈະ​ປ່ຽນ​ມາ​ໃຊ້​ພອດ USB-C ແທນ​ທີ່​ພອດ USB-A ຫລື USB ປົກ­ກະ­ຕິ​ຫລາຍ​ຂຶ້ນ ແມ່ນ​ແຕ່​ໃນ​ໂທ​​​ລະ​ສັບ​ມື​ຖື​ກໍ​ມີ​ພອດ USB ສຳ­ລັບ​ຊາກ​ແບດ​ເຕີ​ຣີ ຖ່າຍ​ໂອນ​ຂໍ້​ມູນ​ຫລວງ­ຫລາຍ​ຫຼາຍ​ແບບ ມາ​ເບິ່ງ​ກັນ​ວ່າ ກວ່າ​ຈະ​ເປັນ​ພອດ USB ສັກ​ຊ່ອງ ຕ້ອງ​ຜ່ານ​ຫຍັງ​ມາ​ແດ່ ? ແລະ​ ກ່ອນ​ໜ້າ​ນີ້​ຄອມ​​ພິວ​ເຕີ ມື​ຖື​ໃຊ້​ພອດ​ຫຍັງ ແລະ​ ອະ­ນາ­ຄົດ​ຂອງ​ພອດ USB ຈະ​ໄປ​ໄກ​​ໄດ້​ເຖິງ​ໃດ?

​ພອດ USB ຄື​ຫຍັງ?

ສຳ­ລັບ "ພອດ USB" ມາ​ຈາກ​ຄຳ​ວ່າ "Universal Serial Bus" ເປີດ​ຕົວ​ເທື່ອ​​ທຳ​ອິດໃນ​ປີ ​​ຄ.​​ສ. 1996 (​​ພ.​​ສ. 2539) ໂດຍ USB-IF (USB Implementer Forum) ໂດຍ​ພອດ USB ຖືກ​ອອກ​ແບບ​ຂຶ້ນ​ມາ​ເພື່ອ​ສ້າງ​ມາດ­ຕະ­ຖານ​ການ​ເຊື່ອມ​ຕໍ່​ລະ­ຫວ່າງ​ຄອມ​​ພິວ​ເຕີ ກັບ​ອຸ­ປະ­ກອນ​ຕ່າງໆ ທັງ​ໃນ​ແງ່​ຂອງ​ການ​ໂອນ​ຖ່າຍ​ຂໍ້​ມູນ ການ​ຈ່າຍ​ພະ­ລັງ­ງານ​ໄຟ­ຟ້າ​ໃນ​ຮູບ​ແບບ​ການ​ຊາກ​ແບດ​ເຕີ​ຣີ ການ​ເຊື່ອມ​ຕໍ່​ກັບ​ອຸ­ປະ­ກອນ​ເພື່ອ​ໃຊ້​ງານ ເຊັ່ນ ຄີ​​ບອດ, ເມົາ​​ສ໌, ​ປຣິນເ​ຕີ ແລະ ອື່ນໆ

ເປັນ​ຫຍັງ​ພອດ USB ຈຶ່ງ​ມີ​ຫຼາກສີສັນ ?

ບາງ​ຄົນ​ໜ້າ​ຈະ​​ເ​ຄີຍ​ສັງ­ເກດ​ເຫັນ​ວ່າ ພອດ USB ບາງ​ຊ່ອງ​ເປັນ​ສີ­ຟ້າ ບາງ​ຊ່ອງ​ເປັນ​ສີ​ສົ້ມ ຫລື​ບາງ​ຊ່ອງ​ກໍ​ບໍ່​ມີ​ສີ­ສັນ​ຫຍັງ​ເ​ລີຍ ຊຶ່ງ​ພອດ​ແຕ່​ລະ​ສີ​ນັ້ນ ມີ​ຄວາມ​ແຕກ​ຕ່າງ​ນອກ​ເໜືອ​ຈາກ​ສີ ນັ້ນ​ກໍ​ຄື PIN ຫລື​ຈຳ­ນວນ​ຂາ​ທີ່​ຮອງ​ຮັບສາຍຕໍ່ພ່ວງປະເພດຕ່າງໆ ລວມເຖິງຄວາມໄວໃນການຮັບສົ່ງຂໍ້ມູນ ຫນ້າທີ່ທີ່ຮອງຮັບ ຊຶ່ງແບ່ງອອກໄດ້ດັ່ງນີ້

