ຂ່າວໃໝ່

6/recent/ticker-posts

ເຕືອນໄພ! 8 ໂປຣແກຣມ Remote Desktop ທີ່ມິດສາຊີບນຳມາໃຊ້ດູດເງີນ

ໂປຣແກຣມຣີໂມດຄອມພິວເຕີ ຫລື “ໂປຣແກຣມສະໜັບສະໜູນໄລຍະໄກ” ທີ່ເຮົາສາມາດຣີໂມດໄປສັ່ງການເຄື່ອງຄອມໄດ້ເຫມືອນເຮົາກົດປຸ່ມຣີໂມດສັ່ງທີວີ ຊຶ່ງສະດວກຕໍ່ການໃຊ້ງານຫລາຍໆຈົນໂປຣແກຣມນີ້ໄດ້ກາຍມາເປັນກົນໂກງໃໝ່ຂອງມິດສາຊີບທີ່ໃຊ້ດູດເງີນນັ້ນເອງ

ໂປຣແກຣມທີ່ວ່າມີເຖິງ 8 ຢ່າງ ຄື

  1. Team Viewer ຖືເປັນໂປຣແກຣມທີ່ໄດ້ຮັບຄວາມນິຍົມເປັນຢ່າງສູງ ດ້ວຍຄວາມທີ່ເປັນໂປຣແກຣມທີ່ສາມາດໃຊ້ງານໄດ້ຟຣີ ແຖມຍັງມີສາມາດໃຊ້ງານໄດ້ທຸກຟີເຈີທີ່ຈຳເປັນຕໍ່ການເຮັດວຽກງານ ບໍ່ວ່າຈະເປັນການໃຊ້ ຄີລັດໄປຫາເຄື່ອງທີ່ຣີໂມດຢູ່, ສາມາດຖ່າຍໂອນໄຟລ໌ຈາກເຄື່ອງທີ່ເຮົາໃຊ້ຢູ່ ໄປຫາເຄື່ອງທີ່ຣີໂມດຄອມພິວເຕີເຂົ້າໄປ ໄດ້, ອີກທັງຢັງສາມາດຄວບຄຸມແບບຂ້າມແພລດຟອມ (Cross-Platform) ເຊັ່ນ ຄວບຄຸມຈາກມືຖືເພື່ອສັ່ງການ ຄອມພິວເຕີທີ່ເປີດໄວ້ໄດ້ດ້ວຍ ເຮັດໃຫ້ບໍ່ຈຳເປັນຕ້ອງໃຊ້ຄອມພິວເຕີເພື່ອຣີໂມດສະເໝີໄປ ຊຶ່ງສະດວກຫລາຍໆ ເວລາທີ່ເຮົາບໍ່ຢູ່ໜ້າຈໍແລ້ວດັນມີງານເຂົ້າສຸກເສີນ
  2. Any Desk ເປັນໂປຣແກຣມທີ່ມີຜູ້ໃຊ້ງານຫລາຍກວ່າ 100 ລ້ານຄົນທົ່ວໂລກ ຮອງຮັບການເຊື່ອມຕໍ່ຈາກອຸປະກອນຕ່າງໆ ໃນຫຼາກຫຼາຍແພລດຟອມ ທັງລະບົບປະຕິບັດການ Windows, Mac, Linux, Raspberry Pi, Chrome OS, iOS ແລະ Android
  3. Real VNC ເປັນໂປຣແກຣມສະໜັບສະໜູນໄລຍະໄກທີ່ ບໍລິສັດຄົນຍັກໃຫຍ່ໃນຕ່າງປະເທດສ່ວນໃຫຍ່ ເລືອກໃຊ້ກັນ ບໍ່ວ່າຈະເປັນ Intel, NASA, Nvidia, ຫລື Dream works Animation SKG ເຮັດໃຫ້ວາງໃຈໄດ້ໃນເລື່ອງຂອງປະສິດທິພາບ ແລະ ຄວາມປອດໄພໃນການໃຊ້ງານ
  4. LogMeIn ເປັນໜຶ່ງໃນໂປຣແກຣມຊັ້ນນຳດ້ານການສະໜັບສະໜູນໄລຍະໄກທີ່ຖືກເລືອກໃຊ້ງານໃນຫຼາຍອົງກອນ ໂດຍມີຟີເຈີຫຼັກທີ່ສະໜັບສະໜູນທັງການເຊື່ອມຕໍ່ໄລຍະໄກ ແລະການແກ້ໄຂບັນຫາທາງເທກນິກທັງໃນອຸດສາຫະກຳຂະໜາດນ້ອຍ ແລະ ລູກຄ້າລາຍຍ່ອຍ
