ຂ່າວໃໝ່

6/recent/ticker-posts

ສະຫະພາບຍູໂຣບ ໃຫ້ USB-C ເປັນພອດມາດຕະຖານສຳລັບທຸກອຸປະກອນ ມີຜົນລ້າຍປີ 2024

ກ່ອນໜ້ານີ້ ຫຼາຍຄົນຄົງໄດ້ເຫັນຂ່າວທີ່ທາງສະຫະພາບຢູໂຣບນັ້ນພະຍາຍາມຜັກດັນໃຫ້ຜະລິດຕະພັນອິເລັກໂຕຣນິກທຸກຊະນິດປ່ຽນມາໃຊ້ງານພອດ USB-C ໃຫ້ເປັນມາດຕະຖານດຽວກັນທັງການຖ່າຍໂອນຂໍ້ມູນແລະການຊາກແບດເຕີຣີ

ລ່າສຸດກົດຫມາຍດັ່ງກ່າວໄດ້ບັນລຸຂໍ້ຕົກລົງເປັນທີ່ຮຽບຮ້ອຍແລະກຽມມີການປະກາດໃຊ້ພາຍໃນປີ 2024

ການບັງຄັບໃຊ້ກົດຫມາຍກ່ຽວກັບພອດເຊື່ອມຕໍ່ໃນສະຫະພາບຍູໂຣບທີ່ຕ້ອງການໃຫ້ຜະລິດຕະພັນອິເລັກໂຕຣນິກ ເຊັ່ນ ສະມາດໂຟນ ແທັບເລັດ ຫູຟັງບໍ່ມີສາຍ ກ້ອງດີຈີຕ໋ອນ ຫລືແມ່ນແຕ່ເຄື່ອງຫລິ້ນເກມຄອນໂຊນັ້ນໃຊ້ພອດທີ່ເປັນມາດຕະຖານດຽວກັນ ໂດຍມີຄວາມເຊື່ອວ່າຫາກສາມາດບັງຄັບໃຊ້ກົດຫມາຍໄດ້ຈິງ ຈະຊ່ວຍໃຫ້ເກີດການປ່ຽນແປງທີ່ດີຂຶ້ນໂດຍຈະເປັນການລຸດຂີ້ເຫຍື້ອອິເລັກໂຕຣນິກໃນຍູໂຣບໄດ້ດີຂຶ້ນຢ່າງຫລາຍ

ໂດຍສະເພາະປະເດັນເລື່ອງຂີ້ເຫຍື້ອອິເລັກໂຕຣນິກ ທາງດ້ານສະຫະພາບຍູໂຣບຄາດການເອົາໄວ້ວ່າຫາກຜູ້ຜະລິດອຸປະກອນອິເລັກໂຕຣນິກລາຍຕ່າງໆ ຍອມປ່ຽນມາໃຊ້ມາດຕະຖານ USB-C ຄືກັນໝົດ ຈະເປັນການຊ່ວຍລຸດຂີ້ເຫຍື້ອອິເລັກໂຕຣນິກທີ່ເກີດຈາກສາຍເຄເບີນແລະຕົວອະແດບເຕີໄດ້ຫລາຍເຖິງ 11,000 ຕັນຕໍ່ປີ

ຫຼັງຈາກຜັກດັນມາເປັນເວລາດົນ ໃນທີ່ສຸດຮ່າງກົດຫມາຍນີ້ໄດ້ບັນລຸຂໍ້ຕົກລົງໃນການປະຊຸມລະຫວ່າງຕົວແທນສະມາຊິກສະຫະພາບຍູໂຣບ ແຕ່ຢັງຕ້ອງລໍການຮັບຮອງຈາກສະຫມັດຊາລັດສະພາຄະນະມົນຕີຍູໂຣບດ້ວຍ ເພື່ອໃຫ້ກົດຫມາຍດັ່ງກ່າວມີອຳນາດການບັງຄັບໃຊ້ໄດ້ຢ່າງຖືກຕ້ອງ ຄາດວ່າຈະແລ້ວສຳເລັດພາຍໃນປີ 2022 ນີ້ ແລະສາມາດບັງຄັບໃຊ້ກົດຫມາຍໄດ້ຈິງຊ່ວງລະດູໃບໄມ້ຫຼົ່ນ ຫລື ຊ່ວງປາຍປີ 2024