ສີ​ພອດ USB

ເ​ວີຊັນ​ຂອງ USB

ຄວາມ​ໄວ​ໃນ​ການ​ຮັບ​ສົ່ງ​ຂໍ້​ມູນ

ສີ­ຂາວ

1.x

1.5 Mbit/s (Low Speed)

12 Mbit/s (Full Speed)

ຈ່າຍ​ໄຟ​ໄດ້ 2.5 ວັດ​​ (Watts)

ສີ­ດຳ

2.0

1.5 Mbps (Low Speed)

12 Mbps (Full Speed)

480 Mbps (High Speed)

ຈ່າຍ​ໄຟ​ໄດ້ 2.5 ວັດ​​ (Watts)

ສີ­ຟ້າ

3.2 Gen 1

5 Gbps

ຈ່າຍ​ໄຟ​ໄດ້ 4.5 ວັດ​​ (Watts)

ສີ­ຂຽວ​​

3.2 Gen 2

10 Gbps

ຈ່າຍ​ໄຟ​ໄດ້ 100 ວັດ​​(Watts)

ສີ­ເຫຼືອງ/ສີ­ແດງ

3.0 ຫລື 3.1

ເຮັດ​ຫນ້າ­ທີ່​ຊາກ​ໄຟ

ຂະ­ນະ​ທີ່​ຄອມ​​ພິວ​ເຕີ​ຢູ່​ໃນ​​ໂໝດ​ນອນ​ຫຼັບ (Sleep Mode)

ຫລື​ຂະ­ນະ​ປິດ​ເຄື່ອງ​ໄດ້ (Shutdown)

ຮຽກ​ວ່າ ເທ​​ກ​ໂນ​ໂລ​​ຢີ Sleep-and-Charge

ສີ​ສົ້ມ

ບໍ່​​ລະ​ບຸ

ບໍ່​​ລະ​ບຸ ແຕ່​ມັກ​ເປັນ​ພອດ​ສຳລັບ​ຊາກ​ໄຟ​ພຽງ​ຢ່າງ​ດຽວ

(Power Delivery)


ວິ­ວັດ­ທະ­ນາ​ການ​ຂອງ​ພອດ USB ໃນ​ຄອມ​​ພິວ​ເຕີ (The evolution of USB ports in computers ?)

ວິ­ວັດ­ທະ­ນາ​ການ​ຂອງ​ພອດ USB ເທິງ​ຄອມ​​ພິວ​ເຕີ ເບື້ອງ​ຕົ້ນ​ມີ 4 ​​ລຸ້ນ (Generation) ຫຼັກໆ ໄດ້­ແກ່

USB 1.0

ສຳ­ລັບ​ພອດ USB 1.0 ເປັນ​ພອດ​​ລຸ້ນ​​ທຳ​ອິດ​ທີ່​ເປີດ​ຕົວ​ໃນ​ປີ ​​ຄ.​​ສ. 1996 (​​ພ.​​ສ. 2539) ຮອງ​ຮັບ USB-A ແລະ USB B ສ່ວນ​ຄວາມ​ໄວ​ໃນ​ການ​ໂອນ​ຖ່າຍ​ຂໍ້​ມູນ​ນັ້ນ ​​ເ​ລີ່ມ​ຕົ້ນ​ທີ່ 1.5 Mbps ຕໍ່​ມາ ໃນ​ປີ ​​ຄ.​​ສ. 1998 (​​ພ.​​ສ. 2541) ກໍ​ເປັນ​ປີ​ທີ່​ເປີດ​ຕົວ USB 1.1 ເທ​​ກ​ໂນ​ໂລ​​ຢີ​ອັບ​ເກ​​ຣດ​ຄວາມ​ໄວ​ຂະ­ນະ​ໃຊ້​ງານ​ເປັນ 12 Mbps

