ເປິດຕົວ Google Photos ມາດົນກວ່າ 5 ປີແລ້ວ ແລະ ຕັ້ງແຕ່ນັ້ນເປັນຕົ້ນມາ ຜະລິດຕະພັນນີ້ກໍພັດທະນາເປັນຫລາຍກວ່າແອບທີ່ຊ່ວຍຈັດການຮູບພາບຂອງເຈົ້າ ໂດຍກາຍເປັນທີ່ທີ່ໃຫ້ເຈົ້າເຂົ້າໄປຊົມໄດ້ເມື່ອຄິດເຖິງຄວາມຊົງຈຳເກົ່າໆ ແລະ ຢາກຢ້ອນເຖິງຄວາມຫຼັງ ປະຈຸບັນ Google Photos ຈັດເກັບຮູບພາບແລະວິດີໂອຫລາຍກວ່າ 4 ລ້ານລ້ານລາຍການ ຊຶ່ງລວມເຖິງຮູບພາບ ແລະ ວິດີໂອຂອງເຈົ້າ ລວມທັງຍັງມີການອັບໂຫຼດຮູບພາບ ແລະ ວິດີໂອໃໝ່ໆ ທີ່ໜ້າສົນໃຈເຖິງ 2.8 ໝື່ນລ້ານລາຍການທຸກອາທິດ ດັ່ງນັ້ນເຮົາຈຶ່ງຂໍປະກາດເລື່ອງການປ່ຽນແປງນະໂຍບາຍພື້ນທີ່ຈັດເກັບຂໍ້ມູນ ເພື່ອທີ່ຈະຈັດເກັບຄວາມຊົງຈຳໄດ້ຫລາຍຂຶ້ນ ແລະ ພັດທະນາ Google Photos ສຳລັບອະນາຄົດ
- ຕັ້ງແຕ່ວັນທີ 1 ມິຖຸນາ 2021 ເປັນຕົ້ນໄປ ເຮົາຈະນັບລວມຮູບພາບ ແລະ ວິດີໂອໃໝ່ທັງໝົດທີ່ສຳຮອງຂໍ້ມູນແບບ ຄຸນນະພາບສູງໄວ້ໃນພື້ນທີ່ເກັບຂໍ້ມູນຟຣີຂະໜາດ 15 GB ຊຶ່ງມາພ້ອມບັນຊີ Google ຂອງເຈົ້າ ຫລືພື້ນທີ່ເກັບຂໍ້ມູນອື່ນໆ ທີ່ເຈົ້າອາດຊື້ໄວ້ ເຊັ່ນດຽວກັບບໍລິການອື່ນໆ ຂອງ Google ເຊັ່ນ Google ໄດຣຟ໌ ແລະ Gmail
- ຮູບພາບແລະວິດີໂອທັງໝົດທີ່ເຈົ້າສຳຮອງຂໍ້ມູນແບບຄຸນນະພາບສູງກ່ອນວັນທີ 1 ມິຖຸນາ 2021 ຈະໄດ້ຮັບການຢົກເວັ້ນຈາກການປ່ຽນແປງນີ້ ແລະ ຈະບໍ່ນັບລວມໃນພື້ນທີ່ເກັບຂໍ້ມູນຂອງບັນຊີ Google ໂດຍຈະລວມເຖິງເນື້ອຫາໃນປະຈຸບັນທັງໝົດທີ່ເຈົ້າອັບໂຫຼດແບບຄຸນນະພາບສູງ
ເຮົາພິຈາລະນາການຕັດສິນໃຈນີ້ຢ່າງຖີ່ຖ້ວນ ແລະ ຍອມຮັບວ່າເປັນການປ່ຽນແປງຄັ້ງໃຫຍ່ ດັ່ງນັ້ນເຮົາຈຶ່ງຂໍແຈ້ງໃຫ້ເຈົ້າຊາບລ່ວງໜ້າ ພ້ອມມອບແຫຼ່ງຂໍ້ມູນຕ່າງໆ ທີ່ຈະຊ່ວຍໃຫ້ເຈົ້າຕຽມຄວາມພ້ອມສຳລັບການປ່ຽນແປງນີ້ໄດ້
ຕ້ອງດຳເນີນການຫຍັງໃນທັນທີບໍ
ບໍ່ ເຈົ້າຈະໃຊ້ Google Photos ເພື່ອສຳຮອງຂໍ້ມູນຮູບພາບ ແລະ ວິດີໂອຕໍ່ໄປໄດ້ ຫຼັງຈາກວັນທີ 1 ມິຖຸນາ 2021 ເຮົາຈະຕິດຕໍ່ເຈົ້າອີກເທື່ອແລະສົ່ງການຊ່ວຍເຕືອນເມື່ອພື້ນທີ່ເກັບຂໍ້ມູນຂອງເຈົ້າໃກ້ຈະເຕັມ ລູກຄ້າສ່ວນໃຫຍ່ຈະໃຊ້ງານຕໍ່ໄປໄດ້ດົນເປັນປີກ່ອນທີ່ຈະຕ້ອງດຳເນີນການໃດໆ
ຈະໃຊ້ພື້ນທີ່ເກັບຂໍ້ມູນຟຣີຂະໜາດ 15 GB ໝົດເມື່ອໃດ
ເຮົາໄດ້ສ້າງ
ຄ່າປະມານຂອງຜູ້ໃຊ້ແຕ່ລະຄົນຊຶ່ງສະແດງລະໄຍເວລາທີ່ເຈົ້າຈະໃຊ້ໂຄຕ້າພື້ນທີ່ເກັບຂໍ້ມູນໝົດ ຄ່າປະມານນີ້ຈະຄິດໄລ່ຈາກຄວາມຖີ່ທີ່ເຈົ້າສຳຮອງຂໍ້ມູນຮູບພາບ ວິດີໂອ ແລະ ເນື້ອຫາອື່ນໆ ໄປຢັງບັນຊີ Google
ຈະຈັດການພື້ນທີ່ເກັບຂໍ້ມູນໄດ້ຢ່າງໃດ
ໃນວັນທີ 1 ມິຖຸນາ 2021 ເຮົາຈະເປີດຕົວເຄື່ອງມືຈັດການພື້ນທີ່ເກັບຂໍ້ມູນແບບໃໝ່ ຊຶ່ງຈະຊ່ວຍໃຫ້ເຈົ້າຄົ້ນຫາແລະ ລົບເນື້ອຫາທີ່ມືດ ເບຼີ ແລະ ທີ່ເຈົ້າບໍ່ຕ້ອງການໄດ້ງ່າຍໆ ເຈົ້າຢັງຊື້ພື້ນທີ່ເກັບຂໍ້ມູນເພິ່ມເຕິມໄດ້ເມື່ອສະໝັກໃຊ້ບໍລິການ
Google One (ຫາກມີໃຫ້ບໍລິການ)
0 ความคิดเห็น