ຂ່າວໃໝ່

6/recent/ticker-posts

ລະບົບອັບສະເກວ RSR ຂອງ AMD ເພີ່ມປະສິດທິພາບເກມໄດ້ສູງສຸດ 70% ກຽມເປີດໃຊ້ ໄຕມາດໜຶ່ງຂອງປີນີ້

Fidelity Super Resolution ຫລື FSR ເປັນລະບົບອັບສະເກວລະພາບຂອງ AMD ທີ່ໃຊ້ອັນກໍຣິທຶມໃນການອັບສະເກວກ່ອນໜ້ານີ້ລະບົບຍັງມີຂໍ້ຈຳກັດຄືຢັງຕ້ອງເຮັດວຽກຮ່ວມກັບຜູ້ພັດທະນາ ເພື່ອປັບໃຊ້ລະບົບນີ້ກັບເກມໂດຍສະເພາະ ແຕ່ AMD ກໍກຽມອອກລະບົບໃໝ່ ຊື່ Radeon Super Resolution ຫລື RSR ທີ່ຈະຮອງຮັບເກມຫລາຍຂຶ້ນ ແລະໂຊວິດີໂອໃໝ່ ທີ່ເປີດເຜີຍປະສິດທິພາບເພິ່ມເຕິມ ແລະ ລະບຸໄລຍະທີ່ຈະເປີດຕົວລະບົບນີ້ ເປັນພາຍໃນໄຕມາດໜຶ່ງຂອງປີ 2022

RSR ຈະນຳອັນກໍຣິທຶມອັບສະເກວລົງໄປຢູ່ໃນລະດັບໄດຣເວີ ເຮັດໃຫ້ຮອງຮັບເກມໄດ້ຫລາຍຂຶ້ນ ບໍ່ຕ້ອງພັດທະນາລະບົບໃຫ້ຮອງຮັບເປັນເກມໆ ໄປຄືເກົ່າເຮັດໃຫ້ຮອງຮັບເກມຫລາຍກວ່າ FSR ແລະ ໃນໄລຍະທ້ານຄລິບ AMD ລະບຸວ່າ ເດືອນ ມັງກອນ ປີ 2022 ລະບົບ RSR ສາມາດໃຊ້ງານໄດ້ໃນກາຈໍ RDNA ແລະ RDNA2 ຕະກູນ RX 5000 ແລະ RX 6000 ເທົ່ານັ້ນ ແຕ່ໃນອະນາຄົດ ລະບົບນີ້ອາດຮອງຮັບກາດຈໍລຸ້ນອື່ນເພິ່ມເຕິມ

ຕົວຢ່າງໃນຄລິບທີ່ AMD ນຳມາໂຊເປັນເກມ Warframe ສາມາດເຣນເດີຄວາມລະອຽດ 1440p ແລະ ອັບສະເກວໃຫ້ສະແດງຜົນທີ່ 4K ໂດຍປະສິດທິພາບເພີ່ມຈາກການຫລິ້ນເກມທີ່ເຣນເດີ 4K ແບບ native ຄິດເປັນ 1.7 ເທົ່າ ຫລືເພີ່ມມາ 70% ທັງນີ້ ສິ່ງທີ່ AMD ນຳມາໂຊ ໜ້າຈະເປັນປະສິດທິພາບ “ສູງສຸດ” ທີ່ RSR ເຮັດໄດ້ໃນສະພາບແວດລ້ອມທີ່ເໝາະສົມ ສ່ວນການໃຊ້ງານທົ່ວໄປອາດຕ່າງຈາກນີ້

ຢ່າງໃດກໍຕາມ ຜູ້ໃຊ້ອາດຕ້ອງລໍເບິ່ງປະສິດທິພາບເມື່ອລະບົບນີ້ເປີດໃຫ້ໃຊ້ງານຈິງກັນອີກທີ ເພາະການປັບລະບົບອັບສະເກວເປັນເກມໆໄປ ກໍມີຂໍ້ດີ ເຊັ່ນໜ້າຈໍ UI ຕ່າງໆ ໃນເກມ ຢັງສາມາດເຣນເດີໃນຄວາມລະອຽດລະດັບ native ໄດ້ ຄົງຕ້ອງເບິ່ງວ່າການໃຊ້ RSR ທີ່ຈະອັບສະເກວທຸກຢ່າງທີ່ສະແດງຜົນໃນໜ້າຈໍ ຈະສົ່ງຜົນແນວໃດຕໍ່ UI ເຊັ່ນຕົວໜັງສືຕ່າງໆ ແລະ ຈະຄຸ້ມຄ່າກັບປະສິດທິພາບທີ່ໄດ້ເພີ່ມມາຫລືບໍ່?


ທີ່ມາ: Blognone | Tom's Hardware

แสดงความคิดเห็น

0 ความคิดเห็น