USB 2.0

ສ່ວນ​ພອດ USB 2.0 ​​ເ​ລີ່ມ​ໃຊ້​ງານ​ຕັ້ງ­ແຕ່​ປີ ​​ຄ.​​ສ. 2001 (​​ພ.​​ສ. 2544) ຊຶ່ງ​ພອດ​ຊະ­ນິດ​ນີ້​ພັດ­ທະ­ນາ​ຂຶ້ນ​ຈາກ USB 1.0 ຫລາຍໆ ເພາະ​ຮອງ​ຮັບ​ທັງ USB A, USB B, USB Mini B ແລະ USB Micro B ຊຶ່ງ​ສອງ​ຊະ­ນິດ​ຫຼັງ ຄື USB ທີ່​ພົບ​ໄດ້​ໃນ​ສາຍ​ຊາກ​ມື​ຖື​ ແລະ ​ອຸ­ປະ­ກອນ​ອື່ນໆ ແຖມ​ຄວາມ​ໄວ​ຂະ­ນະ​ໃຊ້​ງານ​ກໍ​ສູງ​ໃຊ້​ໄດ້ ທີ່ 480 Mbps ເລີຍ​ທີ​ດຽວ
ນອກ­ຈາກ​ນີ້ ​​​ຍຸກ​ຂອງ USB 2.0 ຢັງ​ເປັນ­ຕົ້ນ​ກຳ­ເນີດ​ຂອງ​ພອດ miniUSB ແລະ​ພອດ microUSB ເທິງ​ໂທ­ລະ­ສັບ​ມື​ຖື​ ແລະ ​ອຸ­ປະ­ກອນ​ຊະ­ນິດ​ຕ່າງໆ ໃນ​ຊ່ວງ​ທຳ­ອິດໆ ມື​ຖື​ຈະ​ໃຊ້​ພອດ miniUSB ມາ​ກ່ອນ ກ່ອນ​ທີ່​ຈະທະ​ຍອຍ​ປ່ຽນ​ເປັນ microUSB ໃນ​ປະ­ຈຸ​ບັນ

