ຂ່າວໃໝ່

6/recent/ticker-posts

ວິທີແກ້ບັນຫາສະຫລະ ແລະ ວັນນະຍຸດທັບຊ້ອນກັນໃນ Photoshop ທີ່ສາຍງານກຣາບຟິກຕ້ອງຮູ້

ເຊື່ອວ່ານັກອອກແບບ ຫລື ຄົນທີ່ເຮັດວຽກກ່ຽວກັບງານກຣາບຟິກຫຼາຍຄົນມັກຈະມີບັນຫາຄືກັບເຈົ້າ ຟອນພາສາລາວຫຼາຍຟອນທີບໍ່ເຂົ້າກັບໂປຣແກຣມ Adobe ຢ່າງ Photoshop ເຮັດໃຫ້ເກີດບັນຫາ ສະຫລະ ແລະ ວັນນະຍຸດທີ່ຢູ່ບໍ່ເປັນລະບຽບ, ທັບຊ້ອນກັນ ບໍ່ສວຍງາມ ຊຶ່ງມື້ນີ້ເຮົາຈະມາແຊວິທີໜຶ່ງໃນການແກ້ບັນຫາສະຫລະທັບຊ້ອນກັນ ໃນໂປຣແກຣມ Adobe ແບບຄລິກທີດຽວຈົບ ບໍ່ຕ້ອງມານັ່ງແກ້ເທື່ອລະຕົວ ຊື່ງມີຂັ້ນຕອນດັ່ງລຸ່ມນີ້

  • ນີ້ຄືຕັວຢ່າງຂອງຄົົນທີ່ມັກພົບບັນຫາສະຫລະ ແລະ ວັນນະຍຸດທັບຊ້ອນກັນ ຈະເຫັນໄດ້ວ່າພໍເຮົາໃຊ້ຟອນຕ໌ພາສາລາວທີ່ຫຼາກຫຼາຍ ຈະມີບາງຟອນ ທີ່ທາງໂປຣແກຣມ Adobe ບໍ່ຮອງຮັບ ເຮັດໃຫ້ເກີດບັນຫາສະຫລະທັບຊ້ອນກັນ ແບບໃນຮູບ ຈົນດີໄຊ ໂດຍລວມບໍ່ສວຍງາມ!
  • ຄລິກທີ່ປຸ່ມດ້ານຂ້າງ ທີ່ແຖບ Paragraph ຕາມໃນຮູບ
  • ສຳເລັດແລ້ວໃຫ້ກົດຄລິກທີ່ 4 ຂີດມຸມເທິງຂວາ ແລ້ວຕິກຖືກທີ່ World-Ready Layout (ສ່ວນໃຜທີ່ໃຊ້ໂປຣແກຣມ Photoshop ເວີຊັນເກົ່າໃຫ້ຕິກທີ່ປຸ່ມ Middle Eastern and Southern Asian Layout ແທນ)
  • ຫຼັງຈາກນັ້ນຟອນພາສາລາວຂອງເຮົາຈະຖືກແກ້ໄຂໃຫ້ສະຫລະ ແລະ ວັນນະຍຸດບໍ່ທັບຊ້ອນກັນ ຈັດລຽງຕົວກັນຢ່າງສວຍງາມ

แสดงความคิดเห็น

0 ความคิดเห็น