  5. Remote PC ຖືເປັນໂປຣແກຣມທີ່ຮູ້ຈັກກັນໃນຖານະເຄື່ອງມືທີ່ຊ່ວຍໃຫ້ເຮົາສາມາດສລັບເຮັດວຽກໄປມາລະຫວ່າງບ້ານ–ທີ່ເຮັດວຽກ ໄດ້ດີໂດຍບໍ່ຕ້ອງເດິນທາງ ເພາະມັນສາມາດຈັດການໄຟລ໌, ຮັບ–ສົ່ງໄຟລ໌, ແລະສັ່ງປຣິນໄລຍະໄກໄດ້ຢ່າງຄົບເຄື່ອງ ແລະ ຮອງຮັບການໃຊ້ງານໃນຫຼາກຫຼາຍແພລດຟອມທັງເທິງລະບົບປະຕິບັດການ Windows, Mac, Linux, Raspberry Pi, iOS, Android, Chrome OS, ແລະ Fire OS ທີ່ເປັນລະບົບປະຕິບັດການເທິງອຸປະກອນ Kindle ແລະ Fire Phone ດ້ວຍ
  6. Zoho Assist ເປັນໂປຣແກຣມສະໜັບສະໜູນທາງໄກທີ່ຄ່ອນຂ້າງຄົບເຄື່ອງດ້ວຍຟີເຈີທີ່ມີຫຼາກຫຼາຍ ຮອງຮັບການໃຊ້ງານທຸກຮູບແບບ ຕັ້ງ¬ແຕ່ການໃຊ້ງານເພື່ອສັ່ງງານຄອມພິວເຕີເຄື່ອງປາຍທາງໄປຈົນເຖິງການມໍນິເຕີພ້ອມກັນຫຼາຍເຄື່ອງ
  7. Chrome Remote Desktop ເປັນທາງເລືອກໃໝ່ສຳລັບຄົົນທີ່ຕ້ອງການພຽງແຕ່ຣີໂມດໄປສັ່ງການເບື້ອງຕົ້ນ ແລະຕ້ອງການການຕິດຕັ້ງທີ່ບໍ່ກິນພື້ນທີ່ເທົ່າໃດ ດ້ວຍການລົງສ່ວນຂະຫຍາຍ ຫລື Extension ລົງເທິງບຣາວເຊີChrome ຂອງ Google ທີ່ນິຍົມໃຊ້ກັນຢູ່ໃນປະຈຸບັນແທນເພື່ອໃຫ້ສາມາດຣີໂມດໄປມາລະຫວ່າງເຄື່ອງທີ່ຕ້ອງການໄດ້ ດ້ວຍການໃສ່ລະຫັດການເຂົ້າເຖິງໄດ້
  8. Microsoft Remote Desktop ປະຈຸບັນ ມີມາໃຫ້ໃນເຄື່ອງຄອມພິວເຕີທີ່ຊື້ໃໝ່ມາເລີຍ ເພາະມັນຕິດມາກັບ ລະບົບປະຕິບັດການ Windows 10 Pro ແລະສາມາດຮຽກໃຊ້ງານໄດ້ທັນທີ

ສຳລັບການໃຊ້ງານນັ້ນກໍຈະຄ້າຍໆກັນ ນັ້ນກໍຄືການຄວບຄຸມຄອມພິວເຕີຈາກໄລຍະໄກ ພຽງແຄ່ສົ່ງຕົວເລກຈາກໂປຣແກຣມໃນເຄື່ອງຂອງເຮົາໄປໃຫ້ຄົນອື່ນ ທ່ານກໍສາມາດຄວບຄຸມຄອມພິວເຕີຂອງເຮົາໄດ້ແລ້ວ ດັ່ງນັ້ນການຈະໃຫ້ຂໍ້ມູນສ່ວນຕົວ ຫລືຂໍ້ມູນສຳຄັນກັບໃຜສັກຄົນ ຕ້ອງມີສະຕິ ແລະ ຄິດໃຫ້ອ້ອມຄອບຢູ່ສະເໝີ ເພື່ອຄວາມປອດໄພຂອງຕົວເຮົາເອງທີ່ຈະບໍ່ຕົກເປັນເຫຢື່ອຂອງມິດສາຊີບ

แสดงความคิดเห็น

0 ความคิดเห็น