USB 3.0

ໜ້າ​ຈະ​ເປັນ​ພອດ​ຢອດ​ນິ­ຍົມ​ທີ່​ສຸດ​ເລີຍ​ກໍ​ວ່າ​ໄດ້ ສຳ­ລັບ​ພອດ USB 3.0 ເດີມ​ທີ່​ໜ້າ​ຕາ​ຂອງ​ສາຍ​ເຄ​ເບີນ​ທີ່​ໃຊ້​ກັບ​ພອດ USB 3.0 ມີ­ໜ້າ​ຕາ​ທີ່​ປ່ຽນ​ໄປ​ຈາກ​ພອດ microUSB ເດີມ​ທີ່​ເປັນ​ພອດ USB 5 Pin ​ກາຍ​ເປັນ​ພອດ USB 10 Pins ທີ່​ມີ​ຂະ­ໜາດ​ກວ້າງ​ຂຶ້ນ ແຕ່​ສຸດ​ທ້າຍ​ກໍ​ປ່ຽນ​​​ກັບ​ມາ​ເປັນ​ພອດ microUSB ແບບ​ທີ່​ໃຊ້​ງານ​ກັນ​ໃນ​ປະ­ຈຸ​ບັນ
ພອດ USB 3.0 ເລີ່ມ​ໃຊ້​ງານ​ໃນ​ປີ ​​ຄ.​​ສ. 2011 (​​ພ.​​ສ. 2554) ແລະ​ບໍ່​ຮອງ​ຮັບ​ພອດ USB Mini B ອີກ​ຕໍ່​ໄປ ຮອງ​ຮັບ​ສະ­ເພາະ​ພອດ USB-A, USB B, ແລະ USB Micro B ແທນ ສ່ວນ​ຄວາມ​ໄວ​ນັ້ນ​​​ຂະຢັບ​ຂຶ້ນ​ໄປ​ເຖິງ​ຫຼັກ​ກິ​ກະ​ບິດ​ແລ້ວ ໂດຍ​ພອດ USB 3.0 ເຮັດ​ຄວາມ​ໄວ​ໄດ້​ສູງ​ສຸດ 5 Gbps
ນອກ­ຈາກ​ນີ້​ພອດ USB 3.0 ຍັງ​ມີ​ເ​ວີຊັນ​ຍ່ອຍ​ຢ່າງ​ພອດ USB 3.1, USB 3.2 ຊຶ່ງ USB 3.1 ເພີ່ມ​ຄວາມ​ໄວ​ຂະ­ນະ​ໃຊ້​ງານ​ເປັນ 10 Gbps ສ່ວນ​ພອດ USB 3.2 ຈະ​ຢູ່​ໃນ​ຮູບ​ແບບ​ພອດ USB-C ເທົ່າ​ນັ້ນ ແລະ​ ຮອງ​ຮັບ​ການ​ເຮັດ​ວຽກ​ງານ​ຫຼາຍ​ຊ່ອງ​ທາງ​​ພ້ອມ​ກັນ (Multi-lane Operation) ແຖມ​ຢັງ​ເຮັດ​ຄວາມ​ໄວ​ໄດ້​ເຖິງ 20 Gbps ອີກ​ດ້ວຍ

USB 4

ສ່ວນ​ພອດ USB 4 ເປັນ​ເທ​​ກ​ໂນ​ໂລ​​ຢີ​ທີ່​ຫາ­ກໍ່​ເກີດ​ຂຶ້ນ​ເມື່ອ​ປີ ​​ຄ.​​ສ. 2019 (​​ພ.​​ສ. 2562) ແຕ່​ເຮັດ​ຄວາມ​ໄວ​ໄດ້​ເຖິງ 40 Gbps ຊຶ່ງ​ເປັນ 2 ເທົ່າ​ຂອງ​ພອດ USB 3.0 ແຕ່​ບາງ​ຄົນ​ອາດ​ຄິດ​ວ່າ ເປັນ​ຫຍັງ​ບໍ່​​ເ​ຄີຍ​ ຫລື​ບໍ່​ຄ່ອຍ​ໄດ້​ຍິນ​ຊື່​ຂອງ USB 4 ເລີຍ ເພາະ​​ນິ້​ເປັນ​ເທ​​ກ​ໂນ​ໂລ​​ຢີ​ທີ່​ເຮັດ​ວຽກ​ຮ່ວມ​ກັບ​ພອດ USB 3.1 ແລະ USB 3.2 ນັ້ນ​ເອງ ແລະ​ອຸ­ປະ­ກອນ ສາຍ​ຕໍ່​ພ່ວງ​ທີ່​ໃຊ້​ຈະ​ຕ້ອງ​ຮອງ​ຮັບ USB 4 ຮ່ວມ​ດ້ວຍ