ນອກຈາກເລື່ອງມາດຕະຖານ USB-C ແລ້ວ ກົດຫມາຍນີ້ຍັງມີການນຳໄປປະຍຸກເພື່ອໃຊ້ງານກັບອຸປະກອນຊາກແບບບໍ່ມີສາຍແລະອະແດບເຕີຊາກໄວດ້ວຍ ເພື່ອເປັນການສ້າງມາດຕະຖານໃຫ້ແກ່ຜູ້ຜະລິດອຸປະກອນອິເລັກໂຕຣນິກໂດຍສະເພາະຢ່າງຢິ່ງ ກັບສິນຄ້າໃນກຸ່ມສະມາດໂຟນ

ເພາະສິ່ງທີ່ເຮົາພົບພໍ້ໃນປະຈຸບັນ ຄື ການທີ່ຜູ້ຜະລິດແຕ່ລະລາຍນັ້ນມີມາດຕະຖານຊາກໄວຂອງຕົນເອງ ເຮັດໃຫ້ຜູ້ໃຊ້ບໍ່ສາມາດໃຊ້ງານຟີເຈີຊາກໄວດ້ວຍອະແດບເຕີຮ່ວມກັບສິນຄ້າແບຣນອື່ນ ຫາກນຳເລື່ອງການປັບໃຫ້ເປັນມາດຕະຖານດຽວກັນມາປະຍຸກໃຊ້ງານກັບປະເດັນນີ້ ຜູ້ໃຊ້ຈະສາມາດໃຊ້ອະແດບເຕີຊາກໄວຮ່ວມກັບອຸປະກອນຕ່າງໆ ໄດ້ ໂດຍບໍ່ຕ້ອງກັງວົນວ່າ ອະແດບເຕີທີ່ໃຊ້ນັ້ນ ຈະເຂົ້າກັນໄດ້ກັບອຸປະກອນແບຣນນັ້ນໆ ຫລືບໍ່

Apple ຈະຍອມປ່ຽນ iPhone ມາໃຊ້ພອດ USB-C ຫລືບໍ່?

ແນ່ນອນວ່າ ເມື່ອມີການເວົ້າເລື່ອງການປັບໃຫ້ເປັນມາດຕະຖານ USB-C ຄືກັນ ຫຼາຍຄົນຈຶ່ງມີຄຳຖາມຕໍ່ວ່າ ແລ້ວ Apple ຈະຍອມປ່ຽນ iPhone ມາໃຊ້ພອດ USB-C ຫລືບໍ່? ສຳລັບປະເດັນຄຳຖາມນີ້ ທາງສະຫະພາບຍູໂຣບຢືນຢັນວ່າ ເມື່ອໃດທີ່ກົດຫມາຍນີ້ປະກາດໃຊ້ແລະມີຜົນບັງຄັບໃຊ້ (ໜ້າຈະພາຍໃນປີ 2024) Apple ອາດຕ້ອງຍອມປ່ຽນໃຫ້ iPhone ໃຊ້ພອດ USB-C ຕາມທີ່ກົດຫມາຍກຳນົດ

ຢ່າງໃດກໍຕາມ ຍັງມີຄວາມເປັນໄປໄດ້ທີ່ Apple ອາດຫຼີກລ້ຽງຂໍ້ກົດຫມາຍດັ່ງກ່າວດ້ວຍການຖອດພອດເຊື່ອມຕໍ່ແບບມີສາຍອອກຈາກ iPhone ແລ້ວຫັນໄປໃຊ້ການຊາກບໍ່ມີສາຍແບບ MagSagfe ແທນກໍເປັນໄດ້


ທີ່ມາ: techoffside

แสดงความคิดเห็น

0 ความคิดเห็น