ພອດ USB-C ມາດ­ຕະ­ຖານ​ຂອງ​ເທ​​ກ​ໂນ​ໂລ​​ຢີ​ປະ­ຈຸ​ບັນ

ເຖິງ​ວ່າ​ປະ­ຈຸ​ບັນ​ນີ້​ພອດ USB-A ແລະ USB-C ຈະ​ຖືກ​ໃຊ້​ງານ​ແບບ​ຄອບ​ຄູ່​ກັນ​ໄປ ແຕ່​ໃນ​ປະ­ຈຸ​ບັນ​ພອດ USB-C ໄດ້​ຮັບ​ຄວາມ​ນິ­ຍົມ​ຫລາຍ​ຂຶ້ນ​​ເ​ລື້ອຍໆ ຈົນ​ໃນ​ຄອມ​​ພິວ​ເຕີ​ບາງ​​ລຸ້ນ​ ຫລື ​ອຸ­ປະ­ກອນ​ບາງ​ຊະ­ນິດ​ມີ​ພຽງ​ພອດ USB-C ເທົ່າ​ນັ້ນ ເພື່ອ​​ປະ​ຢັດ​ເນື້ອ­ທີ່ (ໄປ​ໄດ້​ໜ່ອຍ​​ນຶງ) ແຕ່​ຈິງໆແລ້ວ​ພອດ USB-C ຍັງ​ມີ​ຂໍ້​ດີ​ຫລວງ­ຫລາຍ​ຈົນ​ເຮັດ​ໃຫ້​​ກ​າຍ​ເປັນ​ມາດ­ຕະ­ຖານ​ທີ່​ເຂົ້າ​ມາ​ແທນ​ທີ່​ພອດ USB-A ຈົນ​ໄດ້

ໃຊ້​ງານ​ງ່າຍ ສຽບ​ໄດ້​ແບບ​ບໍ່​ຕ້ອງເບີ່ງ

ຫາກ​ໃຊ້​ງານ USB-A ກໍ​ຕ້ອງປີ້ນດ້ານ​ຂອງ​ສາຍ​ຕໍ່​ພ່ວງ​ໃຫ້​ຖືກ​ວ່າ​ສຽບ​ດ້ານ​ໃດ​ເຖິງ​ຈະ​ຖືກ​ດ້ານ ແຕ່​ກັບ USB-C ບໍ່​ຕ້ອງ ເພາະ​ສຽບ​ດ້ານ​ໃດ​ກໍ​ເຂົ້າ​ຄື​ກັນ​ນັ້ນ​ເອງ

ເຮັດ​ຫນ້າ­ທີ່​ໄດ້​ຫລາຍ​ກວ່າ USB-A

ບາງ​ຄົນ​ອາດ​ຈະ​ຄິດ​ວ່າ ແຄ່ USB-A ກໍ​ພຽງ­ພໍ​ແລ້ວ ຖ່າຍ​ໂອນ​ຂໍ້​ມູນ​ໄດ້ ຊາກ​ໄຟ​ໄດ້ ແຕ່​​ນິ້​ເປັນ​ພຽງ​ຄຸນ­ສົມ­ບັດ​ພື້ນ­ຖານ​ຂອງ USB-C ເທົ່າ​ນັ້ນ ເພາະ USB-C ຢັງ​ເຮັດ​ຫນ້າ­ທີ່ Display Port ສາຍ​ພາບ​ອຸ­ປະ­ກອນ​ອື່ນໆ ເຫມືອນ ພອດ HDMI ນັ້ນ​ເອງ ແຕ່​​ວ່າ​ອຸ­ປະ­ກອນ​ທັງ​ສອງ​ຝັ່ງ​ກໍ​ຕ້ອງ​ຮອງ​ຮັບ​ເທ​​ກ​ໂນ​ໂລ​​ຢີ​ສ່ວນ​ນີ້​ດ້ວຍ​ເຊັ່ນ​ກັນ

ສົ່ງ​ຂໍ້​ມູນ​ໄດ້​ວ່ອງ­ໄວ

ແນ່­ນອນ​ວ່າ​ເທ​​ກ​ໂນ​ໂລ​​ຢີ​ຂອງ​ພອດ USB ທີ່​ພັດ­ທະ­ນາ​​ຢິ່ງ​ຂຶ້ນ ກໍ​ຄື​ຄວາມ​ໄວ​ໃນ​ການ​ສົ່ງ​ຂໍ້​ມູນ ທີ່​ພຸ່ງ​ໄປ​ເຖິງ​ຫຼັກ​ກິ​ກະ​ບິດ​ຕໍ່​ວິ­ນາ­ທີ​ເລີຍ​ທີ​ດຽວ ສະ­ນັ້ນ ຈຶ່ງ​ສະດວກ​ຕໍ່​ການ​ຖ່າຍ​ໂອນ​ຂໍ້​ມູນ​ພາຍ​ໃນ​ໄລ​ຍະເວ­ລາ​ອັນ​ວ່ອງ­ໄວ ເມື່ອ​ໃຊ້​ພອດ USB-C

ພອດ USB-C VS ພອດ Thunderbolt ແຝດ​ຄົນ​ລະ​ຄ້າຍ

ຖ້າ​ໄດ້​ເຫັນ​ໜ້າ​ຕາ​ຂອງ​ພອດ USB-C ແລະ​ພອດ Thunderbolt ເທິງ​ຄອມ​​ພິວ​ເຕີ Macbook ແລະ​ອື່ນໆ ແລ້ວ​ຄິດ​ວ່າ​ໜ້າ​ຕາ​ເໝືອນໆກັນ ກໍ​ໜ້າ​ຈະ​ໃຊ້​ສາຍ USB ແທນ​ກັນ​ໄດ້ ຂໍ​ບອກ​ວ່າ​ຢ່າ​ຫາ­ກໍ່​ຄິດ​ວ່າ​ພອດ​ສອງ​ຊະ­ນິດ​ນີ້​ເປັນ​ຊະນິດ​ດຽວ​ກັນ ເພາະ​ພອດ​ທັງ​ສອງ​ຊະ­ນິດ​ໃຊ້​ເທ​​ກ​ໂນ​ໂລ​​ຢີ​ຄົນ​ລະ​ແບບ​ກັນ​ເລີຍ ແຕ່​ສາ­ມາດ​ນຳ​ສາຍ​ທີ່​ໃຊ້​ກັບ​ພອດ Thunderbolt ໄປ​ໃຊ້​ກັບ​ພອດ USB-C ໄດ້ ແຕ່​ສາຍ​ເສັ້ນ​ໃດ​ກໍ​ຕາມ​ທີ່​ຮອງ​ຮັບ​ພຽງ​ພອດ USB-C ຈະ​ບໍ່​ສາ­ມາດ​ໃຊ້​ງານ​ກັບ​ພອດ Thunderbolt ໄດ້​
ຈະ​ເຫັນ​ໄດ້​ວ່າ ພອດ USB ຄື​ສ່ວນ​ປະ­ກອບ​ສຳ­ຄັນ​ທີ່­ຢູ່​ຄູ່​ອຸ­ປະ­ກອນ​ໄອ​ທີ​ຕ່າງ ໆ ມາ​ດົນ ບໍ່​ວ່າ​ຈະ​ເປັນ​ຊະ­ນິດ​ໃດ ເວີ​ຊັນ​ໃດ​ກໍ​ຕາມ ແລະ​ໃນ​ອະ­ນາ­ຄົດ ເທ​​ກ​ໂນ​ໂລ​​ຢີ​ຂອງ​ພອດ USB ຢັງ​ຄົງ​ເຕີບ​ໂຕ​ໄປ​ຢ່າງ​ບໍ່​ຍັບ­ຍັ້ງ ຫຼັກໆ ກໍ​ຄື​ຄວາມ​ໄວ​ໃນ​ການ​ຖ່າຍ​ໂອນ​ຂໍ້​ມູນ​ທີ່​ເພີ່ມ​ຂຶ້ນ ແຕ່​ພອດ USB ໃນ​ອະ­ນາ­ຄົດ​ຈະ​ເຮັດ​ຫນ້າ­ທີ່​ຫຍັງ​ໄດ້​ອີກ​ນອກ​ເໜືອ​ຈາກ​ນີ້ ກໍ​ຕ້ອງ​ມາ​ອັບ​ເດດ​ເທ​​ກ​ໂນ​ໂລ​​ຢີ​ກັນ​ຕໍ່​ໄປ
ທີ່ມາ : thaiware

แสดงความคิดเห็น

0 ความคิดเห็น